ລັດຖະບານຈີນ ມອບທຶນການສຶກສາຈຳນວນ 350 ທຶນ ໃຫ້ນັກສຶກສາ ແລະ ພະນັກງານ-ລັດຖະກອນລາວ

75

ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າມອບທຶນການສຶກສາຂອງລັດຖະບານ ສປ ຈີນ ຈຳນວນ 350 ທຶນ ໃຫ້ນັກສຶກສາ ແລະ ພະນັກງານ-ລັດຖະກອນຂອງ ສປປ ລາວ ໄປສຶກສາຕໍ່ທີ່ ສປ ຈີນ ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ສົກຮຽນປີ 2023-2025 ໂດຍໄດ້ມີງານລ້ຽງສົ່ງນັກສຶກສາດັ່ງກ່າວ ໃນວັນທີ 24 ສິງຫາ 2023 ໂດຍມີທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ Want Chang ອຸປະທູດ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍນັກສຶກສາ ເຂົ້າຮ່ວມ.

อาจเป็นรูปภาพของ 4 คน และ ข้อความ

ທ່ານ Want Chang ໄດ້ສະແດງຄວາມຍິນດີ ຕໍ່ບັນດານັກສຶກສາລາວທີ່ໄດ້ຮັບທຶນການສຶກສາໃນຄັ້ງນີ້, ພ້ອມທັງ ເຊື່ອໝັ້ນວ່າ: ນັກສຶກສາດັ່ງກ່າວ ຈະກາຍເປັນຂົວຕໍ່ໃນການຮັດແໜ້ນສາຍພົວ ພັນລະຫວ່າງ ສອງພັກສອງລັດ, ປະຊາຊົນສອງຊາດລາວ-ຈີນ ຊຶ່ງປັດຈຸບັນມີນັກສຶກສາລາວ ໄດ້ຮັບທຶນຈາກລັດຖະບານຈີນ ເຂົ້າຮຽນຢູ່ມະຫາວິທະຍາໄລສະຖາບັນຕ່າງໆຂອງປະເທດຈີນ ແລະ ລັດຖະບານ ສປ ຈີນ ຢຶນຍັນວ່າ ຈະໃຫ້ທຶນການສຶກສາແກ່ ສປປ ລາວ 350 ທຶນຕໍ່ປີ ໃນລະດັນທຶນຊັ້ນສູງ, ປະລິນຍາຕີ, ປະລິນຍາໂທ, ປະລິນຍາເອກ ແລະ ການຝຶກອົບຮົມວິຊີບໄລຍະສັ້ນ-ຍາວ ອີກດ້ວຍ.

อาจเป็นรูปภาพของ 1 คน และ แท่นบรรยาย

ໂອກາດນີ້, ທ່ານ ພຸດ ສິມມາລາວົງ ໄດ້ສະແດງຄວາມຂອບໃຈມາຍັງ ສະຖານທູດຈີນ ປະຈຳ ສປປ ລາວ ກໍຄື ລັດຖະບານ ສປ ຈີນ ທີ່ໃຫ້ທຶນການສຶກສາແກ່ນັກສຶກສາ ແລະ ພະນັກງານ-ລັດຖະ ກອນໃນຄັ້ງນີ້. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ບັນດານັກສຶກສາ ເອົາໃຈໃສ່ປະຕິບັດຕາມກົດລະບຽບຂອງບັນດາມະຫາວິທະຍາໄລ ກໍຄື ກົດໝາຍຂອງປະເທດຈີນຢ່າງເຄັ່ງຄັດ ແລະ ໃຫ້ເອົາໃຈໃສ່ສຶກສາ, ຄົ້ນ ຄວ້າ, ຮໍ່າຮຽນໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍ ແລະ ນຳເອົາວັດທະນະທຳ, ຮີດຄອງປະ ເພນີອັນດີງາມຂອງລາວ ໄປເຜີຍແຜ່ໃຫ້ກັບບັນດານັກຮຽນ, ນັກສຶກສາຂອງ ສປ ຈີນ ໄດ້ຮັບຮູ້ຢ່າງກວ້າງຂວາງ, ພ້ອມທັງນຳເອົາຄວາມ ຮູ້ຄວາມສາມາດ ແລະ ບົດຮຽນ ທີ່ໄດ້ຮັບ ມາພັດທະນາຕົນເອງ, ພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນ ສີວິໄລ ຍິ່ງໆຂຶ້ນ.

อาจเป็นรูปภาพของ 1 คน และ แท่นบรรยาย

ໂດຍ: ຂປລ