ປ່າເຢັ້ງຊາ ລໍ່ ຮ່ວມມອບນໍ້າໃຈຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

37

ເພື່ອເປັນການແບ່ງເບົາບັນເທົາທຸກ ແລະ ຊ່ວຍເຫຼືອໃຫ້ແກ່ພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນໄລຍະຜ່ານມາ ເຊິ່ງເຮັດໃຫ້ຫຼາຍບ້ານ, ຫຼາຍຄອບຄົວໄດ້ຮັບຜົນກະທົບເສຍຫາຍ. ຕໍ່ກັບສະພາບການດັ່ງກ່າວ ທາງ 3 ພາກສ່ວນ ໄດ້ນຳເອົາເຄື່ອງອຸປະໂພກບໍລິໂພກ ມອບໃຫ້ກັບອົງການກາແດງລາວ ເພື່ອມອບຕໍ່ຊ່ວຍເຫຼືອແຂວງທີ່ຖືກໄພນໍ້າຖ້ວມ.
ການມອບໃນເທື່ອນີ້ມີຂຶ້ນໃນວັນທີ 15 ສິງຫາ 2023 ນີ້ເອງ ເຊິ່ງໃນນີ້ 3 ບໍສິສັດ ໄດ້ນຳເອົາເຄື່ອງອຸປະໂພກ – ບໍລິໂພກ ມອບໃຫ້ກັບອົງການກາແດງລາວ ເພື່ອຊ່ວຍເຫຼືອແຂວງທີ່ຖືກໄພນໍ້າຖ້ວມ ຄື: ສະຫວັນນະເຂດ – ບໍລິຄໍາໄຊ – ຄຳມ່ວນ ໂດຍມີຮ້ານເພັດພະໄທ ຈິວເວີລີ້ Phetphathai Jewelry , ວິສາຫະກິດ ປ່າເຢັ້ງຊາ ໂຊໂຊ ເອັນເທີໄພ້ຣສ໌ ແລະ ທ່ານ ນາງ ຈັນໂສ ຈິດຕິວົງ ສະໜັບສະໜູນມອບເຄື່ອງອຸປະໂພກ, ບໍລິໂພກ.

ໃນໂອກາດດຽວກັນນີ້, ທ່ານ ສິງ ເມໂນລາດ ຮອງປະທານອົງການກາແດງແຫ່ງຊາດລາວ ກໍໄດ້ກ່າວສະແດງ ຄວາມຂອບໃຈຢ່າງສູງ ພ້ອມທັງມອບໃບຍ້ອງຍໍໃຫ້ທັງ3 ພາກສ່ວນ ທີ່ໄດ້ນຳເອົາເຄື່ອງຈຳນວນດັ່ງກ່າວມາມອບໃຫ້ເພື່ອນຳໄປມອບຕໍ່ໃຫ້ພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ .
ພາຍຫຼັງທີ່ໄດ້ມອບເຄື່ອງດັ່ງກ່າວແລ້ວ ປ່າເຢັ້ງຊາ ລໍ່ Miss Universe Laos 2022 ຍັງໄດ້ໂພສຜ່ານເຟສບຸ໊ກຕົນເອງຕື່ມວ່າ: “ ດີໃຈທີ່ໄດ້ເປັນສ່ວນໜຶ່ງຊ່ວຍເຫຼືອພີ່ນ້ອງປະຊາຊົນ ຜູ້ປະສົບໄພນ້ຳຖ້ວມ, ມອບເງິນ ແລະ ເຄື່ອງອຸປະໂພກ – ບໍລິໂພກໃຫ້ອົງການກາແດງແຫ່ງຊາດລາວ ເພື່ອນຳໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ.

ທ່ານ ນາງ ຈັນໂສ ຈິດຕິວົງ ( ເອື້ອຍແພນ ) ເຈົ້າຂອງຮ້ານ ເພັດພະໄທ ຈິວເວີລີ້ ( Phetphathai jewelry ) ແລະ ປະທານກອງປະກວດ Miss Universe Laos 2021 – 2022 ໄດ້ມອບເງິນສົດ 8,8 ລ້ານເຄື່ອງອຸປະໂພກ ແລະ ບໍລິໂພກມູນຄ່າ 2 ລ້ານກີບ ໃຫ້ອົງການກາແດງແຫ່ງຊາດລາວ ເພື່ອນຳໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ. ຂ້າພະເຈົ້າ ແລະ ວິສາຫະກິດ ປ່າເຢັ້ງຊາ ໂຊໂຊ ເອັນເທີໄພ້ຣສ໌ ໄດ້ມອບນ້ຳດື່ມ “ ປ່າເຢັ້ງຊາ ” ( ດື່ມນ້ຳ ໄດ້ບຸນ ) ຈຳນວນ 50 ແພັກ ມູນຄ່າ 1,8 ລ້ານກີບ ໃຫ້ອົງການກາແດງແຫ່ງຊາດລາວ ເພື່ອນຳໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ.

ຂ້າພະເຈົ້າ ພ້ອມທີມງານກອງປະກວດ ແລະ ພິເສດ ຂໍຂອບໃຈເອື້ອຍ ແພນ ທີ່ໄດ້ຊ່ວຍເຫຼືອພໍ່ແມ່ພີ່ນ້ອງຜູ້ປະສົບໄພໃນຄັ້ງນີ້ດ້ວຍ. ເຖິງວ່າການຊ່ວຍເຫຼືອເລັກໆໜ້ອຍໆຂອງພວກຂ້າພະເຈົ້າໃນຄັ້ງນີ້ ອາດຈະບໍ່ສາມາດຊ່ວຍຜູ້ປະສົບໄພໄດ້ໝົດ ແຕ່ກໍຂໍໃຫ້ເຂົ້າໃຈວ່າ ພວກຂ້າພະເຈົ້າມີຄວາມຫ່ວງໄຍ ແລະ ຢາກຊ່ວຍເຫຼືອໃນຊ່ວງເວລາທີ່ເດືອດຮ້ອນເຊັ່ນນີ້. ພວກຂ້າພະເຈົ້າຂໍໃຫ້ຜູ້ປະສົບໄພຈົ່ງເຂັ້ມແຂງ ເພື່ອຜ່ານຜ່າໄລຍະເວລາທີ່ລຳບາກນີ້ໄປໃຫ້ໄດ້ ແລະ ພວກເຮົາຄົນລາວຈະບໍ່ຖິ້ມກັນ ”.

ຂ່າວບັນເທີງຕ້ອງຂໍສະແດງຄວາມຊົມເຊີຍມາຍັງສາມພາກສ່ວນ ໂດຍສະເພາະນ້ອງປ່າ ທີ່ໄດ້ເປັນກະບອກສຽງ ແລະ ເປັນແບບຢ່າງທີ່ດີໃນການຊ່ວຍເຫຼືອສັງຄົມໃນເວລາທີ່ປະສົບກັບໄພທໍາມະຊາດແບບນີ້ ເປັນນາງງາມຂວັນໃຈມະຫາຊົນແທ້ໆ ສາມາດຕິດຕາມຜົນງານ ແລະ ການເຄື່ອນໄຫວໃນ ແລະ ນອກວົງການຂອງນ້ອງໄດ້ເລີຍທີ່ Payengxa Lorນັ້ນເອງ.