6 ເດືອນຕົ້ນປີ ເມືອງໄຊທານີ ມີປາກົດການຫຍໍ້ທໍ້ເກີດຂຶ້ນ 200 ກວ່າເລື່ອງ

31

ຕາມການໃຫ້ສຳພາດຂອງ ທ່ານ ພັທ ຈັນເພັງ ແກ້ວປະເສີດ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດ ໃນວັນທີ 23 ສິງຫາ 2023  ທີ່ຜ່ານມາວ່າ: ຜ່ານການຈັດຕັ້ງປະຕິບັດຕາມພາລະບົດບາດ, ຂອບເຂດສິດໜ້າທີ່ວີຊາສະເພາະໄລຍະ 6 ເດືອນຕົ້ນປີ 2023 ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງໄຊທານີ, ນະຄອນຫຼວງວຽງຈັນ ສາມາດຍາດໄດ້ຜົນງານ ຜົນສໍາເລັດຫຼາຍດ້ານ.

อาจเป็นรูปภาพของ 1 คน และ ข้อความ

ເປັນຕົ້ນມີປາກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນທັງໝົດ 249 ເລື່ອງ, ແກ້ໄຂໄດ້ 139 ເລື່ອງ ແລະ ກັກຕົວຜູ້ຖືກຫາ 221 ຄົນ, ຍິງ 21 ຄົນ, ຢຶດຂອງກາງຢາເສບຕິດ ປະເພດຢາບ້າ 1.411.360 ເມັດ, ຢາໄອສ໌ 418,6 ກຼາມ, ຢາອີ 100 ກຼາມ, ຢາເຄ 5,666 ກຼາມ, ໃບກະທ່ອມ 137 ກິໂລກຼາມ ແລະ  ຢາເສບຕິດປະເພດຕ່າງໆຈໍານວນຫຼາຍລາຍການ. ພ້ອມນີ້ສາມາດເກັບກູ້ເຄື່ອງຂອງກາງຄືນມາໄດ້ເງິນ 86.600.000 ກີບ, ເງິນ 10.000 ບາດ, ເງິນ 2.060 ໂດລາ, ຄຳຮູບປະພັນນໍ້າໜັກ 5 ບາດ, ລົດຈັກ 55 ຄັນ, ຄອມພິວເຕີຕັ້ງໂຕະ 2 ເຄື່ອງ ແລະ ເຄື່ອງອື່ນໆອີກຈຳນວນໜຶ່ງ.

อาจเป็นรูปภาพของ ข้อความ

ທ່ານຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ໃຫ້ຮູ້ຕື່ມວ່າ: ສໍາລັບທິດທາງແຜນການໃນຕໍ່ໜ້າຄະນະພັກ-ຄະນະບັນຊາ ກອງບັນຊາການ ປກສ ເມືອງໄຊທານີ ຈະສືບເອົາໃຈໃສ່ເຮັດວຽກງານການເມືອງແນວຄິດ, ໃຫ້ແກ່ນາຍ ແລະ ພົນຕໍາຫຼວດໃຫ້ມີແນວຄິດໜັກແໜ້ນເຂັ້ມແຂງ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ເພີ່ມທະວີກຳແໜ້ນສະພາບ, ເລ່ລ່ຽມກົນອຸບາຍແຫຼ່ງຂ່າວກຸ່ມຄົນບໍ່ຫວັງດີ ກວດກາ, ຕິດຕາມ, ເກັບກຳບັນດາເປົ້າໝາຍໃຫ້ຮັດກຸມ ພ້ອມທັງສົມທົບແໜ້ນກັບຂັ້ນເທິ່ງເພື່ອແກ້ໄຂບັນຫາປາກົດການຫຍໍ້ທໍ້ດ້ານຕ່າງໆໃຫ້ໝົດໄປ,

ເກັບກຳ, ກວດກາ, ຄຸ້ມຄອງພື້ນທີ່ ທີ່ມີຄວາມສ່ຽງກໍ່ຄວາມບໍ່ສະຫງົບ ພ້ອມທັງຈັດວາງກຳລັງ ເພື່ອຕິດຕາມ, ກວດກາຮັບປະກັນ ເດັດຂາດບໍ່ໃຫ້ມີບັນຫາທີ່ບໍ່ດີເກີດຂຶ້ນ, ສືບຕໍ່ຫັນກຳລັງລົງກໍ່ສ້າງຮາກຖານການເມືອງ ເຄື່ອນໄຫວໂຄສະນາຕ້ານປາກົດການຫຍໍ້ທໍ້ດ້ານຕ່າງໆ ໃຫ້ແກ່ປະຊາຊົນໃຫ້ຮັບຮູ້ ແລະ ເຂົ້າໃຈແຈ້ງໂດຍສະເພາະບັນຫາລັກລົດຈັກ, ສືບຕໍ່ຕິດຕາມ, ກວດກາເປົ້າໝາຍ, ສຸມໃສ່ແກ້ໄຂມ້າງລາຍຄະດີຈັດຕັ້ງຄະນະສະເພາະກິດ ນຳຊອກ-ນຳຈັບຕໍ່ກັບເປົ້າໝາຍທີ່ມີຄຳສັ່ງ, ສືບຕໍ່ສຶກສາອົບຮົມບັນດາເປົ້າໝາຍເສບຢາເສບຕິດ ແລະ ຕິດຕາມມ້າງລາຍຄະດີ ພ້ອມທັງດຳເນີນຄະດີຕໍ່ຜູ້ກະທຳຜິດຢ່າງເດັດຂາດ, ວ່ອງໄວຮັບປະກັນ 3 ຫຼັກການຄື: ເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ.

ໂດຍ: ວາລະສານປ້ອງກັນຄວາມສະຫງົບ