ດ້ວຍຈິດໃຈຂອງຜູ້ໃຫ້ ໜຸ່ມກຸ້ງ ສອນວິໄຊ ນໍາເງິນທີ່ໄດ້ສົ່ງເສີມການສຶກສາ

27

ຍ້ອນຄວາມຕັ້ງໃຈ ແລະ ມຸ່ງໝັ້ນໄວ້ເພື່ອຊ່ວຍເຫຼືອເດັກນ້ອຍທີ່ດ້ອຍໂອກາດໃຫ້ໄດ້ເຂົ້າເຖິງການສຶກສາ ແລະ ງານນີ້ໜຸ່ມຫຼໍ່ຈາກແຂວງ ຫົວພັນ ກໍຍັງໄດ້ສານຕໍ່ເຈດຈໍານົງຂອງຕົນ ຄືການນໍາເງິນທີ່ໄດ້ມາຊ່ວຍເຫຼືອໃນການສົ່ງເສີມເດັກໃຫ້ມີຄວາມຮູ້ຄວາມສາມາດ ສຸທາກອນ ສອນວິໄຊ ຫຼື ໜຸ່ມ ກຸ້ງ ເຊິ່ງເປັນອາຈານ ແລະ ເຈົ້າຂອງໂຮງຮຽນ Sonexay Sonechalern School ເຫັນເຖິງຄວາມສໍາຄັນທາງດ້ານການສຶກສາ ແລະ ໂອກາດໃນການຮໍ່າຮຽນ ເປີດຮັບນັກຮຽນຊົນເຜົ່າມົ້ງ ຜູ້ດ້ອຍໂອກາດ ແລະ ເດັກກຳພ້າຈາກເຂດພູສູງ ແບບບໍ່ຈ່າຍຄ່າຮຽນຈົນຈົບ ມໍ 7 ຈົນເປັນກະແສໂດ່ງດັງໃນຊ່ວງກ່ອນໜ້ານີ້

ຫຼ້າສຸດນີ້ ກໍຍັງສານຕໍ່ໂດຍບໍ່ຍຸດເຈດຈໍານົງ ໃນການຢາກໃຫ້, ຢາກສ້າງ ອະນາຄົດທີ່ດີໃຫ້ກັບຜູ້ດ້ອຍໂອກາດ ໂດຍສະເພາະດ້ານການສຶກສາ ຫຼັງຈາກທີ່ໄປແລກປ່ຽນບົດຮຽນຈາກ ໂຮງຮຽນ ນານາຊາດ ອ໋ອດສະກ້າແລ້ວ ໃນມື້ຕໍ່ມາໜຸ່ມຄົນນີ້ກໍໄດ້ບິນຂ້າມຂອງໄປຍັງປະເທດເພື່ອນບ້ານ ( ປະເທດໄທ) ແລະ ໄດ້ໄປຮ້ອງເພງທີ່ງານໂຊນັກຮ້ອງສຽງດີ ລຳລຶກການຈາກໄປຂອງສິລະປິນບ້ານນາຊື່ດັງຂອງໄທໃນເມື່ອກ່ອນ ສາຍຍັນ ສັນຍາ ຄົບຮອບ 10ປີນັ້ນເອງ.

ງານນີ້ໜຸ່ມກຸ້ງກໍໄດ້ໂຊລູກຄໍທີ່ມ່ວນໆ ໃຫ້ຊາວໄທໄດ້ຟັງຈົນໄດ້ມາໄລນໍ້າໃຈຢ່າງລົ້ນຫຼາມກັນເລີຍ ການຂຶ້ນຮອງເພງໃນຄັ້ງນີ້ ດ້ວຍຄວາມສາມາດອີກດ້ານໜຶ່ງຂອງໜຸ່ມຄົນນີ້ ເປັ່ງເປັນສຽງທີ່ມ່ວນ ແລະ ຖືກໃຈຜູ້ຊົມຜູ້ຟັງໄປເຕັມໆແບບສຽງກ້ອງຂ້າມຝັ່ງຂອງມາຮອດຝັ່ງໄທເລີຍ ງານນີ້ໜຸ່ມ ກຸ້ງ ກໍໄດ້ໂພສຜ່ານເຟສ ບຸກສ່ວນຕົວຂອງຕົນເອງວ່າຈະນໍາເງິນນັ້ນມາເພື່ອຊ່ວຍຕໍ່ຍອດນ້ອງໆຜູ້ດ້ອຍໂອກາດໃຫ້ໄດ້ມີການສຶກສາທີ່ດີ ເປັນອີກໜຶ່ງຄວາມຕັ້ງໃຈມາໂດຍຕະຫຼອດ ຂອງໜຸ່ມຄົນນີ້ທີ່ເຮັດແທ້ທໍາຈິງ ເພື່ອເດັກນ້ອຍຜູ້ເປັນອະນາຄົດຂອງຊາດໄດ້ໃຫ້ຮໍ່າຮຽນ.

ຂໍ້ຄວາມຈາກໜຸ່ມກຸ້ງບອກວ່າ “ສຽງກ້ອງມາຮອດຝັ່ງໄທເລີຍ ພໍເພິ່ນຮູ້ວ່າເປັນຄົນ ສປປລາວ ກໍໃຫ້ມາໄລມາລົ້ນຄໍເລີຍ ຕິດຕາມວີດີໂອເຕັມ ໄວໆນີ້ ເງິນທີ່ໄດ້ຮັບຈາກພວງມາໄລການຮ້ອງເພງນີ້ ຈະນຳເອົາໄປຊ່ວຍເຫຼືອເດັກນັກຮຽນຜູ້ດ້ອຍໂອກາດໃຫ້ເຂົ້າເຖິງການສຶກສາຢ່າງແທ້ຈິງ”
ຂ່າວບັນເທີງຕ້ອງຂໍສະແດງຄວາມຊົມເຊີຍໃນນໍ້າໃຈ ຂອງໜຸ່ມຄົນນີ້ສຸດໆເລີຍ ເປັນແບບຢ່າງທີ່ດີຂອງສັງຄົມ ແລະ ຍັງຊ່ວຍປະເທດຊາດໃນການໃຫ້ໜໍ່ແໜ່ງຂອງຊາດນັ້ນກໍຄືເດັກນ້ອຍຜູ້ດ້ອຍໂອກາດໄດ້ເຂົ້າເຖິງການສຶກສາດ້ວຍນໍ້າໃຈຂອງໜຸ່ມຄົນນີ້ ສາມາດຕິດຕາມການເຄື່ອນໄຫວຂອງໜຸ່ມຄົນນນີ້ໄດ້ເລີຍທາງ Koung Shrimp.