ບໍ່ສົນຄໍາດູຖູກ ຕັ້ງໃຈຮຽນເພື່ອເປົ້າໝາຍດຽວຄືອະນາຄົດ

86

ເຮົາບໍ່ອາດຮູ້ໄດ້ເລີຍວ່າເປົ້າໝາຍຂອງແຕ່ລະຄົນນັ້ນຄືຫຍັງ ແຕ່ສຳລັບສິນສະເດັດ ແລ້ວຕັ້ງໃຈຮຽນພຽງເພື່ອເປົ້າໝາຍດຽວຄືອະນາຄົດທີ່ລໍຖ້າຢູ່ຂ້າງໜ້າ.
ທ້າວ ອິນສະເດັດ ສີພັນ ນັກສຶກສາຈາກຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ເປັນຄົນໜຶ່ງທີ່ໄດ້ຮັບໃບປະກາດແດງ ຫຼື ກຽດນິຍົມອັນດັບໜຶ່ງ ແຕ່ມີໜ້ອຍຄົນທີ່ຮູ້ຈັກລາວ ແລະ ບາງຄົນກໍບໍ່ຢາກຈະເຊື່ອເລີຍວ່າເຂົາຈະໄດ້ຮັບໃບປະກາດແດງ.

ອິນສະເດັດ ສີພັນ ໃຫ້ສໍາພາດວ່າ: ໝູ່ຄູ່ໃນໂຮງຮຽນຈະເຫັນນ້ອງໃນພາບຂອງນັກກີລາບານເຕະເປັນສ່ວນໃຫຍ່ ເພາະຕັ້ງແຕ່ເລີ່ມເຂົ້າມາໃນຮົ້ວມະຫາວິທະຍາໄລກໍໄດ້ເຕະບານໃຫ້ທີມຄະນະຂອງໂຮງຮຽນມາໂດຍຕະຫຼອດເລີຍເຮັດໃຫ້ຄົນອື່ນ ຫຼື ໝູ່ເພື່ອນບໍ່ຮູ້ເລີຍວ່ານ້ອງຍັງມີ ຄວາມສາມາດທາງດ້ານການຮຽນຕື່ມອີກ. ຕອນຮັບໃບປະກາດໝູ່ຄູ່ຍັງຕົກຕະລຶງ ເພາະເຂົາມັກຄິດວ່າເຮົາສະຕິບໍ່ດີເພາະອາການທີ່ສະແດງອອກມັນບໍ່ຄ່ອຍຄືກັນກັບເຂົາເຈົ້າ ແຕ່ກໍຄິດກັບຕົວເອງສະເໝີວ່າ “ ການທີ່ເຮົາແຕກຕ່າງກໍບໍ່ໄດ້ໝາຍຄວາມວ່າເຮົາໂງ່ ” ບາງຄົນກະບອກວ່າການແຕ່ງຕົວຂອງນ້ອງຄືຜີບ້ານຸ່ງເຄື່ອງກໍບໍ່ລີດ ແລະ ແຕ່ງຕົວບ້ານໆ ບາງຄົນກໍວ່າໜ້າໂຫດຄືໂຈນ ແຕ່ສຳລັບນ້ອງແລ້ວໃຜຢາກວ່າຫຍັງກໍຊ່າງເຂົາ ເຮົາຫ້າມເຂົາເຈົ້າບໍ່ໄດ້ດອກ ເຮັດໜ້າທີ່ຂອງເຮົາໃຫ້ມັນດີທີ່ສຸດກໍພໍແລ້ວ ແລະ ກໍໄດ້ເຮັດໃຫ້ເຫັນແລ້ວວ່າ ການແຕ່ງຕົວແບບບ້ານໆກໍສາມາດຍາດກຽດນິຍົມໄດ້.

ຊີວິດໃນໄວເດັກຂອງນ້ອງບໍ່ສົມບູນແບບປານໃດ ນ້ອງເກີດຢູ່ທີ່ບ້ານວັດລະຄອນ ເມືອງຈໍາປາສັກ ແຂວງຈໍາປາສັກ ຕອນຮຽນຊັ້ນ ປ 1 ກໍເສັງຕົກ ແລະ ໄດ້ຮຽນອີກປີໜຶ່ງ ຄອບຄົວແມ່ນທຸກຍາກຫຼາຍແມ່ເປັນຄົນທີ່ຮຽນໜັງສືບໍ່ຈົບຮອດຊັ້ນປະຖົມ ແມ່ອ່ານໜັງສືບໍ່ອອກ ສ່ວນພໍ່ແມ່ນຈົບພຽງຊັ້ນ ມ.6, ຕອນຮຽນຢູ່ ມ 4 ເປັນເວລາທີ່ນ້ອງຕິດໝາກບູນ ກັບ ສະນຸກເກີ ຜົນການຮຽນບໍ່ດີເລີຍ ໄດ້ແຕ່ໄປໆມາໆ ແລ້ວກໍບໍ່ໄປຮຽນເລີຍ ຂາດໂຮງຮຽນຫຼາຍມາເລາະຕີບູນເສຍ ຈົນແມ່ໄດ້ຮ້າຍດ່າວ່າຖ້າບໍ່ຢາກຮຽນກໍໃຫ້ອອກໂລດ.
ຈາກຈຸດທີ່ຄອບຄົວຂອງຕົນເອງເປັນຄົນທຸກຍາກ ໄດ້ເຮັດໃຫ້ນ້ອງໄດ້ກັບມາຄິດທົບທວນກັບຕົວເອງຄືນໃໝ່ ເພາະຖ້າຈະຍັງໃຊ້ຊີວິດຄືແບບເກົ່ານີ້ຕໍ່ໄປບໍ່ໄດ້ແລ້ວ ຈຶ່ງໄດ້ຕັດສິນໃຈກັບມາຕັ້ງໃຈຮ່ຳຮຽນພ້ອມກັບສັນຍາກັບຕົວເອງວ່າຈະທຸ່ມເທໝົດທັງຊີວິດນີ້ໃຫ້ແກ່ການຮຽນ.

ຫຼັງຈາກຮຽນຈົບ ມ 4 ທາງໂຮງຮຽນພອນສະຫວັນ ມິດຕະພາບຈຳປາສັກ – ເດີມດົງ ໄດ້ມີການເສັງຄັດເລືອກເອົາບັນດານັ້ນຮຽນເກັ່ງໃນແຕ່ລະເມືອງ ເພື່ອທີ່ຈະມາຮຽນຢູ່ທີ່ນັ້ນ ນ້ອງເລີຍໄດ້ຖືເອົາໂອກາດນີ້ໄປເສັງ ແລະ ໄດ້ທີ 42 ຂອງໂຮງຮຽນ ເຊິ່ງຄັດເລືອກເອົາສະເພາະ 50 ຄົນເທົ່ານັ້ນ.
ໄລຍະທຳອິດທີ່ຮຽນໃນໂຮງຮຽນພອນສະຫວັນ ນ້ອງຍັງບໍ່ເສັງຕິດອັນດັບປະຈຳເດືອນນຳໝູ່ ແຕ່ໄລຍະຫຼັງໆສາມາດຜັນຕົວຂຶ້ນມາໄດ້ເປັນທີ 1 ຂອງໂຮງຮຽນ. ມາຮອດ ມ 6 ນ້ອງກໍໄດ້ເຂົ້າຮ່ວມໂຄງການຮຸ່ນອ້າຍສອນຮຸ່ນນ້ອງທີ່ໄດ້ມີການບຳລຸງກັນ ເພື່ອເຮັດໃຫ້ມີຮຸ່ນສືບທອດ ວິຊາທີ່ນ້ອງສອນໝູ່ແມ່ນວິຊາຟີຊິກສາດ ເພາະນ້ອງຖະໜັດທາງດ້ານນີ້ ແລະ ຕອນຮຽນຢູ່ຊັ້ນ ມ 6 ອາຈານກໍໄດ້ເລື່ອນຊັ້ນໃຫ້ເລີຍໂດຍທີ່ບໍ່ຕ້ອງໄດ້ເສັງ ເພາະຄະແນນສູງຢູ່ແລ້ວ. ສໍາລັບການສອບເສັງຈົບຊັ້ນ ມ.ປາຍ ນ້ອງເສັງໄດ້ຄະແນນ 73/80 ໄດ້ອັນດັບທີ່ສອງຂອງແຂວງ ຈໍາປາສັກ ຈາກເງື່ອນໄຂດັ່ງກ່າວ ນ້ອງຈຶ່ງໄດ້ທຶນມາສຶກສາຕໍ່ຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ແລະ ໄດ້ຮັບໃບປະກາດແດງໃນທ້າຍທີ່ສຸດ.

ສິ່ງທີ່ນ້ອງພາກພູມໃຈໄປຫຼາຍກວ່າການໄດ້ຮັບໃບປະກາດແດງນັ້ນ ກໍຄືການທີ່ແມ່ຂອງນ້ອງເປັນຄົນທີ່ອ່ານໜັງສືບໍ່ອອກ ພໍ່ຮຽນຈົບພຽງຊັ້ນ ມ 6; ແມ່ບອກສະເໝີວ່າ “ ໃຫ້ຕັ້ງໃຈສຶກສາຮໍ່າຮຽນເດີລູກ ໃຫ້ສົມກັບທີ່ແມ່ໄດ້ທຸ່ມເທຫາເງິນເພື່ອສົ່ງໃຫ້ລູກໄດ້ຮຽນ ແມ່ກັບພໍ່ເຮັດວຽກລໍາບາກຫຼາຍ ແມ່ບໍ່ຢາກໃຫ້ລູກມີອາຊີບແບບດຽວກັບແມ່ ” ຈາກສຽງຂອງຊາວບ້ານທີ່ຍ້ອງຍໍວ່າ “ ແມ່ຄືວ່າອ່ານໜັງສືບໍ່ເປັນ ແຕ່ເປັນຫຍັງລູກຄືມາຮຽນເກັ່ງແທ້ ” ຄໍານີ້ເອງເຮັດໃຫ້ນ້ອງຮູ້ສຶກພາກພູມໃຈຫຼາຍ ເປັນແຮງບັນດານໃຈໃຫ້ນ້ອງສູ້ມາໂດຍຕະຫຼອດ ຈົນສາມາດປະສົບຜົນສຳເລັດໃນການຮຽນສູງສຸດໄດ້ໃນມື້ນີ້.
ຄວາມຝັນ ແລະ ເປົ້າໝາຍໃນຕໍ່ໜ້າຂອງນ້ອງ ຄືການເປັນນັກທຸລະກິດທີ່ປະສົບຜົນສໍາເລັດໃນລະດັບປະເທດ,ເປັນນັກຂຽນ ແລະ ນັກເວົ້າສ້າງແຮງບັນດານໃຈ.