ກຽມຕົວພົບກັບຄອນເສີດແຫ່ງປີ “ 90’s concert live in vientaine ”

80

ຄັ້ງທໍາອິດໃນລາວ ກຽມຕົວພົບກັບ ງານຄອນເສີດທີ່ຍິ່ງ ໃຫຍ່ແຫ່ງປີ 90’s concert live in vientaine ກັບຄວາມມ່ວນ, ຄວາມມັນມາໃນແບບຍຸກ 90 ຈະກັບມາອີກຄັ້ງ ເຊິ່ງງານນີ້ຈະໄດ້ຮວບຮວມເອົາສິລະປິນໄທຍຸກ 90 ບວກກັບສິລະປິນລາວທີ່ມີຊື່ສຽງເຄີຍມັນຊໍ່າໃດໃນລາວມ່ວນໄດ້ອີກ ມະຫັດສະຈັນຄວາມມັນແບບທະລຸມິຕິ ພົບກັນແນ່ນອນ 31ສິງຫານີ້ ທີ່ລານຈອດລົດສູນການຄ້າລາວ – ໄອເຕັກ ນະຄອນຫຼວງວຽງຈັນ ນັ້ນເອງ.

ພ້ອມນີ້ທາງເພຈຂອງງານຍັງໄດ້ມີການທະຍອຍເປີດຕົວສິລະປິນນັກຮ້ອງອອກມາໃຫ້ໄດ້ຕິດຕາມນໍາກັນ ເພາະຮູ້ວ່າຄິດຮອດເລີຍພາມາຫາ ໂດຍເປີດຕົວ 1 ໃນສິລະປິນ ທີ່ຈະມາງານ 90’s concert live in vientaine ນັ້ນກໍຄື ພີ່ມອສ ປະຕິພານ ດາລາ, ນັກຮ້ອງທີ່ມີຊື່ສຽງ ມີເພງຫຍັງແດ່! ໄວຍຸກ 90 ໜ້າຈະຮູ້ກັນດີ ມ່ວນມັນແນ່ນອນເລີຍ, ພ້ອມນີ້ຍັງຈະໄດ້ພົບກັບນັກຮ້ອງຍິງທີ່ໂດ່ງດັງຕະຫຼອດການ ທີ່ຊະນະທຸກຢ່າງ ແຕ່ແພ້ຢ່າງດຽວ ຄືແພ້ໃຈຢ່າງ ໃໝ່ ຈະເຣີນປຸຣະ ອີກ 1 ສິລະປິນທີ່ມີຊື່ສຽງໃນຄອນເສີດ ເຈົ້າແມ່ເພງດັງຍຸກ 90 ມາພ້ອມສຽງທີ່ເປັນເອກະລັກ ເອັຟຊີຕົວຈິງຈື່ໄດ້ທຸກເມໂລດີ້ ພົບກັນແນ່ນອນທີ່ງານ.

ນອກນີ້, ຈະໄດ້ພົບກັບເຈົ້າຂອງບົດເພງ ຮັກບໍ່ຊ່ວຍຫຍັງເລີຍ ໂດຍ ນັດ ມີເຣຍ ເຈົ້າແມ່ເພງເສົ້າກະແທກຫົວໃຈ ກໍາລັງຈະພາທຸກຄົນຢ້ອນໄວໄປເສົ້າອີກຄັ້ງ! ເທດກໍເອົາ ແຕ່ລາວເຮົາກໍບໍ່ລືມ ວົງດັງຂອງລາວ “ ດາວເໜືອ ”ມາທັງໃຈ ເອີ້ນໄດ້ວ່າມາບ່ອນດຽວໄດ້ມ່ວນມັນຫຼາຍຮູບແບບກັນເລີຍ FC ດາວເໜືອຢ່າພາດເດັດຂາດ ມາຮັບຄວາມມ່ວນມັນທີ່ກຽມໄວ້ໃຫ້ທຸກຄົນ ເດີ. ສະນັ້ນ, 31 ສິງຫາ ທ້າຍເດືອນທ້າຍໃຈ ບໍ່ໄດ້ໄປໃສ ມາໂຊສະເຕັບນໍາກັນເດີທຸກຄົນ ເພາະຢ່າລືມເດີ ເຮົາມີນັດກັນກັບ DJ Jeffy ແລະ MC Drakon ອີກ.

ງານຄອນເສີດຢ້ອນໄວໄປຍຸກ 90 ນໍາກັນ ທີ່ກໍາລັງຈະເກີດຂຶ້ນແມ່ນເຂົ້າຊົມຟຣີ! ຢໍ້າວ່າຟຣີ! ເຊິ່ງທຸກທ່ານສາມາດລົງທະບຽນເພື່ອຮັບສິດເຂົ້າງານຄອນເສີດໄດ້ດັ່ງນີ້: ພຽງດາວໂຫຼດແອັບຕາມ Link ດ້ານລຸ່ມນີ້ ແລ້ວນໍາຫຼັກຖານມາຢືນຢັນ.
ສຳລັບ iOS : https://apps.apple.com/la/app/kokkok-ltry/id6450919765
ສຳລັບ Android : https://play.google.com/store/apps/details?id=com.kklotto.kkc.

ຊ່ອງທາງໃນການສອບຖາມຂໍ້ມູນ ສໍາລັບ 3 ຈຸດເພື່ອສອບຖາມຂໍ້ມູນເພີ່ມຕື່ມມີດັ່ງນີ້: ຫ້ອງຂາຍ Auto City ບ້ານນາຄໍາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ; ຕຶກ KOLAO Tower2 ບ້ານໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະ Kokkok M mega mart ບ້ານໂພນສີນວນ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ຫຼື ທ່ານສາມາດມາລົງທະບຽນຮັບສິດເຂົ້າຊົມຟຣີຢູ່ໜ້າງານໄດ້ເລີຍ ທີ່ລານຈອດລົດໄອເຕັກຕຶກເກົ່າ.

ໝາຍເຫດ: ສາມາດດາວໂຫຼດແອັບໄດ້ແລ້ວນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ… ສາມາດສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ ເບີ: 020 7778 1030, 020 5899 8899; 020 5987 6952, 020 9447 2915, 020 2962 4242.
ສາມາດເຂົາໄປຕິດຕາມການເຄື່ອນໄຫວຂອງງານໄດ້ເລີຍທີ່ AFF-Actionprofunfest ນັ້ນເອງ.