1 ໃນ 5ຊຸດນີ້! ລຸ້ນກັນຕໍ່ວ່າຊຸດໃດ ຈະໄປເສີດສາຍໃນເວທີຈັກກະວານ

377

ເນື່ອງຈາກທາງໂຄງການປະກວດ Miss Universe Laos2023 ໄດ້ມີການປະກາດຜົນ 5ຊຸດປະຈໍາຊາດທີ່ຖືກຄັດເລືອກດ້ວຍການໂຫວດ ພ້ອມນີ້ໃຫ້ແຟນໆໄດ້ລຸ້ນກັນຕໍ່ວ່າ 1 ໃນ 5ຊຸດນີ້ ຈະແມ່ນຊຸດໃດທີ່ຈະໄດ້ໄປເສີດສາຍເອກະລັກຂອງຊຸດປະຈໍາຊາດລາວໃນເວທີສາກົນ Miss Universe 2023 ເຊິ່ງເຫຼືອເວລາອີກພຽງ 2 ເດືອນ ກວ່າໆເທົ່ານັ້ນກໍຈະຮອດມື້ປະກວດເອົາມົງໃຫຍ່ກັນແລ້ວ ເຊິ່ງການປະກວດຂອງປີນີ້ຈະຖືກຈັດຂຶ້ນທີ່ປະເທດ El Savador ໃນລະຫວ່າງວັນທີ 3 – 18 ພະຈິ ກ2023 ນີ້ເອງ.

ສໍາລັບໃນປັດຈຸບັນນີ້ ສາວງາມຕົວແທນປະເທດລາວ ທີ່ຈະໄດ້ເດີນທາງບິນລັດຟ້າເພື່ອຄວ້າມົງກຸດກໍຄື ສາວປາເປົ້າ ໄພມະນີ ລາດສະບັນເທົານັ້ນເອງ ເຊິ່ງເຈົ້າໂຕກໍມີຄວາມຕັ້ງໃຈກຽມໂຕກຽມຄວາມພ້ອມສຸດໆ, ຫຼັງຈາກທີ່ໄດ້ຮັບຕໍາແໜ່ງແລ້ວ ປາເປົ້າ ກໍໄດ້ເດີນໜ້າລົງເຮັດກິດຈະກໍາ ແລະ ຊ່ວຍເຫຼືອອົງກອນຕ່າງໆຕາມທີ່ລາວໄດ້ຕັ້ງໃຈໄວ້ ແລ້ວກໍຍັງໄດ້ເດີນທາງໄປຮັບລາງວັນ THE WORLD’S HIGHEST AWARDS 2023 ທີ່ປະເທດໄທ ແລະ ຮ່ວມຊົມການປະກວດ MUT 2023 ອີກດ້ວຍ ແລະ ກິດຈະກໍາອື່ນໆອີກຢ່າງຫຼາກຫຼາຍກັນເລີຍ.

ພ້ອມນີ້, ທາງກອງປະກວດກໍໄດ້ມີການປະກາດຜົນ 5 ຊຸດປະຈຳຊາດ ທີ່ໄດ້ຮັບໂຫວດສູງສຸດ ເຊິ່ງໃນປີນີ້ແມ່ນມາໃນຄອນເຊັບ The Lao Silk ທັງ 5 ຊຸດ ຈະໄດ້ມີການສຳພາດນັກອອກແບບ ແລະ ກວດສອບຂໍ້ມູນ ຄວາມເປັນໄປໄດ້ແທ້ຂອງການຜະລິດ ແລະ ວັດສະດຸທີ່ໃຊ້ຜະລິດ. ສະນັ້ນ, ພວກເຮົາມາລຸ້ນນຳກັນວ່າ ຊຸດໃດທີ່ຈະຖືກເລືອກໃຫ້ໄປຈັກກະວານໃນປີນີ້ ເອກອ້າງຄວາມງົດງາມ ເອກະລັກທີ່ບົ່ງບອກເຖິງຄວາມເປັນລາວ ວັດທະນາທຳອັນຊົງຄຸນຄ່າ ເຈີດຈະລັດໃຫ້ເລີດລ້ຳ ສູ່ສາຍຕາຊາວໂລກ.

ໂດຍຊຸດທີ່ຜ່ານເຂົ້າຮອບທັງ 5 ຊຸດນີ້ ແມ່ນມີຊື່ວ່າ: ຊຸດທີ 1 ໄດ້ແກ່ມະຫາເທວີລ້ານຊ້າງ ອອກແບບໂດຍ ຈິ່ມມີ້ ແສນສາລີ, ຊຸດທີ 2 ແມ່ນຊຸດ ວິຈິດບັນຈົງຕໍ່າລົງຜ້າໄໝລາວ ອອກແບບໂດຍ ຂັນໄຊ ແຖມພູຄໍາ, ຊຸດທີ 3 ແມ່ນຫັດຖະກໍາຕໍ່າຫູກລາວ ອອກແບບໂດຍ ຂັນໄຊ ແຖມພູຄໍາ, ຊຸດທີ 4 ສາວລາວເຜົ່າລື້ ອອກແບບໂດຍ ພອນປະເສີດ ແສງມະນີວົງ ແລະ ຊຸດທີ 5 ເສັ້ນທາງຜ້າໄໝ ເຊິ່ງອອກແບບໂດຍ ນົບຊະພອນ ຈັນທະວົງ ນັ້ນເອງ.

ຊຸດປະຈໍາຊາດທັງ 5 ຊຸດນີ້ລ້ວນແຕ່ສະແດງອອກເຖິງ ຄວາມເປັນລາວໄດ້ເປັນຢ່າງດີ ດ້ວຍລວດລາຍຜ້າໄໝລາວ ແລະ ການອອກແບບຕ່າງໆ, ສະນັ້ນກໍຂໍຝາກແຟນໆຮ່ວມກັນໂຫວດ ວ່າຊຸດໃດນັ້ນທີ່ຈະຖືກສວມໃສ່ໃນເວທີສາກົນ ຕ້ອງຖ້າຕິດຕາມນໍາກັນເດີ ສາມາດເຂົ້າໄປຕິດຕາມຜົນງານກັນໄດ້ທາງເພຈ Miss Universe Laos.