ພິທີຖະແຫຼງຂ່າວເວທີນາງສາວລາວ 2023 ເວທີແຫ່ງກຽດຕິຍົດ ແລະ ຄວາມພູມໃຈຂອງແມ່ຍິງລາວ

73

ພິທີຖະແຫຼງຂ່າວຢ່າງເປັນທາງການ ໂຄງການປະກວດນາງສາວລາວ ປະຈໍາປີ 2023 ເຊິ່ງປີນີ້ພິເສດຮ່ວມສະເຫຼີມສະຫຼອງ ຄົບຮອບ 15 ປີ ເວທີນາງສາວລາວກັບຄັ້ງທໍາອິດຂອງການລວມຕົວນາງສາວລາວໃນຄັ້ງປະຫວັດສາດ ແຕ່ປີ 2019 – 2022 ແລະ ໃນປີນີ້ກຽມພົບກັບຮູບແບບໃໝ່ຂອງເວທີອັນຊົງກຽດ ແລະ ຍິ່ງໃຫຍ່ແຫ່ງປີ ນາງສາວລາວ 2023 Miss Laos 2023 ເວທີແຫ່ງກຽດຕິຍົດ ແລະ ຄວາມພູມໃຈຂອງແມ່ຍິງລາວ.
ງານດັ່ງກ່າວມີຂຶ້ນໃນຄໍ່າຄືນຂອງວັນທີ 16 ສິງຫາ 2023 ພາຍໃນງານມີຫຼາກຫຼາຍພາກສ່ວນເຂົ້າຮ່ວມ ບໍ່ວ່າຈະເປັນຈາກສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ປະທານໂຄງການປະກວດ, ຜູ້ໃຫ້ການສະໜັບສະໜູນ ລວມໄປເຖິງບັນດານາງງາມ, ຊາຍງາມ, ບຸກຄົນໃນວົງການ ແລະ ສື່ມວນຊົນເຂົ້າຮ່ວມຢ່າງຄຶກຄື້ນ.

ທ່ານ ຄົມປັນຍາ ເພັງວິໃນຍາ ປະທານ ບໍລິສັດ ຄົມປັນຍາ ເອັນເຕີເທນເມັ້ນ ອີເວັ້ນ ແອນອໍກາໄນເຊີ້, ປະທານໂຄງການນາງສາວລາວ ໄດ້ໃຫ້ສໍາພາດວ່າ: ໂຄງການປະກວດນາງສາວລາວຂອງພວກເຮົາຈຸດປະສົງແມ່ນເພື່ອສືບຕໍ່ແນໃສ່ການສົ່ງເສີມດ້ານວັດທະນະທໍາ, ຮີດຄອງປະເພນີຂອງແມ່ຍິງລາວທີ່ມີເອກະລັກ ແລະ ຄຽງຄູ່ກັບແມ່ຍິງລາວຕະຫຼອດໄປ ແລະ ເປັນເວທີໃຫ້ແມ່ຍິງລາວໄດ້ສະແດງຄວາມສາມາດ, ກ້າສະແດງອອກບົນພື້ນຖານຂອງແມ່ຍິງລາວໃນສະໄໝໃໝ່ ລວມທັງເປັນເວທີສະໜັບສະໜູນດ້ານເສດຖະກິດ, ວັດທະນະທໍາ – ສັງຄົມ, ການສຶກສາ, ສາທາລະນະສຸກ, ທ່ອງທ່ຽວ ແລະ ອື່ນໆ ທີ່ສໍາຄັນເພື່ອເປັນການສະເຫຼີມສະຫຼອງເວທີນາງສາວລາວ ຄົບຮອບ 15 ປີນີ້. ໄດ້ມີການວາງແບບແຜນຮູບແບບຂອງກິດຈະກໍາໃໝ່ໆພາຍໃຕ້ຄອນເຊັບ ສະໜັບສະໜູນທາງດ້ານເສດຖະກິດ ສົ່ງເສີມສິນຄ້າລາວ ແລະ ສະໜັບສະໜູນໃຫ້ຄົນລາວໃຊ້ເງິນກີບຄຽງຄູ່ໄປກັບການສົ່ງເສີມອຸດສາຫະກໍາ ເສີມສ້າງແຕ່ລະທ້ອງຖິ່ນ ນໍາສະເໝີຕໍ່ສາຍຕາປະຊາຊົນ ແລະ ປີນີ້ມົງກຸດແມ່ນຮູບແບບໃໝ່ ແລະ ທັນສະໄໝຫຼາຍຂຶ້ນດ້ວຍ.

ພ້ອມນີ້, ທ່ານ ໄຊຊະນະນໍລະສິງ ສີສານ ປະທານໂຄງການປະກວດ MISTER LAOS, ຜູ້ອໍານວຍການໂຄງການປະກວດນາງສາວລາວ ຍັງໄດ້ໃຫ້ສໍາພາດຕື່ມວ່າ: ສໍາລັບການປະກວດໃນປີນີ້ ແມ່ນມີຫຼາກຫຼາຍກິດຈະກໍາໃຫ້ນ້ອງໆຜູ້ເຂົ້າປະກວດໄດ້ເຂົ້າຮ່ວມ. ສໍາລັບເງື່ອນໄຂຂອງຜູ້ເຂົ້າປະກວດນາງສາວລາວໃນປີນີ້ ແມ່ນປະກອບມີ ຈະຕ້ອງເປັນແມ່ຍິງລາວ, ສັນຊາດລາວ ອາຍຸລະຫວ່າງ 18 – 26 ປີ ມີບຸກຄະລິກກະພາບດີ, ໜ້າຕາດີ ສ່ວນສູງ 160 ຊັງຕີແມັດຂຶ້ນໄປ, ບໍ່ມີປະຫວັດການແຕ່ງດອງມາກ່ອນ ຫຼື ເຄີຍມີບຸດມາກ່ອນ, ບໍ່ມີປະຫວັດຄະດີອາດຊະຍາກໍາຕ່າງໆ ຫຼື ການເສື່ອມເສຍທາງສັງຄົມ ແລະ ມີຄວາມຮູ້ອັນເປັນພື້ນຖານດ້ານຮີດຄອງປະເພນີ, ວັດທະນະທໍາ ແລະ ລັກສະນະຊາດ.

ໃນປີນີ້ແຜນການກິດຈະກໍາຂອງນາງສາວລາວ 2023 ແມ່ນຈະພິເສດກວ່າປີຜ່ານມາ ເປີດຮັບສະໝັກແລ້ວມື້ນີ້ ໄປຈົນເຖິງວັນທີ 5 ຕຸລາ2023, ເດືອນ 10 ຈະເປັນຮອບຄັດເລືອກ ແລະ ໃນລະຫວ່າງເດືອນ 10 ແມ່ນຈະມີພິທີເປີດຕົວ 40 ນາງສາວ, ໃນລະຫວ່າງເດືອນ 11 – 12 ຈະເປັນຮອບເກັບຕົວ, ເດືອນ 12 ຈະມີຮອບສະແດງຄວາມສາມາດຂອງນ້ອງໆ ແລະ ຮອບຊີງຊະນະເລີດ ແລະ ໃຜຈະເປັນຜູ້ໄດ້ດໍາລົງຕໍາແໜ່ງໃນເວທີແຫ່ງກຽດຕິຍົດ ແລະ ຄວາມພາກພູມໃຈຂອງແມ່ຍິງລາວໃນປີນີ້ ຕ້ອງຖ້າຕິດຕາມໄປພ້ອມກັນ.

ທ້າຍນີ້ຂ່າວບັນເທີງກໍຂໍຝາກອີກໜຶ່ງເວທີແຫ່ງຄວາມພາກພູມໃຈຂອງແມ່ຍິງລາວ ຝາກແຟນໆຕິດຕາມ ແລະ ສະໜັບສະໜູນກັນດ້ວຍ ໂດຍສະເພາະແມ່ຍິງລາວທ່ານໃດທີ່ມີຄວາມພ້ອມ ແລະ ມີຄວາມໃຝ່ຝັນ ໃນການປະກວດເທິງເວທີອັນຊົງກຽດ ແລະ ຄອບຄອງມົງກຸດນາງສາວລາວໃນປີນີ້ ກໍສາມາດລົງສະໝັກກັນໄດ້ ໂດຍສາມາດໂຫຼດແບບຟອມສະໝັກ ແລະ ຕິດຕາມການເຄື່ອນໄຫວຂອງກອງປະກວດໄດ້ເລີຍທີ່ເພຈ MISS LAOS ນາງສາວລາວ ນັ້ນເອງ.