ສົກຮຽນນີ້ ໂຮງຮຽນ ມສ ວຽງຈັນ ມີຄົນມາລົງທະບຽນເພີ່ມຂຶ້ນ

106

ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ( ມ.ສ ວຽງຈັນ ) ເປັນໂຮງຮຽນຕົວແບບແຫ່ງໜຶ່ງໃນນະຄອນຫຼວງ ວຽງຈັນ ທີ່ມີແບບແຜນການຮຽນ – ການສອນທີ່ດີ ແລະ ຄຸນນະພາບ.
ໃນສົກຮຽນນີ້ ທາງໂຮງຮຽນສຸມໃສ່ 15 ວິທີການສອນແບບໃໝ່ ໂດຍເອົານັກຮຽນເປັນໃຈກາງ ແລະ ສິ່ງສໍາຄັນຍັງຢຶດໝັ້ນກົດລະບຽບຫ້າມບໍ່ໃຫ້ນັກຮຽນນໍາໃຊ້ສະມາດໂຟນ ໂດຍບໍ່ໄດ້ຮັບອະນຸຍາດ.

ທ່ານ ອາຈານ ນາງ ປະທຸມພອນ ພິມປະໄພ ຮອງຜູ້ອໍານວຍການໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ກ່າວວ່າ: ສົກຮຽນນີ້ມີນັກຮຽນມາລົງທະບຽນຮຽນຫຼາຍພໍສົມຄວນ ຄາດວ່າຈະເພີ່ມຂຶ້ນ 3.800 ກວ່າຄົນ ເພີ່ມຂຶ້ນຫຼາຍແມ່ນ ມ.ຕົ້ນ ສົກຮຽນນີ້ທາງໂຮງຮຽນໄດ້ວາງແຜນໃນການຮຽນ – ການສອນເປັນຢ່າງດີ ພ້ອມທັງຈະສູ້ຊົນໃຫ້ມີນັກຮຽນເກັ່ງເພີ່ມຂຶ້ນ ສິ່ງສໍາຄັນທາງໂຮງຮຽນຍັງໄດ້ປະຕິບັດຕາມລະບຽບຢ່າງເຄັ່ງຄັດ ໂດຍສະເພາະບໍ່ອະນຸຍາດໃຫ້ນັກຮຽນນໍາໃຊ້ໂທລະສັບສະມາດໂຟນໃນເວລາຮຽນຢ່າງເດັດຂາດ ນອກຈາກກໍລະນີຈໍາເປັນທີ່ໄດ້ຮັບອະນຸຍາດເທົ່ານັ້ນ.

ກ່ອນການເປີດສົກຮຽນໃໝ່ ທາງຄູ – ອາຈານ ໄດ້ຫ້າງຫາກະກຽມ ເພື່ອຕ້ອນຮັບນັກຮຽນ ກ່ອນອື່ນໝົດບັນດາອາຈານກໍໄດ້ກະກຽມຄວາມພ້ອມດ້ານສະຖານທີ່, ຈັດຫ້ອງຮຽນ, ອະນາໄມຄວາມສະອາດ ສະພາບແວດລ້ອມຕ່າງໆ ແລະ ຄໍານວນນັກຮຽນທີ່ຈະມາຮຽນແຕ່ລະຫ້ອງໃຫ້ພຽງພໍ. ດ້ານການຮຽນ – ການສອນກໍໄດ້ຫ້າງຫາກະກຽມໂຄງການຫຼັກສູດ ຝຶກອົບຮົມຄູໃຫ້ເຂົາເຈົ້າໄດ້ກະກຽມວິທີການສອນແບບໃໝ່ 15 ແບບ ໂດຍເນັ້ນເອົານັກຮຽນເປັນໃຈກາງ. ມາຮອດປັດຈຸບັນຜູ້ປົກຄອງໄດ້ນໍາພານັກຮຽນມາສະເໜີຕົວຫຼາຍພໍສົມຄວນ ຄາດວ່າສົກຮຽນ 2023 – 2024 ນີ້ ຈະມີນັກຮຽນເພີ່ມຂຶ້ນຫຼາຍກວ່າປີຜ່ານມາ.

ທາງຄູ – ອາຈານໃນນາມການຈັດຕັ້ງຢາກຝາກເຖິງພໍ່ແມ່ຜູ້ປົກຄອງ ພ້ອມດ້ວຍລູກຫຼານທີ່ເຂົ້າມາຮຽນຢູ່ໂຮງຮຽນແຫ່ງນີ້ ຢາກໃຫ້ຜູ້ປົກຄອງແນະນໍາລູກຫຼານໃນການປະພຶດປະຕິບັດຕົນໃຫ້ປະຕິບັດຕາມກົດລະບຽບຂອງໂຮງຮຽນ ເຮັດແນວໃດໃຫ້ລູກຫຼານໄດ້ເອົາໃຈໃສ່ຕໍ່ການຮໍ່າຮຽນຢ່າງເຕັມທີ່ສືບຕໍ່ໃນສົກຮຽນຜ່ານມາ ກໍຄືນັກຮຽນໄດ້ມີຜົນສໍາເລັດໃນການຮຽນຈົນໄດ້ຮັບໃບປະກາດແດງມີ 15 ນ້ອງ ແລະ ຍັງມີນັກຮຽນເກັ່ງຮອບດ້ານໄດ້ຄະແນນ 7 ຂຶ້ນໄປ ມີ 400 ກວ່ານ້ອງ, ສະນັ້ນ ຈຶ່ງເນັ້ນໃຫ້ນັກຮຽນຊັ້ນ ມ 4 – ມ 7 ຂອງປີນີ້ ຈົ່ງຮັກສາມູນເຊື້ອ ແລະ ເສີມຂະຫຍາຍບົດຮຽນຈາກຮຸ່ນເກົ່າທີ່ໄດ້ສ້າງໄວ້.

ນອກຈາກນັ້ນ, ຢາກຝາກເຖິງຜູ້ປົກຄອງຂອງນັກຮຽນທີ່ມາເຂົ້າໃໝ່ຢາກໃຫ້ສຶກສາກົດລະບຽບຂອງໂຮງຮຽນໃຫ້ມີຄວາມເຂົ້າໃຈ ເພື່ອຈະໄດ້ນໍາໄປປະຕິບັດໃຫ້ຖືກຕ້ອງໃນມາດຕະການຕ່າງໆທີ່ໂຮງຮຽນໄດ້ລົງລາຍລະອຽດຢູ່ໃນກົດລະບຽບນັ້ນ. ພ້ອມກັນນັ້ນ ຢາກແນະນໍາລູກຫຼານນັກຮຽນໃຊ້ເວລາວ່າງໃຫ້ເປັນປະໂຫຍດ ແລະ ແນະນໍາເລື່ອງອື່ນໆ ເພາະອາໄສແຕ່ຄູ – ອາຈານອາດຈະບໍ່ຫຼ້ອນ ເພາະນັກຮຽນພວກເຮົາຂ້ອນຂ້າງຫຼາຍ, ສະນັ້ນຈຶ່ງຢາກໃຫ້ຜູ້ປົກຄອງອໍານວຍຄວາມສະດວກບອກສອນຊ່ວຍທາງໂຮງຮຽນ.