ເຜີຍໂສມ ຜູ້ຊະນະເລີດໃນ The Wow Laos ss 2 ເຟີບີ້ ນັນທິດາລັນ

50

ເປັນໄປຕາມຄາດ ຕົວເຕັງແຫ່ງລາຍການ ໃນທີ່ສຸດກໍຄວ້າໄຊຊະນະມາໄດ້ ເຊິ່ງງານນີ້ໄດ້ແລ້ວຜູ້ຊະນະເລີດລາຍການ The WOW Laos season 2 ຂໍສະແດງຄວາມຍິນດີກັບ ” ເຟີບີ້ ນັນທິດາລັນ ໄຊປະເສີດ ” ທີມແອັງເຈີ ລູກນໍ້າ ເຊິ່ງນ້ອງຄົນນີ້ແມ່ນຕັ້ງແຕ່ Ep ທໍາອິດຈົນເຖິງມື້ Final ມີການພັດທະນາ ແລະ ເຮັດໄດ້ດີມາຕະຫຼອດ ບໍ່ວ່າຈະເປັນການເດີນແບບ, ການສະແດງ ລວມໄປເຖິງແຄມເປນກິດຈະກຳຕ່າງໆທີ່ທ້າທາຍຄວາມສາມາດ ເຊິ່ງພິສູດໃຫ້ກໍາມະການ ແລະ ທຸກຄົນໄດ້ເຫັນແລ້ວ ນີ້ຄືໂສມໜ້າຜູ້ຄວ້າລາງວັນທີ່ເໝາະສົມກັບຕໍາແໜ່ງທີ່ສຸດ.

ຫຼັງຈາກການປະກວດໄດ້ຈົບລົງ ໃນຖານະຫົວໜ້າທີມ ແອັງເຈີ ລູກນໍ້າ ກໍໄດ້ມີການໂພສຜ່ານ ເຟສບຸ໊ກສ່ວນຕົວຂອງຕົນເອງວ່າ: “ ດີໃຈນຳນ້ອງ Ferbee ( ເຟີບີ້ ) ທີ່ເປັນຜູ້ຊະນະເລີດ ໃນລາຍການ The WOW lao season2 ກັບທີມ angel louknum ທຸກຄົນ ທີ່ພະຍາຍາມກັນມາສຸດໆ ຈົນຮອດໂຄ້ງສຸດທ້າຍ ທຸກຄົນຈະເຫັນວ່າທີມເຮົາຂ້ອນຂ້າງແຂງ ເພາະນ້ອງໆທຸກຄົນຝຶກຊ້ອມຫຼາຍ ໄລຍະທຳອິດຝຶກຊ້ອມເກືອບທຸກມື້ເລີຍ ທຸກອັນທີ່ຄິດອອກເອົາມາຝຶກຊ້ອມ ໃຜອ່ອນຈຸດໃດ ຊ້ອມໜັກເມື່ອຍ ແຕ່ກໍກຸ້ມຄ່າເພາະຕອນນີ້ນ້ອງໆທຸກຄົນຄືເກັ່ງໝົດ ເຮັດໃຫ້ນ້ຳມີຄອບຄົວມາເພີ່ມອີກ ພູມໃຈໃນຕົວນ້ອງໆທຸກຄົນທັງ 6 ຄົນ.

ເມື່ອຍ ແລະ ມ່ວນໄປພ້ອມໆກັນເລີຍ ເບິ່ງຈາກຮູບຂອບໃຈນ້ອງໆທຸກຄົນທີ່ບໍ່ເຮັດໃຫ້ເອື້ອຍຜິດຫວັງຈັກຄົນ ຂອບໃຈທີມງານ wow ທຸກຄົນ ໂດຍສະເພາະພີ່ເກັ່ງ, ພີ່ໜຶ່ງ ທີ່ທຸ່ມເທທຸກຢ່າງໃຫ້ມັນເຕັມທີ່ ຂອບໃຈແອັງເຈີນ້ອຍ, ແດງ ແລະ ໄມຊັ່ມ ທີ່ເປັນມິດຕະພາບດີໆໃຫ້ກັນຕະຫຼອດ ເຖິງໃນລາຍການຈະຜິດກັນ ແຕ່ພໍອອກຈາກກ້ອງເຮົາກໍສະໜິດກັນເດີ ຂອບໃຈແບ້ງ ຜູ້ຈັດການຄົນເກັ່ງ ທັງຍັງເປັນພິທີກອນອີກເມື່ອຍສຸດໆໄປເລີຍ ຂອບໃຈສະປອນເຊີ້ທຸກຄົນທີ່ຄອຍຊັບພອດລາຍການ ສຸດທ້າຍຂອບໃຈນ້ອງໆທຸກຄົນ ທັງ 16 ຄົນ ທີ່ພະຍາຍາມມາຈົນຮອດສຸດທ້າຍ.

ພ້ອມນີ້, ນ້ອງເຟີບີ້ ຜູ້ຊະນະເລີດການແຂ່ງຂັນ ແລະ ທັງເປັນລູກທີມ ກໍໄດ້ເຂົ້າມາສະແດງ ຄວາມຄິດເຫັນວ່າ: “ ຂອບໃຈເອື້ອຍນໍ້າເດີ ທີ່ເລືອກເຮົາເຂົ້າມາຢູ່ໃນວົງການນີ້ແຕ່ທຳອິດ ຂອບໃຈທີ່ເອື້ອຍເຫັນເຖິງຄວາມສາມາດຂອງເຮົາ ເຮົາກໍບໍ່ມີຫຍັງຕອບແທນເອື້ອຍ ນອກຈາກຄໍາຂອບໃຈ ແລະ ຄໍາວ່າຮັກແພງເອື້ອຍນໍ້າ ແລະ ຄວາມພະຍາຍາມທີ່ຜ່ານມາກັບຄວາມສໍາເລັດນີ້ ນ້ອງກໍເຮັດເພື່ອເອື້ອຍນໍ້າຄືກັນເດີ ”.
ທ້າຍນີ້ທີມຂ່າວບັນເທີງເອງ ກໍຝາກຕິດຕາມຜົນງານຂອງນ້ອງດ້ວຍ ຢ່າລືມຕິດຕາມຜົນງານ The Winner ຂອງ The WOW Laos ss2 ຄົນນີ້ນໍາກັນເດີ ວ່າຈະມີຜົນງານໃດອອກມາໃຫ້ເຮົາໄດ້ຕິດຕາມ ຖ້າມີຜົນງານເມື່ອໃດຂ່າວບັນເທີງຈະຟ້າວນຳມາສະເໜີຢ່າງແນ່ນອນ ຊ່ອງທາງການຕິດຕາມ Ferbee Nanthida Ans.