ຍີ່ປຸ່ນ ກຽມປ່ອຍນ້ຳເປື້ອນຈາກໂຮງໄຟຟ້ານິວເຄລຍ ຟູກຸຊິມະ ລົງສູ່ທະເລໃນທ້າຍເດືອນນີ້

61

ສຳນັກຂ່າວກຽວໂດ ລາຍງານເມື່ອວັນທີ 7 ສິງຫາ 2023 ວ່າ: ລັດຖະບານຍີ່ປຸນ ຈະເລີ່ມປ່ອຍນ້ຳເປື້ອນກຳມັນຕະລັງສີທີ່ຜ່ານການບຳບັດແລ້ວ ຈາກໂຮງໄຟຟ້ານິວເຄລຍຟູກຸຊິມະ ລົງສູ່ທະເລໃນທ້າຍເດືອນສິງຫາ – ຕົ້ນເດືອນກັນຍານີ້ ເຊິ່ງຄາດວ່າຈະປ່ອຍພາຍຫຼັງທີ່ ທ່ານ ຟູມີໂອະ ເຄຊີດະ ນາຍົກລັດຖະມົນຕີຍີ່ປຸ່ນ ເດີນທາງກັບຈາກການປະຊຸມສຸດຍອດໄຕພາຄີ ກັບ ສະຫະລັດອາເມຣິກາ ແລະ ສາທາລະນະລັດເກົາຫຼີໃນອາທິດໜ້າ.

ລາຍງານລະບຸວ່າ: ກອງປະຊຸມດັ່ງກ່າວ ຈະຈັດຂຶ້ນໃນວັນທີ 18 ສິງຫາຈະເຖິງນີ້ ແລະ ຄາດວ່າຜູ້ນຳຍີ່ປຸ່ນ ຈະສະເໜີແຜນດັ່ງກ່າວ ຕໍ່ຜູ້ນຳສະຫະລັດ ແລະ ຜູ້ນຳ ສ.ເກົາຫຼີ ແລະ ຄາດວ່ານາຍົກລັດຖະມົນຕີຍີ່ປຸ່ນ ຈະນຳແຜນການປ່ອຍນ້ຳເປື້ອນດັ່ງກ່າວ ເຂົ້າປຶກສາຫາລືກັບຄະນະລັດຖະມົນຕີຂອງຍີ່ປຸ່ນ ກ່ອນຈະກຳນົດວັນເລີ່ມປ່ອຍນ້ຳປົນເປື້ອນກຳມັນຕະລັງສີ ທີ່ຜ່ານການບຳບັດແລ້ວ ລົງສູ່ທະເລ.

ແນວໃດກໍຕາມ, ເຖິງວ່າໄດ້ຮັບການຢັ້ງຢືນຈາກອົງການພະລັງງານປະລະມານູສາກົນ ( IAEA ) ກ່ຽວກັບການບຳບັດນ້ຳເປື້ອນດັ່ງກ່າວວ່າ ເປັນໄປຕາມມາດຖານຄວາມປອດໄພລະດັບໂລກ, ແຕ່ປະເທດເພື່ອນບ້ານ ຕະຫຼອດຮອດຊາວປະມົງທ້ອງຖິ່ນກໍຍັງມີຄວາມວິຕົກກັງວົນເຖິງຄວາມປອດໄພ.