ຄະນະວິທະຍາສາດການກີລາ – ກາຍະກໍາ ເສີມສ້າງຄຸນນະພາບການຮຽນການສອນໃຫ້ສອດຄ່ອງກັບປັດຈຸບັນ

47

ທ່ານ ປອ. ອິນຕອງ ເລີດສິນໄຊ ຄະນະບໍດີ ຄະນະວິທະຍາສາດການກີລາ – ກາຍະກໍາ ມະຫາວິທະຍາໄລແຫ່ງຊາດ ໃຫ້ສໍາພາດວ່າ: ຄະນະວິທະຍາສາດການກີລາ – ກາຍະກໍາ ມະຫາວິທະຍາໄລແຫ່ງຊາດ ສ້າງຕັ້ງມາແຕ່ປີ 2016 ເຊິ່ງມີພາລະໜ້າທີ່ຫຼັກ 5 ປະການ ຄື: ຈັດການຮຽນ – ການສອນ, ບໍລິການວິຊາການ, ຄົ້ນຄວ້າວິໄຈ, ສົ່ງເສີມວັດທະນະທໍາອັນດີງາມຂອງຊາດ ແລະ ປະຕິບັດໜ້າທີ່ຕາມການມອບໝາຍຂອງ ມຊ ຫຼື ກະຊວງສຶກສາທິການ ແລະ ກີລາ.

ສໍາລັບວິໄສທັດ ແລະ ຍຸດທະສາດນີ້ ພວກເຮົາໄດ້ປະຕິບັດຕາມແນວທາງຂອງ ມຊ ກໍຄືກະຊວງໄດ້ມອບໃຫ້ໃນມໍ່ໆມານີ້ທາງກີລາກາຍະກໍາໄດ້ມີການວາງແຜນປັບປຸງວິໄສທັດຮອດປີ 2050 ແລະ ຍຸດທະສາດຮອດປີ 2030, ໃນນັ້ນຫຼັກໆກໍຈະພັດທະນາການກີລາຢູ່ໃນ 3 ລະດັບ ຄື: ພັດທະນາກີລານັກຮຽນໃນລະດັບມັດທະຍົມ, ກີລານັກສຶກສາ ແລະ ກີລາແຫ່ງຊາດ 3 ລະດັບ ມີການພົວພັນກັນເພາະສ້າງມາແຕ່ຊັ້ນມັດທະຍົມໂດຍມີການຈັດການແຂ່ງຂັນກີລາລະດັບນັກຮຽນມັດທະຍົມທົ່ວປະເທດ, ພັດທະນາກີລາການສຶກສາຊັ້ນສູງ ບັນດານັກສຶກສາໃນວິທະຍາໄລ, ມະຫາວິທະຍາໄລ ເຊິ່ງຜ່ານມາກໍໄດ້ມີການຈັດການແຂ່ງຂັນກີລາລະດັບມະຫາວິທະຍາໄລຄັ້ງທໍາອິດໃນປີ 2016 ແລະ ເປັນເຈົ້າພາບຈັດການແຂ່ງຂັນກີລາມະຫາວິທະຍາໄລອາຊຽນ 2012.

ການຮັບນັກສຶກສາຜ່ານມາໃນປີ 2020 ມີ 180 ຄົນ ຕໍ່ມາກໍຫຼຸດລົງເປັນ 150, 120 ຄົນ ຮອດປັດຈຸບັນນີ້ມີພຽງ 90 ຄົນ ແຕ່ນັກສຶກສາທີ່ມາສະເໜີຕົວແທ້ໆແມ່ນບໍ່ຮອດ 90 ຄົນ ຕົວຢ່າງ: ປີກາຍນີ້ມີ 50 ຄົນທີ່ມາຮຽນ ກວ່າຈະຮຽນຈົບຮອດປີສຸດທ້າຍກໍຫຼຸດລົງເລື້ອຍໆ, ສໍາລັບປີນີ້ທົ່ວປະເທດມີພຽງ 50 ຄົນເທົ່ານັ້ນທີ່ເສັງເຂົ້າຄະນະກີລາກາຍະກໍາ.
ບັນຫາການຫຼຸດລົງຂອງນັກຮຽນ – ນັກສຶກສາໃນປັດຈຸບັນເປັນບັນຫາລວມບໍ່ແມ່ນແຕ່ສະເພາະປະເທດລາວປະເທດອື່ນໆກໍເຊັ່ນກັນ ເຮົາຮູ້ນໍາກັນວ່າບັນຫານີ້ເກີດຈາກສະພາບການຂອງໂລກ, ວິກິດການໂຄວິດ – 19 ສໍາຄັນແມ່ນເລື່ອງເສດຖະກິດລາວ ພາໃຫ້ເກີດຄວາມຫຍຸ້ງຍາກລໍາບາກໃນການເອົາລູກຫຼານເຂົ້າຮຽນຂອງພໍ່ແມ່ຜູ້ປົກຄອງ ແລະ ສຸດທ້າຍກໍແມ່ນການຊອກວຽກເຮັດງານທໍາຫຼັງຈາກຈົບມາແລ້ວ.

ວິທີແກ້ໄຂຂອງພວກເຮົາກໍໄດ້ມີການປັບປຸງການຮຽນ – ການສອນໃຫ້ມີຄຸນນະພາບຂຶ້ນຕື່ມເປັນຕົ້ນແມ່ນຫຼັກສູດການສອນເພື່ອໃຫ້ສອດຄ່ອງກັບສະພາບປັດຈຸບັນນີ້ ເຊິ່ງພວກເຮົາໄດ້ມີການໂຄສະນາໃຫ້ນັກຮຽນ ໂດຍສະເພາະນັກຮຽນທີ່ຢູ່ໃກ້ຄຽງ ແລະ ໂຄສະນາຜ່ານສື່ອອນລາຍ ເພື່ອໃຫ້ເຫັນໄດ້ເຖິງຄວາມສໍາຄັນຂອງການຮຽນ, ນອກຈາກນັ້ນກໍໄດ້ມີການປະສານໄປຍັງພາກສ່ວນສະຖານປະກອບການເພື່ອຈະຮອງຮັບໃຫ້ແກ່ນັກສຶກສາທີ່ຮຽນຈົບແລ້ວໃຫ້ມີວຽກເຮັດງານທໍາ.

ທ່ານ ປອ. ໃຈລາສີ ຍໍພັນໄຊ ຮອງຄະນະບໍດີ ຄະນະວິທະຍາສາດການກີລາ – ກາຍະກໍາ ມະຫາວິທະຍາໄລແຫ່ງຊາດກ່າວວ່າ: ສິ່ງທ້າທາຍໃນປັດຈຸບັນກໍຄືກະແສສັງຄົມ ວ່າຈະຮຽນໄປເຮັດຫຍັງ ຈົບມາແລ້ວກໍບໍ່ມີວຽກເຮັດງານທໍາ ແຕ່ຄວາມເປັນຈິງແລ້ວຄວາມຮູ້ບໍ່ເຄີຍທໍາຮ້າຍໃຜ ມີແຕ່ຈະສ້າງປະໂຫຍດໃຫ້ຄື: ເມື່ອເຂົ້າມາໃນຮົ້ວມະຫາໄລພວກທ່ານຈະໄດ້ເຄືອຂ່າຍໃນການສ້າງຄວາມຮູ້, ສ້າງໂອກາດ ພວກເຮົາຍັງມີທຶນຈາກທາງພາກລັດ ແລະ ເອກະຊົນ ແລະ ຈາກອົງການຈັດຕັ້ງສາກົນຕ່າງໆ. ຄະນະພວກເຮົາກໍຍັງມີການຮ່ວມມືພົວພັນກັບບັນດາສະຫະພັນກີລາຕ່າງໆ ທຸກປີພວກເຮົາຈະມີກິດຈະກໍາການຝຶກອົບຮົມສໍາລັບພາຍໃນ ແລະ ຕ່າງປະເທດ ແລະ ການເຄື່ອນໄຫວກີລາຕ່າງໆໃນລະດັບສາກົນ. ໃຜທີ່ສາມາດເຂົ້າຮ່ວມເປັນຄູຝຶກໃນລະດັບສາກົນແລ້ວມີໂອກາດໄປເຮັດວຽກຢູ່ຕ່າງປະເທດທີ່ມີລາຍຮັບສູງ ຖືເປັນໂອກາດດີສໍາລັບໃຜທີ່ຢາກຮຽນສາຍນີ້.

ຂໍຝາກເຖິງບັນດານັກຮຽນ – ນັກສຶກສາ ວ່າ: ການຮຽນ – ການສອນວິຊາ ພາລະສຶກສາຄູຝຶກ ແມ່ນການສ້າງບຸກຄະລາກອນກີລາກາຍະກໍານີ້ ເຊິ່ງຜູ້ຮຽນເມື່ອຮຽນຈົບໄປແລ້ວກໍສາມາດປະກອບອາຊີບໄດ້ເຊັ່ນ ສາມາດເປັນຄູ ຫຼື ວິຊາການຢູ່ສະຖານປະກອບການຕ່າງໆ. ດັ່ງນັ້ນຈຶ່ງຢາກຂໍຝາກມາຍັງນັກຮຽນມີຄວາມສົນໃຈທີ່ຢາກຮຽນຢູ່ໃນຄະນະວິທະຍາສາດການກີລາພວກເຮົາ ມີຄວາມຍິນດີ ສ່ວນເບື້ອງພະນັກງານເຮົາເອງກໍມີຄວາມພ້ອມພະຍາຍາມປັບປຸງວ່າເຮັດແນວໃດໃຫ້ການຮຽນ – ການສອນມີຄຸນນະພາບ ແລະ ໃຫ້ຜູ້ຮຽນຈົບມາສາມາດປະກອບອາຊີບໄດ້, ນັກສຶກສາທີ່ຈົບໄປແລ້ວໄດ້ມີວຽກເຮັດງານທໍາ.