ສ່ອງຜົນງານເບື້ອງຫຼັງຖ່າຍ Bill Broad ຂອງ Lizzy Z

68

ນາທີນີ້ຕ້ອງຍົກໃຫ້ນ້ອງຄົນນີ້ໄປເລີຍ ສວຍງາມດັ່ງເຈົ້າຍິງໃນເທບນິຍາຍ ເມື່ອນ້ອງນາງແບບລູກເຄິ່ງ Lizzy Z ຫຼື ນ້ອງອາລິດສະເບດ ໂຟກາດ ສວມໃສ່ເສື້ອຜ້າທີ່ຕັດຫຍິບຈາກແບຣນເສື້ອຜ້າ ທະເວດ THAVETH ເຊິ່ງຂ່າວບັນເທີງຈະພາໄປສ່ອງລຸກນີ້ກັບເບື້ອງຫຼັງການຖ່າຍງານ ເພື່ອຂຶ້ນບິວບອດ ໃຫ້ກັບແບຣນທະເວດ ຄໍເລັກຊັນໃໝ່ THAVETH CELEBRATE ເພື່ອຈະຂຶ້ນໂຊໃນງານເດີນແບບທີ່ຍິ່ງໃຫຍ່ແຫ່ງປີລາວ ແຟຊັນວີກ Laos fashion week ທີ່ຈະຈັດຂຶ້ນໃນໄວໆນີ້ນັ້ນເອງ ໃນຕົ້ນເດືອນກັນຍາທີ່ຈະມາເຖິງນີ້.

ແຕ່ເອ໋! ດຽວກ່ອນຍັງບໍ່ພໍເທົ່ານັ້ນ ຂ່າວບັນເທີງເອງຍັງໄປໄດ້ຂໍ້ມູນມາວ່າ ເມື່ອວັນທີ 26 ສິງຫາ 2023 ທີ່ຜ່ານມານ້ອງ Lizzy Z ຍັງຈະໄດ້ໄປຖ່າຍທໍາເອັມວີເພງຂອງນ້ອງໃນຮູບແບບພາສາອັງກິດ ທີ່ໂຮງແຮມ eastin hotel ວຽງຈັນນໍາອີກ ຕ້ອງລໍຖ້າຕິດຕາມເດີ ແລະ ຂໍເປີດເຜີຍພຽງຊ່ຳນີ້ກ່ອນເດີ ເພື່ອໃຫ້ຫາຍຄິດເຖິງນ້ອງ Lizzy Z ເອົາເປັນວ່າແຟນໆ ລໍຖ້າການນຳສະເໜີຢ່າງເຕັມຮູບແບບໃນໄວໆນີ້ ຫຼື ໄປຕິດຕາມການເຄື່ອນໄຫວໄດ້ທາງເພຈເຟສບຸ໊ກຂອງຫ້ອງເສື້ອ THAVETH ແລະ Lizzy Z ກັນໄດ້ເດີທຸກຄົນ.

ພ້ອມນີ້, ຂ່າວບັນເທີງຕ້ອງຂໍສະແດງຄວາມຍິນດີກັບນ້ອງ ອາລິດສະເບດອີກຄັ້ງ ເມື່ອນ້ອງໄດ້ຮ່ວມຮັບໃບກຽດຕິຄຸນທີ່ສູນກາງຊາວໜຸ່ມໃນຖານະທີ່ໃຫ້ການຊ່ວຍເຫຼືອໃນໂຄງການສ້າງເພື່ອນ້ອງ ຄອນເສີດລະດົມທຶນ ໃນຄັ້ງທີ່ຜ່ານມາ ຂ່າວບັນເທີງເອງຕ້ອງຊົມເຊີຍໃນຕົວນ້ອງສຸດໆ ໄວໜຸ່ມຜູ້ມີຄວາມສາມາດ ແຖມຍັງມີຈິດໃຈຊ່ວຍເຫຼືອສັງຄົມໂດຍດີມາຕະຫຼອດເປັນແບບຢ່າງທີ່ດີສຸດໆໄປເລີຍ.

ພ້ອມດຽວກັນນີ້, ແຟນໆກໍຢ່າລືມເດີ ຝາກຕິດຕາມຜົນງານຂອງນ້ອງດ້ວຍ ເພາະນ້ອງຍັງຈະໄດ້ອັບເດດຜົນງານໃໝ່ກັບການຖ່າຍມິວສິກວີດີໂອເພງ The Way That I Am ໃນເວີຊັ້ນພາສາອັງກິດ ຝາກຕິດຕາມດ້ວຍວ່າຈະເປະປັງຊໍ່າໃດ ທ້າຍນີ້ຂ່າວບັນເທີງກໍຂໍໃຫ້ນ້ອງມີຜົນງານອອກມາຮັບໃຊ້ວົງການບັນເທີງຫຼາຍໆເດີ ແລະ ຜົນງານຕໍ່ໄປຈະເປັນຫຍັງຈະມາອັບເດດໃຫ້ແຟນໆໄດ້ຕິດຕາມນໍາກັນ.