ໃຜມີສີມືດ້ານການຜະລິດ ວີດີໂອສັ້ນສະໝັກໄດ້ເລີຍ!

29

ຂ່າວດີ! ສໍາລັບຜູ້ມີແນວຄິດສ້າງສັນ ໂດຍສະເພາະໃນດ້ານການຜະລິດວີດີໂອສັ້ນ ເຊິ່ງທາງສູນວັດທະນະທໍາຈີນປະຈໍາລາວ ໄດ້ມີການປະກາດຮັບສະໝັກການແຂ່ງຂັນວີດີໂອສັ້ນ ພາຍໃຕ້ຫົວຂໍ້ “ ເລື່ອງລາວຂອງຂ້ອຍກັບທາງລົດໄຟ ລາວ – ຈີນ, ຊີງລາງວັນຊະນະເລີດຫຼາຍກວ່າ 12.500.000 ກີບກັນເລີຍ. ນອກຈາກນີ້ຍັງມີລາງວັນອື່ນໆ ລວມທັງໝົດມູນຄ່າ ກວ່າ 53.750.000 ລ້ານກີບ ໃຜມີຄວາມສົນໃຈຕ້ອງດ່ວນ ຟ້າວຮ່ວມສະໝັກກັນໄດ້ເລີຍ.

ສໍາລັບວັນເວລາໃນການສົ່ງຜົນງານ ແມ່ນເລີ່ມແຕ່ວັນທີ 5 -18 ກັນຍາ 2023 ວິທີການສົ່ງຜົນງານ: ສົ່ງໄປທີ່ອີເມວຂອງສູນChinaculturalcenterinlaos@gmail.com ພ້ອມກັບແນບແບບຟອມສະໝັກ ( ລະບຸ: ຊື່ ແລະ ນາມສະກຸນ, ທີ່ຢູ່ປັດຈຸບັນ, ອາຊີບ, ເບີໂທລະສັບ, ອີເມວ ) ແລະ ແບບຟອມສະໝັກ: ກະລຸນາສະແກນ QR Code ດ້ານລຸ່ມ ເພື່ອດາວໂຫຼດ.
ງານນີ້ກໍຈັດເຕັມອີ່ຫຼີ ສໍາລັບລາງວັນຊະນະເລີດ 1 ລາງວັນ, ເປັນເງິນສົດ 12.500.000 ກີບ ແລະ ປີ້ລົດໄຟຊັ້ນ 1 ສະເພາະປີ້ລົດໄຟພາຍໃນປະເທດລາວ ຈໍານວນ 3 ປີ້; ລາງວັນຮອງອັນດັບໜຶ່ງ ຈໍານວນ 2 ລາງວັນ ເປັນເງິນສົດ 7.500.000 ກີບ ແລະ ປີ້ລົດໄຟຊັ້ນ 1 ສະເພາະປີ້ລົດໄຟພາຍໃນປະເທດລາວ ຈໍານວນ 2 ປີ້; ລາງວັນຮອງອັນດັບສອງ ມີ 3 ລາງວັນ ເປັນເງິນສົດ 2.500.000 ກີບ ແລະ ປີ້ລົດໄຟຊັ້ນ 2 ສະເພາະປີ້ລົດໄຟພາຍໃນປະເທດລາວ ຈໍານວນ 2 ປີ້ ແລະ ລາງວັນຮອງອັນດັບສາມ ມີ 15 ລາງວັນ ເປັນເງິນສົດ 1.250.000 ກີບ ແລະ ປີ້ລົດໄຟຊັ້ນ 2 ສະເພາະປີ້ລົດໄຟພາຍໃນປະເທດລາວ ຈໍານວນ 1 ປີ້.

ທ່ານໃດທີ່ສົນໃຈກໍສາມາດ ສອບຖາມຂໍ້ມູນເພີ່ມຕື່ມ ໄດ້ເລີຍທີ່ສູນວັດທະນະທໍາຈີນປະຈໍາ ສປປ ລາວ ເບີໂທ 021-228 898, ອີເມວ chinaculturalcenterinlaos@gmail.com ແລະ ເຟສບຸ໊ກ: china cultural center in laos ທີ່ຢູ່ແມ່ນຖະໜົນໄກສອນພົມວິຫານ ເລກທີ 134 ໜ່ວຍ 8 ບ້ານໂພນສະອາດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
ທ້າຍນີ້, ສໍາລັບເງື່ອນໄຂຜົນງານ ແລະ ແບບຟອມລົງທະບຽນແມ່ນສາມາດໄປຕິດຕາມທີ່ເພຈຂອງສູນໄດ້ເລີຍ ເຊິ່ງງານນີ້ ປະກອບດ້ວຍຄະນະຮັບຜິດຊອບ ແມ່ນຈັດໂດຍສະຖານທູດຈີນ ປະຈຳ ສປປ ລາວ ແລະ ຮັບຜິດຊອບຈັດໂດຍ ບໍລິສັດ ທາງລົດໄຟ ລາວ – ຈີນ, ສູນວັດທະນະທຳຈີນ ປະຈຳ ສປປ ລາວ, ສຳນັກຂ່າວຊິນຫົວ ປະຈຳນະຄອນຫຼວງວຽງຈັນ, ວິທະຍຸໂທລະພາບສູນກາງຈີນ ປະຈຳລາວ.
ອີກໜຶ່ງງານດີໆທີ່ບໍ່ຄວນພາດ ທີ່ທີມຂ່າວບັນເທີງນໍາມາຝາກມາຕ້ອນ ຢ່າລືມເດີສະໝັກເພື່ອສະແດງຜົນງານກັນຫຼາຍໆ.