ລາຄາເຂົ້າຂອງ ຫວຽດນາມ ແພງທີ່ສຸດໃນໂລກ

45

ສຳນັກຂ່າວ AFP ລາຍງານເມື່ອວັນທີ 28 ສິງຫາຜ່ານມາວ່າ ສະມາຄົມອາຫານຂອງຫວຽດນາມເປີດເຜີຍວ່າ: ລາຄາເຂົ້າເມັດຫັກ 5% ຂອງຫວຽດນາມ ມີລາຄາຂາຍຢູທີ່ 638 ໂດລາສະຫະລັດຕໍ່ໂຕນ, ສ່ວນລາຄາເຂົ້າເມັດຫັກ 25% ຂອງຫວຽດນາມຢູ່ທີ່ 623 ໂດລາສະຫະລັດຕໍ່ໂຕນ ໂດຍລາຄາເຂົ້າທັງສອງປະເພດຂອງຫວຽດນາມ ຖືວ່າແພງທີ່ສຸດໃນໂລກ.

ໃນຂະນະທີ່ເຂົ້າເມັດຫັກ 5% ຂອງໄທ ຂາຍໃນລາຄາ 628 ໂດລາສະຫະລັດຕໍ່ໂຕນ ແລະ ເຂົ້າເມັດຫັກ 5% ຂອງປາກິດສະຖານຢູ່ທີ່ 598 ໂດລາສະຫະລັດຕໍ່ໂຕນ.

ຕາມຂໍ້ມູນຂອງກະຊວງອຸດສາຫະກຳ ແລະ ການຄ້າຂອງຫວຽດນາມ ເປີດເຜີຍເມື່ອບໍ່ດົນມານີ້ວ່າ ຫວຽດນາມ ມີບໍລິສັດ 210 ແຫ່ງ ທີ່ໄດ້ຮັບອະນຸຍາດໃຫ້ສົ່ງອອກເຂົ້າ ໂດຍໃນ 7 ເດືອນຂອງປີນີ້ ຫວຽດນາມ ສົ່ງອອກເຂົ້າແລ້ວປະມານ 4,83 ລ້ານໂຕນ ແລະ ມີແຜນການສົ່ງອອກເຂົ້າອີກປະມານ 2,67 ລ້ານໂຕນ ໃນ 5 ເດືອນທ້າຍປີນີ້.

ທັງນີ້, ຕາມການລາຍງານຂອງອົງການອາຫານ ແລະ ການກະເສດ ( FAO ) ລາຍງານເມື່ອເດືອນກໍລະກົດຜ່ານມາວ່າ: ລາຄາເຂົ້າໃນຕະຫຼາດໂລກເພີ່ມຂຶ້ນເປັນປະຫວັດການໃນຮອບ 12 ປີ ເນື່ອງຈາກຜູ້ສົ່ງອອກເຂົ້າລາຍໃຫຍ່ຫຼາຍປະເທດໄດ້ໂຈະການສົ່ງອອກ ໂດຍສະເພາະອິນເດຍ ທີ່ເປັນຜູ້ສົ່ງອອກເຂົ້າລາຍໃຫຍ່ ທີ່ສຸດຂອງໂລກ.