ເງິນເດືອນຂັ້ນພື້ນຖານໃນອັງກິດ ເພີ່ມຂຶ້ນເປັນປະຫວັດການ

56

ເວັບໄຊສຳນັກຂ່າວ Vtv.vn ລາຍງານວ່າ: ຂໍ້ມູນຢ່າງເປັນທາງການສະແດງໃຫ້ເຫັນວ່າ ຄ່າຈ້າງຂັ້ນພື້ນຖານໃນອັງກິດ ເພີ່ມຂຶ້ນເປັນປະຫວັດການ ສ້າງຄວາມກັງວົນກ່ຽວກັບແຮງກົດດັນດ້ານເງິນເຟີ້ໃນໄລຍະຍາວ ເຖິງແມ່ນວ່າທະນາຄານກາງອັງກິດ ຈະປັບຂຶ້ນອັດຕາດອກເບ້ຍເຖິງ 14 ຄັ້ງຕິດຕໍ່ກັນ ນັບແຕ່ເດືອນທັນວາ ປີ 2021 ເປັນຕົ້ນມາ.

ມີສັນຍານວ່າ: ຕະຫຼາດແຮງງານກຳລັງອ່ອນແອລົງໂດຍອັດຕາການວ່າງງານເພີ່ມຂຶ້ນຢ່າງບໍ່ຄາດຄິດ ຈາກ 4% ເປັນ 4,2% ເຊິ່ງເປັນລະດັບສູງສຸດນັບຕັ້ງແຕ່ໄລຍະ 3 ເດືອນ ( 8 – 10 ປີ 2021 ) ແລະ ເພີ່ມຂຶ້ນໄວກວ່າການຄາດການຂອງທະນາຄານກາງຂອງອັງກິດ ( BOE ). ແຕ່ວ່າລະດັບເງິນເດືອນພື້ນຖານເພີ່ມຂຶ້ນຢ່າງແຂງແຮງ ຢູ່ທີ່ 7,8% ນັບຕັ້ງແຕ່ປີ 2001 ອັນໄດ້ເພີ່ມແຮງກົດດັນໃຫ້ເງິນເຟີ້ເພີ່ມຂຶ້ນ ເນື່ອງຈາກນາຍຈ້າງຈໍານວນຫຼາຍຕ້ອງຂຶ້ນຄ່າຈ້າງ ເພື່ອຮັກສາ ຫຼື ດຶງດູດພະນັກງານໄວ້.

ການເຕີບໂຕຂອງຄ່າຈ້າງປະຈໍາປີ ລວມເຖິງໂບນັດ ກໍເພີ່ມຂຶ້ນເຊັ່ນກັນ ໂດຍເຖິງລະດັບ 8,2% ເຊິ່ງເປັນລະດັບສູງສຸດທີ່ບໍ່ລວມໃນໄລຍະການລະບາດຂອງໂຄວິດ – 19 ເມື່ອມີການອຸດໜູນງານຂອງພາກລັດ ເຮັດໃຫ້ຕົວເລກຜິດບ່ຽງ.

ນັກເສດຖະສາດທີ່ສຳຫຼວດໂດຍສຳນັກຂ່າວ ຣອຍເຕີ ຄາດການວ່າ: ການເຕີບໂຕຂອງຄ່າຈ້າງງານຈະຄົງຕົວໃນໄລຍະທ້າຍປີນີ້ ເຊິ່ງຈະຕ້ອງໃຊ້ເວລາສໍາລັບຕະຫຼາດແຮງງານທີ່ຜັນຜວນ ທີ່ສົ່ງຜົນກະທົບຕໍ່ການເຕີບໂຕຂອງຄ່າຈ້າງ.

ນອກນີ້, ຂໍ້ມູນສຳຫຼວດຫຼາຍຢ່າງ ໄດ້ບົ່ງຊີ້ວ່າ: ການເຕີບໂຕຂອງຄ່າຈ້າງກຳລັງຊະລໍຕົວ; ນອກນີ້ BOE ອາດຈະປັບຂຶ້ນອັດຕາດອກເບ້ຍອີກຄັ້ງ ສູ່ລະດັບ 5,5%, ໃນຂະນະດຽວກັນ ກໍມີໂອກາດ 55% ທີ່ອັດຕາດອກເບ້ຍໃນອັງກິດ ຈະເຖິງລະດັບ 6% ພາຍໃນຕົ້ນປີ 2024 ທຽບກັບ 5,25% ໃນປັດຈຸບັນ.