ຍີ່ປຸ່ນ ຢືນຢັນ ບໍ່ພົບກຳມັນຕະລັງສີໃນທະເລໃກ້ໂຮງໄຟຟ້ານິວເຄລຍຟູກຸຊີມະ

40

ສຳນັກຂ່າວຕ່າງປະເທດລາຍງານວ່າ ກະຊວງສິ່ງແວດລ້ອມຂອງຍີ່ປຸ່ນຢືນຢັນ ເມື່ອວັນທີ 27 ສິງຫາຜ່ານມາວ່າ: ບໍ່ພົບກຳມັນຕະລັງສີ ໃນການວິໄຈທົດສອບນ້ຳທະເລໃກ້ກັບໂຮງໄຟຟ້ານິວເຄລຍ ຟູກຸຊີມະ ຫຼັງຈາກທີ່ໄດ້ເລີ່ມປ່ອຍນ້ຳປົນເປື້ອນກຳມັນຕະລັງສີ ທີ່ຜ່ານການບຳບັດແລ້ວ ລົງສູ່ທະເລ ເມື່ອວັນທີ 24 ສິງຫາຜ່ານມາ ໂດຍນໍ້າປົນເປື້ອນດັ່ງກ່າວເຄີຍຖືກນຳໃຊ້ເຂົ້າໃນການຫຼໍ່ເຢັນເຕົາປະຕິກອນນິວເຄລຍ ຂອງໂຮງໄຟຟ້າດັ່ງກ່າວ.

ທັງນີ້, ການປ່ອຍນ້ຳເປື້ອນດັ່ງກ່າວລົງສູ່ທະເລ ໄດ້ເຮັດໃຫ້ຊາວປະມົງໃນຍີ່ປຸ່ນ ລວມທັງປະເທດໃກ້ຄຽງອອກມາຄັດຄ້ານ, ອີກທັງຍັງເຮັດໃຫ້ຈີນ ສັ່ງຫ້າມນຳເຂົ້າຜະລິດຕະພັນອາຫານທະເລຈາກຍີ່ປຸ່ນ.

ໃນຂະນະທີ່ກົມປະມົງຂອງຍີ່ປຸ່ນ ເປີດເຜີຍວ່າ: ຍັງບໍ່ພົບ ທຣີທຽມໃນການທົດສອບປາໃນນ້ຳອ້ອມຮອບໂຮງໄຟຟ້າດັ່ງກ່າວເທື່ອ.