ບໍ່ທຳມະດາ ພຽງສອງວັນບໍ່ແກ້ວຢຶດຢາເສບຕິດໄດ້ກວ່າ 800 ກິໂລ

48

ການຕ້ານ ແລະສະກັດກັ້ນຢາເສບຕິດ ໜຶ່ງໃນວາລະແຫ່ງຊາດ ທີ່ທົ່ວປະເທດຍັງສືບຕໍ່ກຳຈັດຢ່າງເຂັ້ມຂຸ້ນ ເພື່ອຕີຖອຍປະກົດການຫຍໍ້ທໍ້ຕ່າງໆໃຫ້ນັບມື້ມີໜ້ອຍຖອຍລົງ ຊຶ່ງຜ່ານມາຫຼາຍແຂວງໄດ້ເຄຶື່ອນໄຫວແກ້ໄຂບັນຫາດັ່ງກ່າວເປັນໄລຍະມາ ຫຼ້າສຸດນີ້ແຂວງບໍ່ແກ້ວພຽງສອງວັນກວດໄດ້ຢາເສບຕິດຫຼາຍເຖິງ 800 ກວ່າກິໂລ.

No photo description available.
ຕາມຂ່າວ ປກສ ລາຍງານໃຫ້ຮູ້ວ່າ ໃນວັນທີ 8-9 ສິງຫາ 2023, ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງບໍ່ແກ້ວ ສົມທົບກັບກອງກໍ່ສ້າງຮາກຖານການເມືອງ 918 ໄດ້ກວດກາລາດຕະເວນຕາມຄວາມຮັບ ຜິດຊອບລະຫວ່າງບ້ານພຽງງາມ ຫາ ບ້ານດອນສະຫວັນ ເມືອງຕົ້ນເຜິ້ງ ແລະ ບ້ານສີດອນມີ ພົບເຫັນຢາເສບຕິດ ປະເພດຢາໄອສ໌ 840 ກວ່າກິໂລກຼາມ ແລະ ລົດກະບະ 2 ຄັນ ສ່ວນຜູ້ຖືກຫາແມ່ນເອົາຕົວຫຼົບໜີ.

May be an image of tea
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນວັນທີ 8 ສິງຫາ 2023, ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ລົງກວດກາລາດຕະເວນຂອບເຂດບ້ານພຽງງາມ ຫາ ບ້ານດອນສະຫວັນ ເມືອງຕົ້ນເຜິ້ງ ພົບເຫັນຖົງສີດຳ ຈຳນວນ 4 ຖົງຢູ່ແຄມຝັ່ງແມ່ນໍ້າຂອງ ຫ່າງຈາກບ້ານດອນສະຫວັນ ປະມານ 300 ແມັດ ຈຶ່ງໄດ້ກວດກາຊັນລະສູດສະຖານທີ່ ແລະ ຖົງດຳຈຳນວນດັ່ງກ່າວ ຈຶ່ງສາມາດລະບຸໄດ້ວ່າຢາເສບຕິດທີ່ຢູ່ໃນຖົງນັ້ນແມ່ນປະເພດຢາໄອສ໌ ຈຳນວນ 120 ຫໍ່ ເທົ່າກັບ 120 ກິໂລກຼາມ.

No photo description available.
ສ່ວນວັນທີ 9 ສິງຫາ 2023, ເວລາ 1:45 ໂມງ ພະນັກງານກໍ່ສ້າງຮາກຖານການເມືອງ ປະຈຳຢູ່ບ້ານສີດອນມີ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ ຈະມີກຸ່ມຄົນບໍ່ດີຂົນສົ່ງຢາເສບຕິດ ຈຶ່ງໄດ້ອອກກວດກາລາດຕະເວນພົບເຫັນກຸ່ມຄົນຈໍານວນໜຶ່ງກຳລັງຂົນຢາເສບຕິດຂຶ້ນລົດຢູ່ທ່ານໍ້າຫົວ ບ້ານສີດອນມີ ເມື່ອພວກເຂົາເຫັນເຈົ້າ ໜ້າທີ່ແລ້ວ ກໍໄດ້ເອົາຕົວຫຼົບໜີ ລົງໄປທາງແຄມນໍ້າຂອງ. ຫຼັງຈາກນັ້ນ, ກໍໄດ້ຍິນສຽງປືນດັງຂຶ້ນປະມານ 5 ຫາ10 ນັດ ແຕ່ບໍ່ຮູ້ວ່າແມ່ນພາກສ່ວນໃດເປັນຜູ້ຍິງ ແລະ ເຈົ້າ ໜ້າທີ່ໄດ້ເຂົ້າໄປກວດກາພົບເຫັນລົດ 2 ຄັນ ຄື: ລົດວີໂກ້ 1 ຄັນ ມີຢາໄອສ໌ບັນຈຸຢູ່ 18 ເປົາ ແລະ ເປົາບັນ ຈຸຖົງຢາງ 1 ເປົາ; ສ່ວນລົດຣີໂວ້ 1 ຄັນ ໝາຍເລກທະບຽນ ກກ 4844 ບໍ່ແກ້ວ ມີຈຳນວນ 7 ເປົາ.

No photo description available.
ຫຼັງຈາກນັ້ນ, ໄດ້ປະສານຫາກອງກໍ່ສ້າງຮາກຖານ 918 ແລະ ກອງຮ້ອຍທະຫານຊາຍ ແດນ ຄ 122 ເພື່ອມາເຄື່ອນຍ້າຍຢາເສບຕິດຈຳນວນດັ່ງກ່າວ. ສໍາລັບລົດທັງ 2 ຄັນແມ່ນເຈົ້າໜ້າທີ່ຮາກຖານ ແລະ ທະຫານຊາຍແດນ ໄດ້ຍາມໄວ້ຢູ່ຈຸດເກີດເຫດ ເພາະວ່າບໍ່ມີກະແຈລົດ; ໃນນັ້ນ, ຜ່ານກວດກາລົດທັງ 2 ຄັນ ເຫັນວ່າ ມີຢາເສບຕິດ ປະເພດຢາໄອສ໌ ຈໍານວນ ທັງໝົດມີ 25 ເປົາ ແລະ ເປົາຖົງຢາງບັນຈຸຢາເສບຕິດ ຈໍານວນ 1 ເປົາ, ມີຢາເສບຕິດປະເພດຢາໄອສ໌ ຈຳນວນ 720 ຫໍ່ ນໍ້າ ໜັກ 720 ກິໂລກຼາມ ແລະ ປຶ້ມທະບຽນລົດ, ໃບທະບຽນລົດ ແລະ ໃບຂັບຂີ່ອອກ ຊື່ ທ້າວ ອາກອງ ຢູ່ເມືອງຕົ້ນເຜິ້ງ ແລະ ເອກະສານເຊົ່າສິນເຊື່ອຂອງ ນາງ ຈັນຟອງ ຢູ່ບ້ານນໍ້າເກີງໃໝ່ ເມືອງຕົ້ນເຜິ້ງ.

No photo description available.
ປັດຈຸບັນ, ຄະດີດັ່ງກ່າວເຈົ້າໜ້າທີ່ ຂອງ ປກສ ແຂວງບໍ່ແກ້ວ ພວມດຳເນີນການສືບສວນ-ສອບສວນຫາເຈົ້າຂອງຢາມາດຳເນີນຄະດີຕາມລະບຽບກົດໝາຍ.