ອົດສະຕຣາລີ ປະກາດຍຸດທະສາດໃໝ່ ສົ່ງເສີມການຄ້າກັບ ອາຊີຕາເວັນອອກສ່ຽງໃຕ້

35

ເວັບໄຊສຳນັກຂ່າວ BNews.vn ລາຍງານວ່າ: ທ່ານ Anthony Albanese ນາຍົກລັດຖະມົນຕີຂອງອົດສະຕຣາລີ ໄດ້ປະກາດຍຸດທະສາດໃໝ່ ເພື່ອສົ່ງເສີມການຮ່ວມມືທາງການຄ້າກັບອາຊີຕາເວັນອອກສ່ຽງໃຕ້ ເຊິ່ງຍຸດທະສາດດັ່ງກ່າວຈະເລີ່ມແຕ່ນີ້ຈົນເຖິງປີ 2040.

ລາຍງານລະບຸວ່າ: ວິທີທີ່ອົດສະຕຣາລີ ຈະຮັດແໜ້ນຄວາມສຳພັນທາງການຄ້າກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໄດ້ນໍາສະເໜີ 75 ຂໍ້ ເພື່ອພັດທະນາການຮ່ວມມືກັບປະເທດໃນອາຊີ ແຜນດັ່ງກ່າວລະບຸ ພາກສ່ວນທີ່ມີລໍາດັບສຳຄັນ 10 ປະການ ທີ່ມີສັກກະຍະພາບໃນການເຕີບໂຕທາງເສດຖະກິດສູງສຸດ ລວມເຖິງຂະແໜງກະສິກຳ ແລະ ອາຫານ, ໂຄງລ່າງພື້ນຖານ, ການເບິ່ງແຍງສຸຂະພາບ ແລະ ການສຶກສາ.

ລັດຖະບານອົດສະຕຣາລີ ໃຫ້ຄໍາໝັ້ນທີ່ຈະສະໜັບສະໜູນເງິນ 95,4 ລ້ານໂດລາອົດສະຕຣາລີ( 60,8 ລ້ານໂດລາສະຫະລັດ ) ເພື່ອສະໜັບສະໜູນຂໍ້ຕົກລົງການລົງທຶນໃນພາກພື້ນ, ໂຄງການແລກປ່ຽນທຸລະກິດໃນອາຊີຕາເວັນອອກສ່ຽງໃຕ້ ຕະຫຼອດຮອດໂຄງການຈັດຫາງານ ແລະ ການຝຶກງານສຳລັບມືອາຊີບທີ່ເປັນໄວໜຸ່ມ.

ນາຍົກລັດຖະມົນຕີຂອງອົດສະຕຣາລີ ເນັ້ນວ່າ: ເສດຖະກິດທີ່ເຕີບໂຕຢ່າງວ່ອງໄວຂອງອາຊີຕາເວັນອອກສ່ຽງໃຕ້ ໄດ້ມອບໂອກາດມະຫາສານໃຫ້ກັບທຸລະກິດຂອງອົດສະຕຣາລີ ແຕ່ເຮົາຍັງບໍ່ສາມາດເຕີບໂຕແບບກ້າວກະໂດດໄດ້ ຍຸດທະສາດນີ້ໄດ້ສະຫຼຸບວິທີທີ່ເຮົາສາມາດໃຊ້ປະໂຫຍດຈາກການເຕີບໂຕນີ້ ໂດຍຄວ້າເອົາໂອກາດທາງການຄ້າ ແລະ ການລົງທຶນອັນກວ້າງໃຫຍ່ໃນພາກພື້ນຂອງພວກເຮົາ.

ລາຍງານຍັງລະບຸວ່າ: ມູນຄ່າການຄ້າ ລະຫວ່າງ ອົດສະຕຣາລີກັບບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້ ໃນປີ 2022 ສູງເຖິງ 178 ຕື້ໂດລາອົດສະຕຣາລີ ( 113,5 ຕື້ໂດລາສະຫະລັດ ). ນອກນີ້, ຍຸດທະສາດດັ່ງກ່າວຍັງຮຽກຮ້ອງໃຫ້ອົດສະຕຣາລີ ຜ່ອນຄາຍອຸປະສັກດ້ານການລົງທຶນຈາກຕ່າງປະເທດ, ການໃຫ້ວີຊ່າ ຢ່າງວ່ອງໄວ ແລະ ຂະຫຍາຍການເຊື່ອມໂຍງທາງອາກາດກັບ ມາເລເຊຍ, ຟີລິບປິນ, ໄທ ແລະ ຫວຽດນາມ.