ການສົ່ງອອກນໍ້າມັນຂອງ ອິຣານ ທະລຸລະດັບກ່ອນການຂວ້ຳບາດ

34

ເວັບໄຊສຳນັກຂ່າວ Presstv.ir ຂອງ ອິຣານ ລາຍງານວ່າ: ຂໍ້ມູນໃໝ່ຈາກ Tanker Trackers ບໍລິການຕິດຕາມເຮືອບັນທຸກນໍ້າມັນລະຫວ່າງປະເທດໄດ້ໃຫ້ຮູ້ວ່າ ກ່ອນປີ 2017 ການສົ່ງອອກນໍ້າມັນຂອງ ອິຣານ ຢູ່ໃນລະດັບສູງ ກ່ອນທີ່ປະເທດຈະຖືກຄວໍ້າບາດ ໃນປີ 2017.

ລາຍງານລະບຸວ່າ: ການສົ່ງອອກນໍ້າມັນຂອງອິຣານ ເພີ່ມຂຶ້ນ 30% ໃນໄລຍະ 20 ວັນທໍາອິດຂອງເດືອນສິງຫານີ້ ເມື່ອທຽບກັບເດືອນກ່ອນໜ້ານີ້ ໂດຍເຖິງລະດັບສະເລ່ຍ 2,2 ລ້ານບາຣ໌ເຣລ/ວັນ ເຊິ່ງເປັນຕົວເລກທີ່ບໍ່ເຄີຍເຫັນມາກ່ອນ ຕັ້ງແຕ່ປີ 2016 ເປັນຕົ້ນມາ.

ຂະນະທີ່ສໍານັກຂ່າວບຣູມເບີກ ( Bloomberg ) ລາຍງານວ່າ: ຕົວເລກດັ່ງກ່າວເກີດຂຶ້ນທ່າມກາງຄວາມພະຍາຍາມທີ່ເພີ່ມຂຶ້ນຂອງອິຣານ ໃນການຫຼີກລ່ຽງການຂວ້ຳບາດຂອງສະຫະລັດ ແລະ ສົ່ງມອບນໍ້າມັນໃຫ້ກັບລູກຄ້າໃນອາຊີ ແລະ ພາກພື້ນອື່ນໆ.

ການສົ່ງອອກນໍ້າມັນຂອງອິຣານ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ນັບຕັ້ງແຕ່ 6 ເດືອນທ້າຍປີ 2021 ເມື່ອອີຣານນໍາສະເໜີວິທີທາງແກ້ໄຂທີ່ເປັນນະວັດຕະກຳ ລວມເຖິງການສະເໜີສ່ວນຫຼຸດຈໍານວນຫຼາຍໃນການຈັດຫານໍ້າມັນໃຫ້ກັບລູກຄ້າ.

ລາຍງານຍັງລະບຸວ່າ: ຜູ້ກັ່ນນໍ້າມັນເອກະຊົນໃນຈີນ ມີໜ້າທີ່ຈັດຊື້ນໍ້າມັນຈໍານວນຫຼາຍຈາກອີຣານ ໃນໄລຍະ 2 ປີຜ່ານມາ.

ນອກນີ້, ແຫຼ່ງຂ່າວຍັງລະບຸວ່າ: ມີສື່ບາງແຫ່ງອ້າງວ່າ ຂໍ້ຕົກລົງຫຼ້າສຸດລະຫວ່າງ ອິຣານ ແລະ ສະຫະລັດ ໄດ້ກວມລວມເຖິງການແລກປ່ຽນນັກໂທດ ແລະ ການປົດລ໊ອກຊັບສິນຂອງອິຣານ ທີ່ຖືກອາຍັດໃນ ຕ່າງປະເທດ ທັງອາດຈະລວມເຖິງການກຽມຜ່ອນມາດຕະການຂວ້ຳບາດຕໍ່ ອິຣານ ຂອງສະຫະລັດ ເພື່ອແລກກັບການຊະລໍໂຄງການນິວເຄລຍຂອງອິຣານ.

ຝ່າຍອິຣານ ປະຕິເສດມາໂດຍຕະຫຼອດວ່າ: ຈະບໍ່ຍອມຮັບຂໍ້ຮຽກຮ້ອງທີ່ຜິດກົດໝາຍ ກ່ຽວກັບກິດຈະກຳດ້ານນິວເຄລຍ ຫຼື ການປ້ອງກັນປະເທດ.

ຂະນະທີ່ແຫຼ່ງຂ່າວບາງແຫ່ງໃນພູມມີພາກນີ້ ກໍອ້າງວ່າ: ຂໍ້ຕົກລົງແລກປ່ຽນນັກໂທດລະຫວ່າງ ອິຣານ ແລະ ສະຫະລັດ ທີ່ເກີດຂຶ້ນໃໝ່ ອາດເປັນການເລີ່ມຕົ້ນຂອງຂໍ້ຕົກລົງທີ່ກວ້າງຂຶ້ນ ລະຫວ່າງສອງປະເທດ ໃນການກັບໄປສູ່ຂໍ້ຕົກລົງລະຫວ່າງປະເທດ ກ່ຽວກັບໂຄງການນິວເຄລຍຂອງ ອິຣານ.

ຂໍ້ຕົກລົງດັ່ງກ່າວ ເຊິ່ງຮູ້ກັນໃນຊື່ “ JCPOA ” ໂດຍໄດ້ຮັບ ຄວາມເດືອດຮ້ອນມາຕັ້ງແຕ່ປີ 2018 ເມື່ອລັດຖະບານສະຫະລັດຖອນຕົວອອກຈາກຂໍ້ຕົກລົງດັ່ງກ່າວ ແລະ ບັງຄັບໃຊ້ມາດຕະການຂວ້ຳບາດຕໍ່ ອິຣານ.