ຍີ່ປຸ່ນສົ່ງຍານສຳຫຼວດຂຶ້ນສູ່ດວງຈັນ

38

ສຳນັກຂ່າວ AFP ລາຍງານວ່າ: ຈະຫຼວດ H2 – A ຂອງອົງການອະວະກາດຍີ່ປຸ່ນ ໄດ້ຖືກປ່ອຍຂຶ້ນຈາກສູນອະວະກາດ ທານເງະຊີມະ ທາງພາກໃຕ້ຂອງຍີ່ປຸ່ນ ເມື່ອເວລາ 8:42 ໂມງ ຂອງວັນທີ 7 ກັນຍາ ຕາມເວລາທ້ອງຖິ່ນ ເພື່ອນຳສົ່ງຍານສຳຫຼວດຂະໜາດນ້ອຍ Smart Lander for Investigating Moon ( SLIM ) ໄປລົງຈອດພາຍໃນລັດສະໝີ 100 ແມັດ ຈາກເປົ້າໝາຍທີ່ກຳນົດໄວ້.

ພາລະກິດດັ່ງກ່າວ ເອີ້ນວ່າ “ມູນ ສະໄນເປີ ” ເຊິ່ງຈະໃຊ້ເວລາເດີນທາງຍາວນານເຖິງ 4 – 6 ເດືອນ, ຂະນະດຽວກັນຈະຫຼວດດັ່ງກ່າວຍັງບັນທຸກດາວທຽມວິໄຈ ເຊິ່ງເປັນການພັດທະນາຮ່ວມກັນລະຫວ່າງ ອົງການອະວະກາດຍີ່ປຸ່ນ ກັບ ອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດສະຫະລັດອາເມຣິກາ ( NASA ) ແລະ ອົງການອະວະກາດເອີຣົບ ( ESA ).

ຄວາມເຄື່ອນໄຫວຂອງຍີ່ປຸ່ນໃນຄັ້ງນີ້ເກີດຂຶ້ນ, ຫຼັງອິນເດຍສ້າງປະຫວັດສາດ ເປັນປະເທດທີ 4 ຂອງໂລກ ສາມາດສົ່ງຍານສຳຫຼວດລົງໄປຈອດຢູ່ພື້ນຜິວຂອງດວງຈັນ ເມື່ອທ້າຍເດືອນສິງຫາທີ່ຜ່ານມາ. ຍານສຳຫຼວດຂອງອົງການອະວະກາດອິນເດຍ ເປັນຍານສຳຫຼວດລຳທຳອິດຂອງໂລກທີ່ປະສົບຜົນສຳເລັດໃນການລົງຈອດ ແລະ ສຳຫຼວດ ພື້ນຜິວບໍລິເວນຂົ້ວໃຕ້ຂອງດວງຈັນ.