ຕະຫຼາດສິນເຊື່ອພາກເອກະຊົນໃນເອີຣົບຖົດຖອຍ

39

ເວັບໄຊສຳນັກຂ່າວຣອຍເຕີ ( REUTERS ) ລາຍງານວ່າ: ການໃຫ້ກູ້ຢືມໂດຍກົງ ເຊິ່ງເປັນແຫຼ່ງສິນເຊື່ອທີ່ສຳຄັນ ແຕ່ມີລາຄາແພງສໍາລັບບໍລິສັດໃນເອີຣົບທີ່ມີຄວາມສ່ຽງ ເຊິ່ງທະນາຄານມັກຈະຫຼີກລ່ຽງຢ່າງເຕັມກຳລັງ ແລະ ນີ້ເປັນສັນຍາໃໝ່ ວ່າການປັບຂຶ້ນອັດຕາດອກເບ້ຍ ອາດເລີ່ມເຮັດໃຫ້ເກີດຄວາມກົດດັນໃນການລະດົມທຶນ ແລະ ເຮັດໃຫ້ເສດຖະກິດອ່ອນແອລົງກວ່າເກົ່າ.

ອຸດສາຫະກຳສິນເຊື່ອພາກເອກະຊົນຂອງເອີຣົບ ເຊິ່ງຈະເລີນຮຸ່ງເຮືອງຫຼັງວິກິດການທາງການເງິນໃນປີ 2008 ເນື່ອງຈາກທະນາຄານທີ່ມີຂໍ້ຈໍາກັດດ້ານເງິນທຶນຫຼຸດການປ່ອຍສິນເຊື່ອ ໄດ້ລະດົມທຶນໃໝ່ໃນປີ 2023 ຂະນະນີ້ໄດ້ 26,1 ຕື້ເອີໂຣ ( 28,02 ຕື້ໂດລາ ) ຫຼຸດລົງ 34% ຈາກໄລຍະດຽວກັນຂອງປີ 2022.

ຂະນະດຽວກັນ, ສິນເຊື່ອພາກເອກະຊົນກຳລັງຫຼຸດລົງ ເນື່ອງຈາກທະນາຄານໃນເອີໂຣໂຊນ ຫຼຸດການສ້າງສິນເຊື່ອ ແລະ ກິດຈະກຳທາງທຸລະກິດ ສະດຸດລົງ. ປະລິມານເງິນ M3 ໃນເອີໂຣໂຊນຫຼຸດລົງໃນເດືອນກໍລະກົດ ເປັນຄັ້ງທໍາອິດ ນັບຕັ້ງແຕ່ປີ 2010. ຂະນະທີ່ທະນາຄານກາງຂອງອັງກິດ ( BoE ) ມີຄວາມກັງວົນກ່ຽວກັບການບີບເງິນທຶນໃນການປ່ອຍສິນເຊື່ອທີ່ບໍ່ແມ່ນທະນາຄານ.

ທ່ານ Francesco Sandrini ຫົວໜ້າຝ່າຍກົນລະຍຸດຊັບສິນຂອງ Amundi ເຊິ່ງແມ່ນບໍລິສັດຈັດການຊັບສິນທີ່ໃຫຍ່ທີ່ສຸດຂອງເອີຣົບ ເປີດເຜີຍວ່າ: ພວກເຮົາຄິດວ່າອີກ 2 ໄຕມາດຂ້າງໜ້າພາວະທາງການເງິນຈະຖົດຖອຍຢ່າງມີຄວາມໝາຍສຳຄັນ.

ທະນາຄານກາງເອີຣົບ ໄດ້ສົ່ງມອບຄະແນນພື້ນຖານ 425 BPS ( ໜ່ວຍຄະແນນບອກ ຄວາມປ່ຽນແປງທາງການເງິນ ) ຂອງວົງຈອນເສດຖະກິດ ແລະ BoE ມີຫຼາຍກວ່າ 500 BPS ໃນຂະນະນີ້, ການເຄື່ອນໄຫວເຫຼົ່ານັ້ນເລີ່ມມີຜົນແລ້ວ.

ຜູ້ໃຫ້ກູ້ໂດຍກົງ ທີ່ໃຫ້ທຶນຢ່າງລົ້ນເຫຼືອຈາກຮຸ້ນເອກະຊົນ ແລະ ທຸລະກິດຕະຫຼາດກາງ ໄດ້ປິດພຽງແຕ່ 111 ທຸລະກໍາໃນໄຕມາດທີສອງຂອງປີ 2023, ຂໍ້ມູນໃໝ່ຈາກ Deloitte ສະແດງໃຫ້ເຫັນວ່າຫຼຸດລົງ 48% ຈາກໄຕມາດດຽວກັນຂອງປີ 2022 ແລະ ຕໍ່າສຸດ ນັບຕັ້ງແຕ່ໄຕມາດ 3 ປີ 2020.