ປີ້ງໄກ່ເຊໂນ ຂອງແທ້ ຕ້ອງມີເຄື່ອງໝາຍສະອາດ, ປອດໄພ, ໄກ່ລາດຂອງແທ້

94

ພາຍຫຼັງໄດ້ຮັບການຢັ້ງຢືນຈາກກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ – ການຄ້າ ໃນການນຳໃຊ້ກາໝາຍການຄ້າ ( ໂລໂກ້ ) ຂອງຜະລິດຕະພັນສິນຄ້າໂອດ໊ອບ ປີ້ງໄກ່ເຊໂນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ເຊິ່ງເປັນຜະລິດຕະພັນໜຶ່ງທີ່ມີຊື່ສຽງ. ດັ່ງນັ້ນ, ທາງພາກລັດ ແລະ ກຸ່ມການຜະລິດປີ້ງໄກ່ເຊໂນ ຈຶ່ງໄດ້ສະເໜີອອກກາໝາຍການຄ້າ ເພື່ອເປັນສັນຍາລັກຢັ້ງຢືນເຖິງຄຸນນະພາບຂອງຜະລິດຕະພັນ ແລະ ຄວາມໝັ້ນໃຈຂອງຜູ້ບໍລິໂພກ.

ມາໃນວັນທີ 16 ສິງຫາ 2023 ຄະນະກຳມະການສິນຄ້າໂອດ໊ອບຂັ້ນແຂວງ ຮ່ວມກັບ ເມືອງອຸທຸມພອນ ເຊິ່ງນຳໂດຍ ທ່ານ ໄຊຍະເດດ ຜຸຍຍະວົງ ຮອງຫົວໜ້າພະແນກອຸດສາຫະກຳ – ການຄ້າແຂວງ ພ້ອມຄະນະ ໄດ້ສົມທົບກັບ ທ່ານ ຄຳພົງ ສຸລິເຍດ ຮອງເຈົ້າເມືອງອຸທຸມພອນ ພ້ອມພາກສ່ວນທີ່ກ່ຽວຂ້ອງ ໄດ້ປຶກສາຫາລື ພາຍຫຼັງທີ່ໄດ້ຮັບອະນຸມັດກາໝາຍການຄ້າ ( ໂລໂກ້ ) ປີ້ງໄກ່ເຊໂນ ເພື່ອຈະໄດ້ມອບໃຫ້ກຸ່ມການຜະລິດ ໃນການນຳໃຊ້ກາໝາຍດັ່ງກ່າວຢ່າງຖືກຕ້ອງ.
ໃນການປຶກສາຫາລືຄັ້ງນີ້ ກໍໄດ້ເປັນເອກະພາບກັນ ເຊັ່ນ: ໃນສະມາຊິກ ຈຳນວນ 52 ຮ້ານ ຕ້ອງໄດ້ກວດກາຄືນໃນເລື່ອງການບໍລິການໃຫ້ຖືກຕ້ອງຕາມຫຼັກສຸຂະນາໄມ ເປັນຕົ້ນ: ຄວາມສະອາດ, ຄວາມປອດໄພແກ່ຜູ້ບໍລິໂພກ ແລະ ສິ່ງສຳຄັນຕ້ອງແມ່ນໄກ່ລາດຂອງແທ້.
ຈາກນັ້ນ, ໃນການປຶກສາຫາລືຍັງໄດ້ຍົກໃຫ້ເຫັນເລື່ອງການຈັດກິດຈະກຳໃນວັນເປີດນຳໃຊ້ກາໝາຍທີ່ຈະໄດ້ຈັດຂຶ້ນໃນມໍ່ໆນີ້ ເພື່ອໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຄວາມໝາຍສຳຄັນຂອງກາໝາຍການຄ້າດັ່ງກ່າວ.