ຍັດໄອສໃສ່ລົດຕູ້ ລວມ 10 ເປົາບໍ່ທຳມະດາ

256

ກອງບັນຊາການ ປກສ ແຂວງ ຄຳມ່ວນ ມ້າງລາຍຄະດີຢາເສບຕິດລາຍໃຫຍ່ ກັກຜູ້ຖືກຫາໄດ້ 3 ຄົນ ພ້ອມຂອງກາງຢາໄອສ໌ 10 ເປົາ ເທົ່າກັບ 250 ກິໂລກຼາມ.

ຂ່າວລາຍງານວ່າ ໃນເວລາ 10:9 ໂມງ ຂອງວັນທີ 21 ສິງຫາ 2023 ທາງເຈົ້າຫນ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ຄຳມ່ວນ ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ຈະມີກຸ່ມແກ໋ງຄ້າຂາຍຢາເສບຕິດ ໂດຍໃຊ້ເສັ້ນທາງເລກທີ 13 ໃຕ້ ໃນການຂົນສົ່ງ ແຕ່ນະຄອນຫຼວງວຽງຈັນລົງໄປພາກໃຕ້ໂດຍຜ່ານແຂວງ ຄຳມ່ວນ.

May be an image of 3 people, people studying and text

ພາຍຫຼັງໄດ້ຮັບການລາຍງານຄືແນວນັ້ນແລ້ວ, ທາງເຈົ້າຫນ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄໍາມ່ວນ ຈື່ງໄດ້ປະສານສົມທົບກັບເຈົ້າຫນ້າທີ່ ປກສ ເມືອງ ຫີນບູນ ແລະ ສົມທົບກັບຈຸດກວດກາວາລະແຫ່ງຊາດ ທີ່ຕັ້ງຢູ່ທາງເລກທີ 13 ໃຕ້ ເຂດບ້ານ ວຽງທອງ, ເມືອງ ຫີນບູນ, ແຂວງຄ ໍາມ່ວນ ເພື່ອພ້ອມກັນຕິດຕາມກວດກາ.

ຕົກມາຮອດເວລາ 20 ໂມງ 30 ນາທີ ຂອງວັນດຽວກັນ ທາງເຈົ້າໜ້າທີ່ວິຊາສະເພາະຈື່ງໄດ້ພົບເຫັນເປົ້າໝາຍ ຂັບຂີ່ລົດຕູ້ ຍີ່ຫໍ້ ຮຸນໄດ ສະຕ້າແລັກ ສີດຳ ຫມາຍເລກທະບຽນ ກສ 4494 ກຳແພງນະຄອນ ແລ່ນມາແຕ່ແຂວງ ບໍລິຄໍາໄຊ ພໍມາຮອດຈຸດກວດກາວາລະແຫ່ງຊາດ. ທາງເຈົ້າຫນ້າທີ່ພວກເຮົາຈິ່ງໄດ້ລັດລົດຄັນດັ່ງກ່າວ ພ້ອມທຳການ ກວດຄົ້ນລົດ ຈິ່ງໄດ້ພົບຢາເສບຕິດ ປະເພດຢາໄອສ໌ ຈຳນວນ 10 ເປົາ, ເທົ່າກັບ 250 ຖົງ, ນ້ຳຫນັກ 250 ກິໂລກຣາມ, ຈາກນັ້ນທາງເຈົ້າຫນ້າທີ່ ຈິ່ງໄດ້ກັກຕົວຜູ້ຂັບຂີ່ລົດຄັນດັ່ງກ່າວ ມາສືບສວນ-ສອບສວນ ພ້ອມດຳເນີນຄະດີຕາມກົດໝາຍ.

May be an image of 6 people and text
ຜ່ານການສອບສວນຂອງເຈົ້າໜ້າທີ່ຈື່ງຮູ້ວ່າ: ຜູ້ຖືກຫາ ຊື່ ທ້າວ ສຸລິສັກ ເປີຄຳເພົາວັນ ຫຼື ທ້າວ ດຳ ອາຍຸ 35 ປີ ກຳມະກອນ ຢູ່ບ້ານ ວັງຊາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.ຜູ້ກ່ຽວຮັບສາລະພາບວ່າ : ຢາໄອສ໌ ຈຳນວນ 10 ເປົາ, ເທົ່າກັບ 250 ຖົງ ຫຼື 250 ກິໂລກຣາມ ແມ່ນຕົນເອງໄດ້ຮັບມາຈາກທ້າວ ທະນູເພັດ ບົວພັນ ຫຼື ທ້າວ ແອ ອາຍຸ 32 ປີ, ກາໍມະກອນ,ຢູ່ບ້ານທົ່ງພານທອງ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ ແລະ ນາງ ນາງ ແສງນະວົງ (ອາລັນ) ອາຍຸ 29 ປີ, ອາຊີບ ກຳມະກອນ, ຢູ່ບ້ານ ນາປ່າໃຜ່, ເມືອງ ຫມື່ນ, ແຂວງ ວຽງຈັນ ໂດຍໄດ້ຮັບຄ່າຈ້າງຂົນສົ່ງ ໃນລາຄາກິໂລລະ 1.000 ບາດ ໃນການໄປສົ່ງຢາຈຳນວນດັ່ງກ່າວ ໃຫ້ຜູ້ຮ່ວມຂະບວນການ ຢູ່ເມືອງ ລະຄອນເພັງ ແຂວງສາລະວັນ.

May be an image of 4 people

ນອກນັ້ນທ້າວ ສຸລິສັກ ຍັງໄດ້ຮັບສາລະພາບຕື່ມອີກວ່າ : ທ້າວ ທະນູເພັດ ແລະ ນາງ ນາງ ແສງນະວົງ ແມ່ນໄດ້ລໍຖ້າຕົນເອງຢູ່ ເມືອງທ່າແຂກ ແຂວງຄຳມວ່ນ, ຕໍ່ມາວັນທີ 22 ສີງຫາ 2023 ທາງ ເຈົ້າຫນ້າທີ່ວິຊາສະເພາະ ຈິ່ງໄດ້ນຳກັກຕົວ ທ້າວ ທະນູເພັດ ບົວພັນ ຫຼື ແອ ແລະ ນາງ ນາງ ແສງນະວົງ ຫຼື ອາລັນ ຢູ່ຂອບເຂດບ້ານ ນາບວບ ເມືອງທ່າແຂກ ແຂວງຄຳມວ່ນ ໃນຂະນະທີ່ພວກກ່ຽວ ກຳລັງຈອດລົດໃສ່ນ້ຳມັນ ຢູ່ປ້ຳນ້ຳມັນແຫ່ງໜື່ງ ພ້ອມກັບລົດຜູ້ສະແລັກ ສີຂາວ ຫມາຍເລກທະບຽນ ກຈ 0151 ກຳແພງນະຄອນ ມາດາໍເນີນຄະດີຕາມຂັ້ນຕອນຂອງກົດຫມາຍ.