ຍີ່ປຸ່ນ ເລີ່ມປ່ອຍນ້ຳປົນເປື້ອນທີ່ຜ່ານການບຳບັດ ຈາກໂຮງໄຟຟ້ານິວເຄລຍ ຟູກຸຊີມະ

50

ສຳນັກຂ່າວຕ່າງປະເທດລາຍງານວ່າ: ລັດຖະບານຍີ່ປຸ່ນໄດ້ເລີ່ມປ່ອຍນ້ຳປົນເປື້ອນກຳມັນຕະພາບລັງສີທີ່ຜ່ານການບຳບັດແລ້ວຈາກໂຮງໄຟຟ້ານິວເຄລຍ ຟູກຸຊີມະ ລົງສູ່ມະຫາສະໝຸດປາຊີຟິກ ເມື່ອເວລາ 13:00 ໂມງ ຂອງວັນທີ 24 ສິງຫາ ຕາມເວລາທ້ອງຖິ່ນ ໂດຍຜ່ານອຸມົງສົ່ງນ້ຳໃຕ້ທະເລ.

ອົງການພະລັງງານປະລໍາມະນູ ລະຫວ່າງປະເທດ ( IAEA ) ໜ່ວຍງານດ້ານນິວເຄລຍຂອງອົງການສະຫະປະຊາຊາດຢືນຢັນວ່າ ການປ່ອຍນ້ຳປົນເປື້ອນຜ່ານການບຳບັດດັ່ງກ່າວ ເປັນໄປຕາມມາດຕະຖານດ້ານຄວາມປອດໄພ ແລະ ຈະສົ່ງຜົນກະທົບຕໍ່ມະນຸດ ແລະ ສິ່ງແວດລ້ອມພຽງເລັກໜ້ອຍເທົ່ານັ້ນ.

ໃນຂະນະທີ່ລັດຖະບານຍີ່ປຸ່ນ ຢືນຢັນວ່າ: ໄດ້ກັ່ນກອງນ້ຳປົນເປື້ອນທີ່ຜ່ານການບຳບັດຈົນເຫຼືອພຽງທຣີທຽມ ເຊິ່ງເປັນພຽງໄອໂຊໂທບຂອງກຳມັນຕະພາບລັງສີທີ່ບໍ່ສາມາດກຳຈັດໄດ້ ແຕ່ມັນຈະຖືກເຈືອຈາງລົງ ໂດຍນ້ຳຈາກໂຮງໄຟຟ້ານິວ   ເຄລຍ ຟູກຸຊີມະ ຈະມີທຣີທຽມເຫຼືອຢູ່ພຽງ 1.500 ແບັກເຄີ   ເຣລ/ລິດ ເຊິ່ງໜ້ອຍກວ່າປະລິມານທີ່ອົງການອະນາໄມໂລກຈຳກັດໃນນ້ຳດື່ມເຖິງ 6 ເທົ່າ.