ຫ້ອງວ່າການແຂວງໄຊຍະບູລີ ສະຫຼຸບວຽກງານ 6 ເດືອນຕົ້ນປີ 2023

43

ກອງປະຊຸມຫ້ອງວ່າການແຂວງໄຊຍະບູລີ ປະຈໍາ 6 ເດືອນຕົ້ນປີ 2023 ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 17 ສິງຫາ ທີ່ສະໂມສອນຂອງຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ພອນສະຫວັນ ໄຊສົມພັນ ຫົວໜ້າຫ້ອງວ່າການແຂວງໄຊຍະບູລີ, ເຂົ້າຮ່ວມມີບັນດາຄະນະຫ້ອງວ່າການແຂວງ, ຫົວໜ້າ, ຮອງຫົວໜ້າຂະແໜງການ, ພະນັກງານວິຊາການພາຍໃນຫ້ອງວ່າການ ແຂວງ, ມີຫົວໜ້າບໍລິຫານຈາກພະແນກການ, ກົມກອງອ້ອມຂ້າງແຂວງ, ມີຫົວໜ້າພ້ອມວິຊາການຈາກຫ້ອງວ່າການ 11 ເມືອງທົ່ວແຂວງເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານ ພອນສະຫວັນ ໄຊສົມພັນ ຫົວໜ້າຫ້ອງວ່າການແຂວງ ໄຊຍະບູລີ ກ່າວໄຂກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ຈະໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືແລກປ່ຽນບົດຮຽນ ເພື່ອຊອກໃຫ້ເຫັນໄດ້ຈຸດດີທີ່ພົ້ນເດັ່ນ, ຈຸດອ່ອນຄົງຄ້າງ, ຂໍ້ຂາດຕົກບົກຜ່ອງໃນການນໍາພາ – ຊີ້ນໍາຈັດຕັ້ງປະຕິບັດວຽກງານຜ່ານມາ ແລະ ຊອກຫາວິທີການປັບປຸງແກ້ໄຂໃນຕໍ່ໜ້າ.

อาจเป็นรูปภาพของ 1 คน, แท่นบรรยาย และ ข้อความพูดว่า "ะทาบ"

ກອງປະຊຸມຄັ້ງນີ້ ຈະໄດ້ດໍາເນີນເປັນເວລາ 2 ວັນ ແລະ ດໍາເນີນເປັນ 2 ວາລະ ຄື: ວາລະທີ1 ຈະໄດ້ພ້ອມກັນສະຫຼຸບຕີລາຄາ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຫ້ອງວ່າການ ປະຈໍາ 6 ເດືອນຜ່ານມາ ແລະ ທິດທາງແຜນການວຽກຈຸດສຸມ 6 ເດືອນທ້າຍປີ 2023 ແລະ ວາລະທີ 2 ຈະໄດ້ແລກປ່ຽນບົດຮຽນນໍາກັນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຫ້ອງວ່າການເປັນຕົ້ນແມ່ນ: ການສ້າງ ຄວາມເຂັ້ມແຂງໃຫ້ແກ່ວຽກງານຄົ້ນຄວ້າ-ສັງລວມ, ການສ້າງຄວາມເຂັ້ມແຂງ ໃຫ້ແກ່ວຽກງານບໍລິຫານຮັບໃຊ້ ແລະ ການຄຸ້ມຄອງເອກະສານ, ການກໍານົດຕໍາແໜ່ງງານ ແລະ ການປັບປຸງກົງຈັກການຈັດຕັ້ງ, ການສ້າງຄວາມເຂັ້ມແຂງໃນການຊຸກຍູ້, ຕິດຕາມວຽກງານກໍ່ສ້າງຮາກຖານການເມືອງ.

ທ່ານ ໂພທອງ ບຸບສະບາ ຮອງຫົວໜ້າຫ້ອງວ່າການ ແຂວງ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບຕີລາຄາ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຫ້ອງວ່າການ ປະຈໍາ 6 ເດືອນຜ່ານມາ ແລະ ທິດທາງແຜນການວຽກຈຸດສຸມ 6 ເດືອນທ້າຍປີ 2023 ວ່າ: ຫ້ອງວ່າການແຂວງ ໄຊຍະບູລີ ປະກອບມີ 4 ຂະແໜງການ ຄື: ຂະແໜງຈັດຕັ້ງ – ກວດກາ ແລະ ວຽກງານອະນຸສາວະລີ ປະທານ ໄກສອນ ພົມວິຫານ; ຂະແໜງຄົ້ນຄວ້າ – ສັງລວມ; ຂະແໜງກໍ່ສ້າງຮາກຖານການເມືອງ ແລະ ຂະແໜງຄຸ້ມຄອງບໍລິຫານ – ພິທີການ ແລະ ການເງິນ, ໃນໄລຍະ 6 ເດືອນຕົ້ນປີຜ່ານມາ ຫ້ອງວ່າການແຂວງໄຊຍະບູລີ ແມ່ນມີຜົນສໍາເລັດດ້ານວິຊາສະເພາະຫຼາຍດ້ານ ເປັນຕົ້ນແມ່ນ: ໄດ້ເອົາໃຈໃສ່ເປັນເສນາທິການໃຫ້ແກ່ຄະນະພັກ, ຄະນະນໍາຂອງຕົນໃນການຄົ້ນຄວ້າ, ວິເຄາະ – ວິໄຈ ແລະ ສະໜອງຂໍ້ມູນດ້ານຕ່າງໆ ເຮັດໃຫ້ການນໍາພາຂອງພັກ, ການຄຸ້ມຄອງບໍລິຫານລັດຂັ້ນຕ່າງໆມີຄວາມຖືກຕ້ອງ, ວ່ອງໄວ ແລະ ຮັບປະກັນໃຫ້ແກ່ການສ້າງບາດກ້າວບຸກທະລຸທາງດ້ານລະບອບລະບຽບ ແລະ ກົນໄກໃນການບໍລິຫານຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ – ສັງຄົມໃຫ້ມີຄວາມຄ່ອງຕົວ, ຮັດກຸມ ແລະ ໂປ່ງໃສ, ນອກນີ້ຍັງໄດ້ເອົາໃຈໃສ່ໃນການຮັບໃຊ້ການນໍາຂອງແຂວງ, ແຂກຈາກສູກກາງ ແລະ ຕ່າງປະເທດໄດ້ເປັນຢ່າງດີ.

[ ຂ່າວ – ຮູບ: ອຸ່ນເຮືອນ ໂພທິລັກ ]