ເສັ້ນທາງການເປັນນັກຮຽນທຶນປະເທດຍີ່ປຸ່ນ

19

ເຊື່ອວ່າໃນຊີວິດນັກຮຽນນັກສຶກສາ ຖ້າໄດ້ມີໂອກາດ ໃຜໆກໍ່ຢາກໃຫ້ຕົນເອງໄດ້ໄປຮຽນຕໍ່ທີ່ຕ່າງປະເທດ ແຕ່ຈະມີຈັກຄົນ ທີ່ສາມາດກ້າວຜ່ານ ແລະສາມາດເຮັດຄວາມຝັນຂອງຕົນໄດ້ຢ່າງສຳເລັດ.
ບົນເສັ້ນທາງເດີນຂອງນ້ອງ ລັກສະນີ ພົງພັນ ນັກສຶກສາທຶນລະດັບປະລິນຍາໂທ ໃນປະເທດຍີ່ປຸ່ນ ກວ່າຈະມີວັນນີ້ໄດ້ນັ້ນ ມັນບໍ່ແມ່ນເລື່ອງບັງເອີນ ຫຼືໂຊກຊາຕາ ແຕ່ຢ່າງໃດເລີຍ ທຸກຢ່າງເກີດຂຶ້ນບົນຄວາມຕັ້ງໃຈ ແລະຄວາມມຸ່ງໝັ້ນອົດທົນຢ່າງສູງ ຈຶ່ງມີວັນນີ້ມາໄດ້.
ລັກສະນີ ພົງພັນ ຫຼືນ້ອງ ກີ່ ໃຫ້ສໍາພາດວ່າ: ນ້ອງມີຖິ່ນຖານ ບ້ານເກີດມາຈາກເມືອງມໍລະດົກໂລກ ແຂວງ ຫຼວງພະບາງ ກຳເນີດໃນຄອບຄົວທຳມະດາສາມັນຊົນ ພໍ່ແມ່ມີອາຊີບເປັນພະນັກງານ ເວລາທີ່ຮຽນຢູ່ຊັ້ນປະຖົມ ນ້ອງໄດ້ຖືກຄັດເລືອກໃຫ້ໄປເສັງນັກຮຽນເກັ່ງໃນທົ່ວເມືອງຫຼວງພະບາງ ໃນວິຊາ ຄະນິດສາດ ເພາະນ້ອງເປັນຄົນທີ່ ມັກວິຊາຄິດໄລ່ ແຕ່ໃນຕອນນັ້ນບໍ່ສາມາດເສັງຕິດອັນດັບໃດໄດ້ເລີຍ.

ໃນຊ່ວງທີ່ຮຽນມັດທະຍົມທັງຕອນຕົ້ນ ແລະຕອນປາຍ ນ້ອງກໍ່ໄດ້ຖືກຄັດເລືອກ ໃຫ້ມາເສັງນັກຮຽນເກັ່ງອີກ ແຕ່ຄັ້ງນີ້ນ້ອງໄດ້ປ່ຽນມາເສັງໃນວິຊາ ເຄມີສາດ ແຕ່ທຸກຄັ້ງທີ່ເສັງ ນ້ອງກໍບໍ່ເຄີຍ ທີ່ຈະໄດ້ຕິດອັນດັບນຳໝູ່ໄດ້ເລີຍ ເວົ້າໄດ້ເລີຍວ່າຊີວິດໃນການສອບເສັງນັກຮຽນເກັ່ງຂອງນ້ອງນັ້ນ ແມ່ນບໍ່ເຄີຍສົມຫວັງເລີຍ.
ແຕ່ຄວາມຜິດຫວັງດັ່ງກ່າວບໍ່ໄດ້ເປັນຕົວບັນທອນຈິດໃຈຂອງນ້ອງແຕ່ປະການ ກົງກັນຂ້າມ ຄວາມຜິດຫວັງດັ່ງກ່າວມັນຍິ່ງເປັນແຮງຜັກດັນໃຫ້ນ້ອງ ຍິ່ງຕ້ອງໄດ້ຕໍ່ສູ້ ແລະຕັ້ງໃຈໃຫ້ຫຼາຍຂຶ້ນກວ່າເກົ່າ ເພາະນ້ອງເປັນຄົນໜຶ່ງທີ່ມີຄວາມຝັນ ນ້ອງຝັນເຫັນປະເທດຍີ່ປຸ່ນ, ຢາກໄປຮຽນຕໍ່ຢູ່ທີ່ປະເທດຍີ່ປຸ່ນ ເພາະທຸກຄັ້ງທີ່ນ້ອງໄດ້ຮັບຟັງເລື່ອງລາວໃນຜົນສຳເລັດຂອງນັກຮຽນລຸ້ນອ້າຍເອື້ອຍທີ່ຈົບມາຈາກປະເທດຍີ່ປຸ່ນແລ້ວ ຮູ້ສຶກຊາບຊ່າໄປເຖິງກົ້ນບຶ້ງຂອງຫົວໃຈ.
ແຕ່ແລ້ວສິ່ງທີ່ບໍ່ຄາດຝັນກໍເກີດຂຶ້ນ ເມື່ອຕອນທີ່ເສັງຈົບຊັ້ນມໍ 7 ນ້ອງສາມາດຍາດໄດ້ອັນດັບ 1 ຂອງແຂວງຫຼວງພະບາງ ຮ່ວມກັນກັບໝູ່ອີກ 1 ຄົນທີ່ມີຜົນຂອງຄະແນນເທົ່າກັນ ຈາກແຮງຜັກດັນທີ່ມີຢູ່ມັນໄດ້ກາຍເປັນຈຸດເລີ່ມຕົ້ນ ໃນການທີ່ຈະສານຝັນຂອງຕົນໃຫ້ກາຍມາເປັນຄວາມຈິງໄດ້ ເພາະເສັ້ນທາງໃນການກ້າວເຂົ້າມາສູ່ໃນລະດັບມະຫາໄລແຫ່ງຊາດນັ້ນ ມັນໄດ້ເປີດທາງລໍຖ້ານ້ອງໄວ້ຢູ່ແລ້ວນັ້ນເອງ, ຈາກການທີ່ມີຜົນຄະແນນໄດ້ເປັນອັນດັບທີ່ 1 ຂອງແຂວງ ນ້ອງໄດ້ເລືອກມາຮຽນໃນສາຍວິຊາ ເຄມີສາດ ເພາະມັນເປັນວິຊາທີ່ນ້ອງມັກຫຼາຍທີ່ສຸດ.

ໃນການມາສຶກສາຮ່ຳຮຽນ ຢູ່ທີ່ມະຫາວິທະຍາໄລແຫ່ງຊາດຄັ້ງນີ້ ມັນໄດ້ເປັນບົດທົດສອບ ຄວາມສາມາດຂອງນ້ອງຢ່າງແທ້ຈິງ ເພາະວ່າຄວາມຝັນທີ່ຈະໄດ້ໄປເຫັນປະເທດຍີປຸ່ນມັນຍັງບໍ່ເຄີຍເລື່ອນລາງຈາງຫາຍໄປຈາກໃຈຂອງນ້ອງໄດ້ເລີຍ ແລະມັນກໍບໍ່ແມ່ນເລື່ອງທີ່ງ່າຍພໍປານໃດທີ່ນັກສຶກສາມາຈາກຕ່າງແຂວງຄືນ້ອງ ຈະສາມາດເຮັດ ຄວາມຝັນນັ້ນໃຫ້ມັນເປັນຈິງໄດ້ ແລະ ຍິ່ງຕ້ອງໄປຮຽນຕໍ່ຢູ່ໃນປະເທດທີ່ມີລະດັບມາດຕະຖານໃນການສຶກສາສູງຄືແບບປະເທດຍີ່ປຸ່ນເຊັ່ນນີ້ແລ້ວ ຄວາມຍາກກໍຍິ່ງເພີ່ມຂຶ້ນໄປອີກ.
ໃນຕອນທີ່ຮຽນຢູ່ຊັ້ນປະຖົມເຖິງຊັ້ນມໍປາຍ ການຮຽນຂອງນ້ອງ ພໍ່ຈະກຳນົດໃຫ້ນ້ອງຕ້ອງໄດ້ມີເວລາໃນການອ່ານໜັງສື ແລະເຮັດວຽກບ້ານຢ່າງໜ້ອຍ 2 ຊົ່ວໂມງ ໃນຕອນຄ່ຳ ຄືປະມານ 19:00-21:00 ຂອງທຸກໆ ວັນອາທິດ – ວັນພະຫັດ ແຕ່ພໍມາຮຽນຢູ່ໃນມະຫາວິທະຍາໄລແຫ່ງຊາດນີ້ແລ້ວ ນ້ອງຍິ່ງໄດ້ຮຽນໜັກກວ່າເກົ່າຫຼາຍເທົ່າຕົວ ເພາະຮຽນຍາກ ແລະ ວຽກບ້ານກໍຫຼາຍນຳອີກ ສິ່ງນີ້ເອງທີ່ເຮັດໃຫ້ນ້ອງຄິດວ່າ ຄວາມເກັ່ງນັ້ນເປັນພຽງສ່ວນໜຶ່ງຂອງຄວາມສຳເລັດ ແຕ່ຄວາມອົດທົນພະຍາຍາມຢ່າງແທ້ຈິງນັ້ນຕ່າງຫາກ ທີ່ສຳຄັນຫຼາຍກວ່າ ເພາະບໍ່ມີຫຍັງທີ່ຈະມາຢູ່ເໜືອຄວາມພະຍາຍາມຂອງເຮົາ ບໍ່ມີຫຍັງທີ່ຈະມາຢູ່ເໜືອການເຮັດຊ້ຳໆ, ຮຽນຊ້ຳໆ ທຸກວັນຂອງເຮົາໄດ້.

ຈາກການອົດທົນພະຍາຍາມມາໂດຍຕະຫຼອດ ໃນໄລຍະເວລາ 4 ປີ ວັນນີ້ເຮັດໃຫ້ນ້ອງສາມາດປະສົບຜົນສຳເລັດໄດ້ໃນລະດັບທີ່ໜ້າພາກພູມໃຈເປັນຢ່າງຍິ່ງ ເພາະນ້ອງໄດ້ກາຍເປັນແມ່ຍິງຄົນທຳອິດຂອງປະເທດລາວ ທີ່ໄດ້ຮັບໃບປະກາດແດງໃນສາຍວິຊາເຄມີສາດ ດ້ວຍຜົນຄະແນນທີ່ສູງ GPA 3.94 ເຊິ່ງນັ້ນມັນໄດ້ກາຍເປັນສິ່ງທີ່ນ້ອງດີໃຈ ແລະພາກພູມໃຈຫຼາຍທີ່ສຸດໃນຊີວິດຂອງນັກສຶກສາ ແລະ ຄວາມຝັນຂອງນ້ອງທີ່ຢາກເຫັນປະເທດຍີ່ປຸ່ນນັ້ນມັນກໍໄດ້ກາຍມາເປັນຄວາມຈີງໃນປັດຈຸບັນ ເພາະນ້ອງໄດ້ຮັບທຶນການສຶກສາ Innovative Asia ຂອງອົງການ JICA ໃນລະດັບປະລິນຍາໂທ ສາຂາ synthetic organic chemistry ຢູ່ທີ່ມະຫາໄລ Toyohashi University of Technology ປະເທດຍິີ່ປຸ່ນ .
[ຂໍ້ມູນຈາກ: PossibleSociety ]