7 ເດືອນຕົ້ນປີນີ້ ຫວຽດນາມເກີນດຸນການຄ້າ 16 ຕື້ກວ່າໂດລາ

5

ເວບໄຊສຳນັກຂ່າວ Vtv.vn ລາຍງານວ່າ: ໃນໄລຍະເວລາ 7 ເດືອນຕົ້ນປີ 2023, ຍອດເກີນດຸນການຄ້າຂອງຫວຽດນາມເກືອບເຖິງລະດັບ 16,5 ຕື້ໂດລາ.

ນັບແຕ່ຕົ້ນປີນີ້ ມາຈົນເຖິງປັດຈຸບັນ, ຫວຽດນາມມີການສົ່ງອອກສິນຄ້າກະສິກຳ 4 ກຸ່ມ ທີ່ມີມູນຄ່າສູງກວ່າ 10,5 ຕື້ໂດລາ ແລະ ເຕີບໂຕເກືອບ 27% ເມື່ອທຽບໃສ່ຊ່ວງດຽວກັນຂອງປີຜ່ານມາ ເປັນຕົ້ນແມ່ນ ສົ່ງອອກຜັກ, ເມັດໝາກມ່ວງຫີນມະພານ, ກາເຟ ໂດຍສະເພາະແມ່ນເຂົ້າ ເຊິ່ງໃນກຸ່ມສິນຄ້າເຫຼົ່ານີ້ ຫວຽດນາມສາມາດຈັດຫາໄດ້ພາຍໃນປະເທດເປັນສ່ວນໃຫຍ່ ໂດຍບໍ່ຕ້ອງນໍາເຂົ້າ. ອັນສໍາຄັນແມ່ນ ການເກີນດຸນການຄ້າໃນໄລຍະ 7 ເດືອນຜ່ານມາ.

ຢ່າງໃດກໍຕາມ, ການເກີນດຸນການຄ້າໃນ 7 ເດືອນ ຍັງສະແດງໃຫ້ເຫັນເຖິງຄວາມທ້າທາຍເມື່ອການເກີນດຸນການຄ້າຂອງຫວຽດນາມ ຂຶ້ນຢູ່ກັບວິສາຫະກິດຕ່າງປະເທດທີ່ລົງທຶນຢ່າງຫຼວງຫຼາຍ ໃນ 7 ເດືອນທີ່ຜ່ານມາ ເຊິ່ງວິສາຫະກິດເຫຼົ່ານີ້ເກີນດຸນກວ່າ 27,8 ຕື້ໂດລາ ຂະນະທີ່ວິສາຫະກິດໃນປະເທດຂາດດຸນການຄ້າເກືອບ 12,6 ຕື້ໂດລາ.

ຕົວເລກການຂະຫຍາຍຕົວຂອງການສົ່ງອອກໃນໄລຍະ 7 ເດືອນຕົ້ນປີນີ້ ທັງຂອງພາກເສດຖະກິດໃນປະເທດ ແລະ ພາກເສດຖະກິດທີ່ຕ່າງປະເທດລົງທຶນ ບໍ່ແຕກຕ່າງກັນຫຼາຍ ເຊິ່ງເປັນເລື່ອງຍາກທີ່ຈະເຫັນການສົ່ງອອກ ແຕ່ການນໍາເຂົ້າມີຄວາມແຕກຕ່າງກັນ ໂດຍກິດຈະການທີ່ລົງທຶນຂອງຕ່າງປະເທດ ຫຼຸດລົງ 17,7%, ພາກເສດຖະກິດໃນປະເທດຫຼຸດລົງ 16,1% ແລະ ໃນເດືອນກໍລະກົດ 2023 ຂະຫຍາຍຕົວ 0,4% ເນື່ອງຈາກການພິຈາລະນາທີ່ແຕກຕ່າງກັນຂອງທຸລະກິດ ເມື່ອເບິ່ງເສດຖະກິດໂລກ, ສິນຄ້າໃນຄັງ ແລະ ຄວາມສາມາດໃນການຈັດຫາ ລວມທັງການປັບຕົວໃນບໍລິບົດໃໝ່.