ສະພາກຳປູເຈຍ ຮັບຮອງເອົາການເລືອກຕັ້ງ ທ່ານ ຮຸນ ມາເນັດ ເປັນນາຍົກລັດຖະມົນຕີ

28

ສະພາກຳປູເຈຍ ໄດ້ຮັບຮອງເອົາການເລືອກຕັ້ງ ທ່ານ ພົນເອກ ຮຸນ ມາເນັດ ລູກຊາຍຂອງສົມເດັດຮຸນເຊັນ ເປັນນາຍົກລັດຖະມົນຕີຄົນໃໝ່ຂອງກຳປູເຈຍ ຢ່າງເປັນທາງການ ໃນວັນທີ 22 ສິງຫາ 2023.

ທ່ານ ເຮັງ ສຳຣິນ ປະທານກອງປະຊຸມສະພາກຳປູເຈຍ ໄດ້ປະກາດວ່າ: ພົນເອກ ຮຸນ ມາເນັດ ໄດ້ຮັບໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີຄົນໃໝ່ຂອງກຳປູເຈຍ ຢ່າງເປັນເອກະສັນ. ທັງນີ້, ໃນການເລືອກຕັ້ງເມື່ອວັນທີ 23 ກໍລະກົດຜ່ານມາ ພັກປະຊາຊົນກຳປູເຈຍ ( CPP ) ໄດ້ຮັບໄຊຊະນະຢ່າງຖະຫຼົ່ມທະລາຍ ດ້ວຍຈຳນວນ ສສ 120 ຄົນ ຈາກທັງໝົດ 125 ສຽງ ໃນສະພາກຳປູເຈຍ.