8 ເດືອນປີນີ້ ຫວຽດນາມ ມີທຸລະກິດຈົດທະບຽນໃໝ່ ຫຼາຍກວ່າ 100.00 ແຫ່ງ

25

ເວັບໄຊສຳນັກຂ່າວ Vtv.vn ລາຍງານວ່າ: ເສດຖະກິດຫວຽດນາມ ຍັງສືບຕໍ່ມີສັນຍານໃນທາງບວກຢ່າງຕໍ່ເນື່ອງ ເຊິ່ງຂໍ້ມູນທີ່ເຜີຍແຜ່ໃໝ່ຈາກສຳນັກງານສະຖິຕິທົ່ວໄປ ສະເພາະເດືອນສິງຫາປີນີ້ ສະແດງໃຫ້ເຫັນວ່າທົ່ວປະເທດມີວິສາຫະກິດທີ່ກໍ່ຕັ້ງໃໝ່ 14.000 ແຫ່ງ ໂດຍທຶນຈົດທະບຽນ 135.300 ຕື້ດົງ ແລະ ຈໍານວນພະນັກງານຈົດທະບຽນ 79.900 ຄົນ; ນອກນີ້ ຍັງມີ 6.300 ແຫ່ງ ກັບມາເປີດດຳເນີນການ.

ຂໍ້ມູນຍັງເປີດເຜີຍວ່າ: ໃນໄລຍະ 8 ເດືອນ ປີ 2023 ທົ່ວປະເທດມີວິສາຫະກິດຈົດທະບຽນໃໝ່ 103.700 ແຫ່ງ ໂດຍມີທຶນຈົດທະບຽນລວມ 969.600 ຕື້ດົງ ແລະ ຈໍານວນພະນັກງານທີ່ຈົດທະບຽນທົງໝົດ 668.800 ຄົນ. ດັ່ງນັ້ນ, ຈຶ່ງມີວິສາຫະກິດ 149.400 ແຫ່ງ ທີ່ຈັດຕັ້ງຂຶ້ນໃໝ່ ລວມທັງກັບມາດຳເນີນການອີກຄັ້ງ ເຊິ່ງໂດຍສະເລ່ຍແລ້ວໃນເດືອນໜຶ່ງ ຈະມີວິສາຫະກິດປະມານ 18.700 ແຫ່ງ ທີ່ຈັດຕັ້ງຂຶ້ນໃໝ່ ແລະ ກັບມາດຳເນີນການ.

ໃນທາງກົງກັນຂ້າມ, ທົ່ວປະເທດກໍຍັງມີວິສາຫະກິດ ຈໍານວນ 124.700 ແຫ່ງ ທີ່ຖອນຕົວຈາກຕະຫຼາດ ຫຼັງຜ່ານ 8 ເດືອນຂອງປີນີ້ ເຊິ່ງສະເລ່ຍໃນເດືອນໜຶ່ງ ມີວິສາຫະກິດປະມານ 15.600 ແຫ່ງ ປິດຕົວລົງ.

ເຖິງຢ່າງໃດກໍຕາມ, ເສດຖະກິດໃນພາກອຸດສາຫະກຳທີ່ເປັນໜຶ່ງໃນເສົາຫຼັກຂອງເສດຖະກິດ ຍັງສືບຕໍ່ມີທ່າອ່ຽງໃນທາງບວກຢ່າງຕໍ່ເນື່ອງ ເຊິ່ງດັດຊະນີການຜະລິດອຸດສາຫະກຳ ( IIP ) ໃນເດືອນສິງຫາ ເພີ່ມຂຶ້ນ 2,9% ຈາກເດືອນທີ່ຜ່ານມາ ແລະ 2,6% ຈາກໄລຍະດຽວກັນຂອງປີ 2022. ສ່ວນອຸດສາຫະກຳແປຮູບ ແລະ ການຜະລິດແບບປະດິດສ້າງ ເພີ່ມຂຶ້ນ 3,5% ແລະ ການຈໍາໜ່າຍໄຟຟ້າ ເພີ່ມຂຶ້ນ 3,7% ທຽບເປັນລາຍປີຕາມລຳດັບ.

ຂະນະທີ່, ໃນ 8 ເດືອນຂອງປີ 2023 ການລົງທຶນຕ່າງປະເທດທີ່ເກີດຂຶ້ນໃນຫວຽດນາມ ຢູ່ທີ່ປະມານ 13,1 ຕື້ໂດລາ ເພີ່ມຂຶ້ນ 1,3% ຈາກໄລຍະດຽວກັນຂອງປີຜ່ານມາ ເຊິ່ງນີ້ແມ່ນເງິນລົງທຶນຕ່າງປະເທດ ທີ່ສູງທີ່ສຸດໃນໄລຍະ 8 ເດືອນໃນຮອບ 5 ປີ. ໃນນີ້, ລົງທຶນໃສ່ອຸດສາຫະກຳແປຮູບ ແລະ ການຜະລິດແບບປະດິດສ້າງ ມີມູນຄ່າເຖິງ 10,75 ເທົ່າກັບ 82,1% ຂອງການລົງທຶນຕ່າງປະເທດທັງໝົດ.