ບໍລິສັດຍີ່ປຸ່ນ ຮັບສະໝັກແຮງງານມຽນມາ ຫຼາຍກວ່າ 900 ຄົນ

8

ເວັບໄຊ Gnlm.com.mm ຂອງມຽນມາ ລາຍງານວ່າ: ສະຖານເອກອັກຄະລັດຖະທູດມຽນມາ ປະຈຳນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ໄດ້ປະກາດເມື່ອວັນທີ 15 ສິງຫາຜ່ານມາວ່າ ບໍລິສັດໃນຍີ່ປຸ່ນ ຈະມີການຈ້າງແຮງງານມຽນມາ ຈໍານວນ 918 ຄົນ.

ສະຖານເອກອັກຄະລັດຖະທູດມຽນມາ ກໍໄດ້ກວດສອບຈົດໝາຍທວງຖາມຕັ້ງແຕ່ວັນທີ 1 – 15 ສິງຫາ ໂດຍປະເມີນສະຖານະທາງກົດໝາຍຂອງບໍລິສັດຈັດຫາງານແລ້ວລາຍງານຜົນໄປຍັງກະຊວງການຕ່າງປະເທດ ເຊິ່ງທາງສະຖານທູດກໍໄດ້ສົ່ງຕໍ່ໄປຍັງກະຊວງແຮງງານແລ້ວ.

ລາຍງານລະບຸວ່າ: ໄລຍະຫຼັງການລະບາດຂອງພະຍາດໂຄວິດ – 19, ຄວາມຕ້ອງການແຮງງານມຽນມາຂອງຍີ່ປຸ່ນ ເພີ່ມສູງຂຶ້ນ. ຂະນະທີ່ ຍີ່ປຸ່ນ ກຳລັງຕ້ອງການແຮງງານຄົນຕ່າງປະເທດສູງ ໂດຍສຳນັກງານສະຖິຕິຂອງກະຊວງກິດຈະການພາຍໃນຂອງຍີ່ປຸ່ນ ເປີດເຜີຍຂໍ້ມູນວ່າ ແຮງງານໃນໄວເຮັດວຽກຂອງຍີ່ປຸ່ນ ມີຈໍານວນ 67,85 ລ້ານຄົນ ແລະ ຄາດວ່າພາຍໃນປີ 2065 ແຮງງານໄວເຮັດວຽກຂອງຍີ່ປຸ່ນຈະຫຼຸດລົງເຫຼືອພຽງ 45 ລ້ານຄົນ ເຊິ່ງໝາຍວ່າ ການຂາດແຄນແຮງງານຈະທະວີຄວາມຮຸນແຮງຂຶ້ນເລື້ອຍໆ.