ພີ່ນ້ອງ 48 ບ້ານໃນເມືອງໄຊເສດຖາໄປກວດໄດ້ເດີ້ ໃຜມີ 5 ພະຍາຍດຊຳເຮື້ອຕາມນີ້

158

ສາທາ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ແຈ້ງ! ໃຫ້ພົນລະເມືອງ 48 ບ້ານຂອບ ເຂດ ມ.ໄຊເສດຖາ, ນວ ຜູ້ທີ່ປະສົງຢາກກວດພະຍາດຊຳເຮື້ອ 05 ອາການ ຫຼື ອື່ນໆ ຊາບວ່າ:

ໂຮງໝໍຊຸມຊົນເມືອງ ໄຊເສດຖາ ຮ່ວມກັບຊ່ຽວຊານມະຫາວິທະຍາໄລ ສຸຂະພາບ ຈະໄດ້ກວດ-ປິ່ນປົວ ພະຍາດປະດົງຂໍ້, ໄຂ່ຫຼັງ, ຫົວໃຈ, ເສັ້ນເລືອດ, ເບົາຫວານ ແລະ ອື່ນໆທຸກວັນພະຫັດ ເວລາ 08:00-12:00 ໂມງ; ນອກຈາກ 05 ພະຍາດຊຳເຮື້ອນີ້ແລ້ວ, ໂຮງ ໝໍແຫ່ງນີ້ຍັງບໍລິການກວດເຊັກສຸຂະພາບຕື່ມອີກເດີ ແຕ່ວັນຈັນ-ວັນສຸກ.

May be an image of text

ຢ່າລືມ ແລະ ຢ່າພາດ ຫາໂອກາດໄປກວດໃຫ້ໄດ້ ເພື່ອບໍ່ໃຫ້ພະຍາດຕ້ອງພາຕົວທ່ານເຂົ້າສູ່ອຳມະພຶກ – ອຳມະພາດ, ຄວນດູແລ ຮັກສາໃຫ້ດີ; “ການມີສຸຂະພາບດີ ເປັນໂຊກທີ່ສຸດແລ້ວຍິ່ງຫວ່າຖືກຫວຍລາງວັນທີ1.