ສ່ອງເບິ່ງກອງປະຊຸມສຸດຍອດ 3 ຝ່າຍ

15

ຫາກເພື່ອນຜູ້ອ່ານຕິດຕາມຂ່າວຈະເຫັນວ່າຈຸດຮ້ອນຂອງໂລກອີກມຸມໜຶ່ງແມ່ນຢູ່ແຫຼມເກົາຫຼີ ເຊິ່ງສາເຫດຂອງມັນກໍຄືເຫັນຕາມຂ່າວ… ແຕ່ອີກຝ່າຍໜຶ່ງກໍມີການເຄື່ອນໄຫວ ເຮົາມາເບິ່ງນຳກັນວ່າການເຄື່ອນໄຫວດັ່ງກ່າວຈະເປັນການຖອກນໍ້າມັນໃສ່ກອງໄຟ ຫຼື ບໍ່?.

ຜູ້ຂຽນຂໍອະນຸຍາດນຳເອົາບົດວິເຄາະຈາກ ( VOV WORLD ) ສະບັບອອນລາຍລົງວັນທີ 18 ສິງຫາ 2023 ພາຍໃຕ້ຫົວຂໍ້: “.. ກອງປະຊຸມສຸດຍອດອາເມຣິກາ – ຍີ່ປຸ່ນ – ສ.ເກົາຫຼີ ນຳການຮ່ວມມື 3 ຝ່າຍຂຶ້ນສູ່ລະດັບສູງໃໝ່.. ໃນບາງຈຸດດັ່ງນີ້:
ວັນທີ 18 ສິງຫາ ຢູ່ຄ້າຍ David ລັດ Maryland ( ປະເທດອາເມຣິກາ ) ໄດ້ຈັດກອງປະຊຸມສຸດຍອດ 3 ຝ່າຍ ອາເມຣິກາ – ຍີ່ປຸ່ນ – ສ.ເກົາຫຼີ. ນີ້ແມ່ນກອງປະຊຸມສຸດຍອດ 3 ຝ່າຍຄັ້ງທໍາອິດໄດ້ຈັດຂຶ້ນແບບເອກະລາດ ແທນທີ່ໄດ້ຈັດຢູ່ນອກເຫດການການທູດຫຼາຍຝ່າຍຄັ້ງຕ່າງໆ.

ວົງການຜູ້ສັງເກດການໄດ້ໃຫ້ຂໍ້ສັງເກດວ່າ: ກອງປະຊຸມໄດ້ເປີດລະດັບໃໝ່ໃນການພົວພັນສໍາພັນທະມິດ ອາເມຣິກາ ຍີ່ປຸ່ນ – ສ.ເກົາຫຼີ, ສ້າງພື້ນຖານໃຫ້ແກ່ການພົວພັນສາມຝ່າຍກວ້າງຂວາງກວ່າ, ເລິກເຊິ່ງກວ່າ ແລະ ຫຼາຍກວ່າໃນໄລຍະຈະມາເຖິງ.
ໃນປະຫວັດສາດ, ອາເມຣິກາ, ຍີ່ປຸ່ນ, ສ.ເກົາຫຼີ ໄດ້ຈັດກອງປະຊຸມ 3 ຝ່າຍທັງໝົດ 12 ຄັ້ງ, ເລີ່ມແຕ່ກອງປະຊຸມສຸດຍອດເວທີປາໄສການຮ່ວມມືເສດຖະກິດ ອາຊີ – ປາຊີຟິກ ໃນປີ 1994. ແຕ່ເຖິງຢ່າງໃດກໍຕາມ, ບັນດາການພົບປະນັ້ນລ້ວນແຕ່ໄດ້ຈັດຢູ່ນອກເຫດການການທູດຫຼາຍຝ່າຍ. ກອງປະຊຸມສຸດຍອດຈັດຂຶ້ນຢູ່ຄ້າຍ David ຄັ້ງນີ້ແມ່ນຄັ້ງທໍາອິດທີ່ກອງປະຊຸມ 3 ຝ່າຍກາຍເປັນເຫດການເອກະລາດ.

■ ຈຸດເວລາທີ່ເໝາະສົມ

ກອງປະຊຸມສຸດຍອດອາເມຣິກາ – ຍີ່ປຸ່ນ – ສ.ເກົາຫຼີ ມີການເຂົ້າຮ່ວມຂອງທ່ານປະທານາທິບໍດີ ອາເມຣິກາ Joe Biden ພ້ອມກັບຄູ່ຕໍາແໜ່ງ ສ.ເກົາຫຼີ ທ່ານ Yoon Suk-yeol ແລະ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Fumio Kishida. ນີ້ແມ່ນຄັ້ງທໍາອິດທີ່ທ່ານປະທານາທິບໍດີອາເມຣິກາ Joe Biden ຕ້ອນຮັບບັນດາການນໍາຕ່າງປະເທດຢູ່ຄ້າຍ David, ທໍານຽບຢູ່ເຂດບ້ານນາຂອງທ່ານປະທານາທິບໍດີ ອາເມຣິກາ, ນັບແຕ່ເວລາທ່ານຮັບດໍາລົງຕໍາແໜ່ງໃນປີ 2021.

ກອງປະຊຸມໄດ້ຈັດຂຶ້ນຕາມການສະເໜີຂອງທ່ານປະທານາທິບໍດີ Joe Biden ໃນຂະນະທີ່ການນໍາ 3 ທ່ານ ໄດ້ພົບປະຢູ່ນອກກອງປະຊຸມສຸດຍອດ ກຸ່ມບັນດາປະເທດອຸດສາຫະກໍາ ພັດທະນາ ( G7 ) ຢູ່ປະເທດຍີ່ປຸ່ນ ໃນເດືອນພຶດສະພາ 2023. ໃນເວລານັ້ນ, ການນໍາ 3 ທ່ານ ໄດ້ເຫັນດີເປັນເອກະພາບນໍາການຮ່ວມມື 3 ຝ່າຍ “ ຂຶ້ນສູ່ລະດັບສູງໃໝ່ ”, ເພີ່ມທະວີການຮ່ວມມືຍຸດທະສາດ ກ່ອນອັນທີ່ເອີ້ນວ່າ “ ໄພນາບຂູ່ດ້ານນິວເຄລຍ ແລະ ລູກສອນໄຟ ” ຈາກ ສປປ ເກົາຫຼີ ກໍຄືຊຸກຍູ້ຄວາມເປັນລະບຽບຮຽບຮ້ອຍສາກົນເສລີ ແລະ ເປີດກວ້າງ ໂດຍອີງໃສ່ລະບຽບກົດໝາຍ.

ວົງການນັກໄຈ້ແຍກ ຖືວ່າກອງປະຊຸມໄດ້ດໍາເນີນໃນຈຸດເວລາທີ່ເໝາະສົມ, ໃນຂະນະທີ່ ສ.ເກົາຫຼີ ແລະ ຍີ່ປຸ່ນ ໄດ້ຫັນການພົວພັນຮ່ວມມືສອງຝ່າຍເປັນປົກກະຕິ ໃນຕົ້ນປີ 2023 ນີ້, ແກ້ໄຂບັນດາຄວາມບໍ່ລົງລອຍກັນ ກ່ຽວກັບບັນຫາຜືນແຜ່ນດິນ ແລະ ປະຫວັດສາດທີ່ເຄີຍເປັນຜົນສະທ້ອນເຖິງການພົວພັນດ້ານຄວາມໝັ້ນຄົງ ແລະ ການຄ້າ. ນອກຈາກນັ້ນ, ການນໍາ 3 ປະເທດ ກໍມີທັດສະນະທີ່ຄ້າຍຄືກັນກ່ຽວກັບຫຼາຍບັນຫາຢູ່ພາກພື້ນອາຊີຕາເວັນອອກສ່ຽງເໜືອ; ລ້ວນແຕ່ໄດ້ຍົກອອກຍຸດທະສາດສະເພາະສໍາລັບພາກພື້ນມະຫາສະໝຸດອິນເດຍ – ປາຊີຟິກ. ທັງສາມທ່ານລ້ວນແຕ່ຮັບຮູ້ໄດ້ວ່າສໍາພັນທະມິດ, ການເຊື່ອມຕໍ່ຢ່າງແໜ້ນແຟ້ນ ແລະ ມີຄວາມໄວ້ເນື້ອເຊື່ອໃຈຢ່າງແທ້ຈິງ ຈະແມ່ນປະຖົມປັດໄຈສະດວກທີ່ສຸດ ເພື່ອຫັນບັນດາການຄິດໄລ່ຊັ່ງຊາຍຸດທະສາດໃນໄລຍະຈະມາເຖິງໃຫ້ປາກົດຜົນເປັນຈິງສໍາເລັດຜົນ.

■ ສ້າງພື້ນຖານໃຫ້ແກ່ການຮ່ວມມືທີ່ເລິກເຊິ່ງ, ກວ້າງຂວາງ

ຕາມທ່ານ Antony Blinken ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ ແລ້ວ, ທີ່ກອງປະຊຸມ ບັນດາການນໍາໄດ້ປຶກສາຫາລື ກ່ຽວກັບບັນດາບັນຫາບຸລິມະສິດ ເຊິ່ງສາມປະເທດມີຄວາມສົນໃຈ ຄື: ຄວາມໝັ້ນຄົງດ້ານເສດຖະກິດ, ເຕັກໂນໂລຊີຫາກໍພົ້ນເດັ່ນ, ໜູນຊ່ວຍມະນຸດສະທໍາ ແລະ ບັນດາໂຄງການພັດທະນາ; ເຕື້ອງເຖິງວິທີການເພື່ອ “ ຫັນເປັນລະບອບລະບຽບການ ” ກົນໄກແມ່ ກ່ຽວກັບການຮ່ວມມືດ້ານຄວາມໝັ້ນຄົງລະຫວ່າງ 3 ປະເທດກວ່າອີກ, ກົນໄກນີ້ໄດ້ສວມບົດບາດຈໍາເປັນໃນການຮັກສາຄວາມໝັ້ນຄົງ ແລະ ຄວາມສະຖຽນລະພາບຢູ່ພາຍໃນ ແລະ ພາຍນອກພາກພື້ນອາຊີ.

ຕາມທ່ານ John Kirby ຜູ້ປະສານງານຮັບຜິດຊອບດ້ານສື່ສານຍຸດທະສາດຂອງສະພາຄວາມໝັ້ນຄົງແຫ່ງຊາດແລ້ວ, ກອງປະຊຸມສຸດຍອດ ອາເມຣິກາ – ຍີ່ປຸ່ນ – ສ.ເກົາຫຼີ ຈະຍົກການພົວພັນຮ່ວມມື 3 ຝ່າຍ ຂຶ້ນສູ່ລະດັບສູງໃໝ່. ໃນຂະນະນັ້ນ, ທ່ານ Kurt Campbell ຜູ້ປະສານງານຂອງທໍານຽບຂາວ ຮັບຜິດຊອບພາກພື້ນມະຫາສະໝຸດ ອິນເດຍ – ປາຊີຟິກ ໄດ້ໃຫ້ຂໍ້ສັງເກດວ່າ: ກອງປະຊຸມເພື່ອແນໃສ່ນໍາບັນດາຂໍ້ລິເລີ່ມທີ່ເຕັມໄປດ້ວຍ ຄວາມມັກໃຫຍ່ໃຝ່ສູງ ເພື່ອຮັກສາຄວາມຄືບໜ້າໃນການພົວພັນລະຫວ່າງສາມປະເທດສໍາພັນທະມິດ. ທ່ານ Kurt Campbell ໄດ້ຊີ້ແຈງວ່າ: ຈຸດປະສົງຕົ້ນຕໍຂອງກອງປະຊຸມສຸດຍອດເອກະລາດຄັ້ງທໍາອິດ ລະຫວ່າງສາມປະເທດ ຢູ່ຄ້າຍ David ໄດ້ເຮັດໃຫ້ການຮ່ວມມືສາມຝ່າຍ “ ເປີດກວ້າງ, ເລິກເຊິ່ງ, ໜາແໜ້ນກວ່າອີກ ”.

ສ່ວນສໍາລັບຝ່າຍສໍາພັນທະມິດຂອງອາເມຣິກາແລ້ວ ເມື່ອແລກປ່ຽນກັບວົງການນັກຂ່າວໃນທ້າຍອາທິດກ່ອນ, ທ່ານ Kim Tae Hyo ຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ສ.ເກົາຫຼີ ໄດ້ເນັ້ນໜັກວ່າ: ການທາບທາມຄວາມເຫັນສາມຝ່າຍລະຫວ່າງ ສ.ເກົາຫຼີ, ອາເມຣິກາ ແລະ ຍີ່ປຸ່ນ ຈະມີສີສັນສະເພາະ, ຈະແຈ້ງ, ດ້ວຍຖານະເປັນອົງການຮ່ວມມືຢູ່ມະຫາສະໝຸດອິນເດຍ – ປາຊີຟິກ.

ໃນຂະນະນັ້ນ, ວັນທີ 17 ສິງຫາ, ເມື່ອກ່າວຄໍາເຫັນກ່ອນທີ່ເດີນທາງໄປ ອາເມຣິກາ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Fumio Kishida ໄດ້ຢັ້ງຢືນວ່າ: ບັນດາມາດຕະຖານສາກົນທີ່ໄດ້ຮັບການສ້າງຂຶ້ນໂດຍອີງໃສ່ຄວາມເສລີ ແລະ ການເປີດເຜີຍພວມຖືກຄອນແຄນ, ການພົວພັນສອງຝ່າຍລະ ຫວ່າງ ຍີ່ປຸ່ນ ກັບ ອາເມຣິກາ ແລະ ສ.ເກົາຫຼີ ພວມຢູ່ໃນໄລຍະດີທີ່ສຸດ, ຈະແມ່ນພື້ນຖານຂອງກາລະໂອກາດປະຫວັດສາດ ເພື່ອປັບປຸງການພົວພັນຍຸດທະສາດລະຫວ່າງສາມປະເທດ.

ຄ້າຍ David – ທໍານຽບຢູ່ເຂດບ້ານນາຂອງປະທານາທິບໍດີ ອາເມຣິກາ ເຊິ່ງເຄີຍເປັນບ່ອນຈັດຫຼາຍເຫດການພົ້ນເດັ່ນ ຄື: ການເຈລະຈາຄັ້ງປະຫວັດສາດໃນໄລຍະສົງຄາມໂລກຄັ້ງທີ 2 ລະຫວ່າງການນໍາ ອາເມຣິກາ ແລະ ອັງກິດ ຫຼື ການເຈລະຈາສັນຕິພາບລະຫວ່າງການນໍາ ອິດສະຣາແອນ ແລະ ບັນດາປະເທດບ້ານໃກ້ເຮືອຄຽງ ອາຣັບ… ແລະ ຫາງສຽງ ອາເມຣິກາ, ຍີ່ປຸ່ນ, ສ.ເກົາຫຼີ ໄດ້ເຊື່ອໝັ້ນວ່າ: ຄ້າຍ David ຈະໄດ້ຮັບຮູ້ຄືດັ່ງສະຖານທີ່ປະຫວັດສາດດ້ານການທູດຂອງສະຕະວັດທີ XXI, ເປີດສັກກະລາດໃໝ່ໃຫ້ແກ່ການຮ່ວມມືສາມຝ່າຍ, ນໍາການຮ່ວມມື ອາເມຣິກາ – ຍີ່ປຸ່ນ – ສ.ເກົາຫຼີ ຂຶ້ນສູ່ລະດັບສູງໃໝ່.

ນັ້ນແມ່ນເຫດການສຳຄັນທີ່ຢາກໃຫ້ເພື່ອນຜູ້ອ່ານໄດ້ຮັບຮູ້ນໍ?.

ຈົບ