ທະນາຄານ ມາຣູຮານ ເຈແປນລາວ ມອບເງິນ 83 ລ້ານກີບ ສະໜັບສະໜູນວັນກີລາບານເຕະ ສຕລ

300

ທະນາຄານ ມາຣູຮານ ແຈແປນລາວ ຈໍາກັດ ມອບເງິນຈໍານວນ 83 ລ້ານກີບເຂົ້າໃນການສະໜັບສະໜູນວັນກີລາບານເຕະ ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ຢ່າງເປັນທາງການ ເມື່ອວັນທີ 5 ກັນຍາ 2023 ທີ່ຫ້ອງປະຊຸມຊັ້ນ 3 ຂອງ ສະຫະພັນບານເຕະແຫ່ງຊາດລາວ.

ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ແລະ ທ່ານ ບຸນມີ ແສງພະຈັນ ອໍານວຍການ ທະນາຄານ ມາຣູຮານ ເຈແປນລາວຈໍາກັ, ທ່ານ ມາໂກໂຕະ ໂຍຊິໂກຊິ ຮອງອໍານວຍການ ທະນາຄານ ມາຣູຮານ ເຈແປນລາວຈໍາກັດ ແລະ ທ່ານ ຊຸນດຣໍາ ມູນຕີ ຫົວໜ້າເຕັກນິກວິທະຍາຂອງ ສຕລ ພ້ອມດ້ວຍຄະນະທັງສອງຝ່າຍ ລວມເຖິງພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວວ່າ: ວັນກີລາບານເຕະ ສຕລ ເຄີຍຈັດມາແລ້ວເມື່ອບໍ່ດົນມານີ້ທີ່ ສູນຝຶກຈໍາປີ-ຈໍາປີ ( ເຂດສະໜາມກີລາແຫ່ງຊາດ ຫຼັກ 16 ) ແລະ ແນ່ນອນໃນປີນີ້ແມ່ນຈະໄດ້ຈັດຄັ້ງໃຫຍ່ຂື້ນໃນວັນທີ 7 ຕຸລາ 2023 ເພື່ອເປັນການສະເຫຼີມສະຫຼອງ ແລະ ສົ່ງເສີມການຫຼິ້ນກີລາຜ່ານກີລາບານເຕະໃຫ້ແກ່ບັນດາລູກຫລານອະນຸຊົນລາວໃນຂອບເຂດທົ່ວປະເທດ ແລະ ເປັນການເຕົ້າໂຮມເອົາບັນດາທ່ານທີ່ມີນໍ້າໃຈມັກຮັກໃນກີລາບານເຕະມາຮ່ວມກັນ ເພື່ອສ້າງກິດຈະກຳດີໆໃນການພັດທະນາກີລາບານເຕະທົ່ວປະເທດ.

“ ກິດຈະກຳຄັ້ງດັ່ງກ່າວ ແມ່ນເປັນການຮ່ວມກັນຈັດຂື້ນລະຫວ່າງ ສຕລ ແລະ ສະພັນບານເຕະແຂວງທັງໝົດທັງ 18 ແຂວງ ແນ່ນອນໃນງານວັນກີລາບານເຕະ ສຕລ ຈະເປັນບ່ອນທີ່ເປີດໂອກາດໃຫ້ລູກຫລານອະນຸຊົນພວກເຮົາທີ່ມີຄວາມຮັກມັກໃນກີລາບານເຕະໄດ້ເລິ່ມຮຽນຮູ້ທັກສະໃນການຫຼິ້ນກິລາປະເພດນີ້ ພ້ອມທັງເປີດໂອກາດໃຫ້ເຂົາເຈົ້າໄດ້ສະແດງອອກເຖິງພອນສະຫວັນແລະຄວາມສາມາດໃນການຫຼິ້ນກີລາບານເຕະ ຄຽງຄູ່ກັບໃຫ້ເດັກໄດ້ຮຽນຮູ້ເຖິງຜົນປະໂຫຍດປິ່ນອ້ອມໃນການຫຼິ້ນກີລາບານເຕະເຊັ່ນມີສຸຂະພາບທີ່ແຂງແຮງ, ການເຮັດວຽກຮ່ວມກັນເປັນທີມ ແລະ ການມີນໍ້າໃຈນັກກີລາ, ເຊິ່ງລ້ວນແລ້ວແຕ່ຈະສົ່ງຜົນດີໃຫ້ແກ່ຜູ້ເຂົ້າຮ່ວມກໍຄືບັນດາທ້ອງຖິ່ນຊຸມຊົນໃນຂອບເຂດທົ່ວປະເທດ ພ້ອມທັງຍັງເປັນຕົວເລືອກໃຫ້ກັບທີມຊາດລາວ ໃນອະນາຄົດ ” ທ່ານ ນາງ ກັນຍາ ແກ້ວມະນີ ກ່າວ.

ຂະນະດຽວກັນ ທ່ານ ບຸນມີ ແສງພະຈັນ ອໍານວຍການທະນາຄານ ມາຣູຮານ ເຈແປນລາວ ກ່າວວ່າ: ຍິນດີ ແລະ ພ້ອມໃຫ້ການສະໜັບສະໜູນໃນການຈັດງານໃນຄັ້ງນີ້ ແລະ ໃນຄັ້ງຕໍ່ໆໄປ ເຊິ່ງເຄື່ອງທີ່ທະ ນາຄານ ມາຣູຮານ ເຈແປນລາວຈໍາກັດ ນໍາມາສະໜັບສະໜູນລວມມີເສື້ອຈໍານວນ 2,500 ຕົວ ລວມເປັນມູນຄ່າ 83 ລ້ານກີບ ແນ່ນອນວ່າຕອນນີ້ພວກເຮົາຈະເລີ່ມທີ່ນັກກີລາເຍົາວະຊົນ ແລະ ອະນາຄົດອາດຈະກ່າວໄປສູ່ການເປັນສ່ວນໜຶ່ງກັບການແຂ່ງຂັນບານເຕະລີກສູງສຸດຂອງ ສປປ ລາວ ກໍຄື ເປບຊີ ລາວລີກ 1 ກໍເປັນໄດ້.
ຂ່າວ-ຮູບ: Larh Creators