“ ພະລັງແຫ່ງການໃຫ້ ຍິ່ງໃຫຍ່ສະເໝີ ” ງາມແຖມນໍ້າໃຈດີ ປ່າເຢັ້ງຊາ ລໍ່ Miss Universe Laos 2022

64

ຊົມເຊີຍສາວງາມຕໍານານພາສາຍສະພາຍລາວ ເປັນທີ່ຮູ້ຈັກໃນເວທີສາກົນ ສາວປ່າເຢັ້ງຊາ ລໍ່ ຮ່ວມກັບ ທະນາຄານອິນໂດຈີນ ພາຍໃຕ້ໂຄງການ ” ສານຝັນປັນຮັກ ” ໄດ້ມີໂອກາດໄປຢ້ຽມຢາມຖາມຂ່າວ ແລະ ບໍລິຈາກອຸປະກອນການຮຽນໃຫ້ແກ່ນ້ອງໆນັກຮຽນ – ຄູອາຈານທີ່ສະມາຄົມແມ່ຍິງພິການ ( Women with Disabilities Association ) ນັບວ່າເປັນປະສົບການທີ່ໜ້າຈົດຈຳທີ່ສຸດຄັ້ງໜຶ່ງທີ່ບໍ່ອາດລືມເລື່ອນໄດ້ໜ້າຊົມເຊີຍສຸດໆ.

ການໄປເທື່ອນີ້ກໍອົບອຸ່ນຫົວໃຈສຸດໆ ແລະ ປ່າເຢັ້ງຊາ ກໍໄດ້ໂພສຜ່ານເຟສບຸ໊ກສ່ວນຕົວຂອງຕົນເອງວ່າ: “ ບໍ່ຖິ້ມໃຜໄວ້ຂ້າງຫຼັງ ” Leave no one behind ພວກເຮົາຂໍເປັນອີກໜຶ່ງສຽງທີ່ເຊີນຊວນທ່ານຮ່ວມຊົມໃຊ້ ແລະ ຊື່ນຊົມຜົນງານສິລະປະຜະລິດຕະພັນຕ່າງໆຈາກສີມືທີ່ປານີດ ແລະ ງົດງາມ ເພື່ອເປັນກຳລັງໃຈໃຫ້ອ້າຍເອື້ອຍນ້ອງ ຈາກ “ ສະມາຄົມແມ່ຍິງພິການລາວ ” ແຫ່ງນີ້. ມື້ນີ້ທາງເຮົາໄດ້ເກັບພາບບັນຍາກາດແຫ່ງຄວາມສຸກຂອງການເຮັດກິດຈະກຳມາຝາກທຸກຄົນເດີ ການລົງເຮັດກິດຈະກຳໃນຄັ້ງນີ້ ພາຍໃຕ້ໂຄງການ “ IB Bank ສານຝັນປັນຮັກ ” Indochina Bank Page ລວມທັງ “ ປ່າເຢັ້ງຊາ ໂຊໂຊ ເອັນເທີໄພ້ຣສ໌ ” ( Payengxa Social Enterprise – ບໍລິສັດ ວິສາຫະກິດ ຊ່ວຍເຫຼືອສັງຄົມ ປ່າເຢັ້ງຊາ ) ທາງເຮົາມີຈຸດປະສົງເພື່ອມອບອຸປະກອນການສຶກສາ, ສ້າງຮອຍຍິ້ມ ແລະ ສຽງຫົວ ສ້າງຄວາມຊົງຈຳອັນດີຜ່ານຫຼິ້ນກິດຈະກຳຕ່າງໆຮ່ວມກັນ ເປັນການສ້າງມິດໝາຍອັນດີ ລວມທັງໄດ້ຮ່ວມພາເຂົ້າສາມັກຄີນຳກັນ, ຮຽນຮູ້ງານສີມືຫັດຖະກຳຈາກພະນັກງານ ແລະ ນ້ອງໆນັກຮຽນທີ່ສູນພັດທະນາແມ່ຍິງພິການລາວ.

“ ການຕ້ອນຮັບທີ່ແສນອົບອຸ່ນນີ້ຈະເປັນຄວາມຊົງຈຳທີ່ດີໃຫ້ແກ່ພວກເຮົາ ແລະ ຫວັງວ່າພວກເຮົາຈະໄດ້ເຮັດກິດຈະກຳຮ່ວມກັນອີກໃນອະນາຄົດ ແລະ ລໍຖ້າຕິດຕາມກັນວ່າກິດຈະກຳຊ່ວຍເຫຼືອສັງຄົມຄັ້ງຕໍ່ໄປຂອງທະນາຄານອິນໂດຈີນ ຈະເຮັດຫຍັງ ແລະ ຈັດຂຶ້ນຢູ່ໃສອີກ ”.

ຂ່າວບັນເທີງຕ້ອງຂໍສະແດງ ຄວາມຊົມເຊີຍນໍ້າໃຈໃນການໃຫ້ໃນຄັ້ງນີ້ດ້ວຍ, ພ້ອມນີ້ກໍຂໍຝາກແຟນໆຢ່າລືມໄປອຸດໜູນສາວງາມນໍ້າໃຈດີຄົນນີ້ ເຊິ່ງໃກ້ໝົດແລ້ວເດີ ສໍາລັບປຶ້ມ “ ເສັ້ນທາງສູ່ນາງງາມຈັກກະວານລາວປີ 2022 ” ເຊິ່ງບໍ່ແມ່ນປຶ້ມສະເພາະແຕ່ນາງງາມ ແຕ່ເປັນປຶ້ມວິທີການ, ແຮງບັນດານໃຈ, ຄວາມຮັກ ແລະ ການຕໍ່ສູ້ຊີວິດ ທີ່ເລົ່າເຖິງເລື່ອງລາວປະສົບການທີ່ເກີດຂຶ້ນກັບປ່າເຢັ້ງຊາເອງ.

ລາຄາຢູ່ທີ່ຫົວລະ 296.000 ກີບ ( ປຶ້ມພິມສີ, ມີ 55 ບົດ, ຂະໜາດ 11,5 x 18,5 ຊັງຕີແມັດ ຈຳນວນ 606 ໜ້າ ) ພິມຈໍານວນຈໍາກັດ ເຊິ່ງລາຍໄດ້ທັງໝົດຈະນຳໄປເປັນທຶນກໍ່ຕັ້ງ “ ສູນປ່າເຢັ້ງຊາ ພາສາ, ວັດທະນະທຳ ແລະ ພັດທະນາຄົນສູ່ຄວາມເປັນເລີດ ” ( Payengxa Language, Culture Center and People Development for Excellence ) ເພື່ອເປັນບ່ອນຝຶກອົບຮົມນັກຮຽນ ແລະ ໄວໜຸ່ມຜູ້ດ້ອຍໂອກາດ .