ເຮັດສະປາເກັດຕີ້ຊັອດ ກິນເອງ

52

ເສັ້ນສະປາເກັດຕີ້ ສາມາດເຮັດກິນໄດ້ຫຼາຍແບບ ແຕ່ສະປາເກັດຕີ້ຊັອດໝາກເຫຼ່ນແມ່ນສູດທີ່ຫຼາຍຄົນມັກເຮັດກິນທີ່ສຳຄັນເດັກນ້ອຍມັກກິນ ເນື່ອງຈາກມີລົດຊາດສົ້ມຫວານ ແຕ່ຫຼາຍຄົນຈະຄິດວ່າຖ້າຈະຊື້ມາເຮັດກິນເອງແມ່ນຫຍຸ້ງຍາກ ແລະ ມີຫຼາຍຂັ້ນຕອນ ແຕ່ຢາກຈະບອກວ່າມັນກຸ້ມຄ່າສາມາດກິນໄດ້ທັງຄອບຄົວ ຖ້າທ່ານໃດພໍມີເວລາລອງເຮັດກິນເອງໄດ້ແບບວິທີງ່າຍໆ.

อาจเป็นรูปภาพของ พาสต้า และ เส้นก๋วยเตี๋ยว

▶ ວັດຖຸດິບ: ເສັ້ນສະປາເກັດຕີ້ຍີ່ຫໍ້ໃດກໍໄດ້, ໝາກເຫຼ່ນ, ຊັອດໝາກເຫຼ່ນ, ກະຣົດ, ຫົວຫອມບົ່ວໃຫຍ່, ກະທຽມ, ຊີ້ນບົດ ( ຊີ້ນໝູ ), ເກືອ, ແປ້ງນົວ, ນໍ້າຕານ, ນໍ້າປາ, ນໍ້າສະອາດ.

▶ ຂັ້ນຕອນເຮັດ: ປອກຫົວຫອມບົ່ວໃຫຍ່, ໝາກເຫຼ່ນ ແລະ ກະຣົດ ລ້າງຊອຍຕັດເປັນຕ່ອນສັ້ນ – ນ້ອຍ, ຈາກນັ້ນກໍທຸບກະທຽມ ຫຼື ຊັບໃຫ້ມຸ່ນ, ຈາກນັ້ນກໍຄ້າງໝໍ້ຕົ້ມເສັ້ນ ໂດຍໃສ່ນໍ້າປະມານ 1 – 2 ລິດ ເປີດໄຟປານກາງຫາແຮງ ພ້ອມໃຫ້ໃສ່ເກືອ ແລະ ຢອດນໍ້າມັນພືດລົງໄປ ເມື່ອໝໍ້ຟົດແລ້ວໃຫ້ນຳເສັ້ນສະປາເກັດຕີ້ລົງໄປຕົ້ມຢ່າງໜ້ອຍ 10 ນາທີ       ( ແລ້ວແຕ່ເສັ້ນ ) ໃຫ້ຕັກມາຊີມເບິ່ງ ຖ້າອ່ອນຕາມໃຈມັກແລ້ວ ໃຫ້ຕັກອອກປະໄວ້ໃຫ້ເຢັນ.

ຈາກນັ້ນມາເຮັດຊັອດ ຫຼື ທ່ານໃດມີເຕົາແກັດຫຼາຍໜ້າເຕົາ ສາມາດເຮັດໄປພ້ອມກັນໄດ້ລະ ຫວ່າງຕົ້ມເສັ້ນກັບເຮັດຊັອດ ໂດຍຄ້າງໝໍ້ຂາງຂຶ້ນໃສ່ນໍ້າມັນລົງໄປ ພ້ອມເອົາຫົວຜັກທຽມທຸບລົງໄປ ຂົ້ວໃຫ້ຫອມແລ້ວເອົາຊີ້ນໝູບົດລົງໄປຂົ້ວຈົນໃຫ້ສຸກຕື່ມເກືອ – ແປ້ງນົວລົງ ເມື່ອຊີ້ນສຸກແລ້ວໃຫ້ນຳໝາກເຫຼ່ນລົງໄປຂົ້ວໃຫ້ເປື່ອຍ, ຈາກນັ້ນຕາມດ້ວຍຫົວ ຫອມບົ່ວໃຫຍ່ ແລະ ກະຣົດລົງ ຂົ້ວໃຫ້ເຂົ້າກັນ ພ້ອມຕື່ມຊັອດໝາກເຫຼ່ນລົງໄປຄົນໃຫ້ເຂົ້າກັນ ພ້ອມເລີ່ມປຸງລົດຊາດດ້ວຍນໍ້າຕານ ເພາະລົດຊາດໝາກເຫຼ່ນ ແລະ ຊັອດຈະສົ້ມ ປຸງຕາມໃຈມັກເມື່ອກະຣົດສຸກແລ້ວ ກໍປິດໄຟໄດ້ເທົ່ານີ້ທ່ານກໍໄດ້ສະປາເກັດຕີ້ລາດຊັອດໄວ້ກິນແລ້ວ.

ໂດຍ: ນົກແຕນແວນ