ທະນາຄານກາງອັງກິດ ປັບຂຶ້ນອັດຕາດອກເບ້ຍເປັນຄັ້ງທີ 14 ຕິດຕໍ່ກັນ

9

ເວັບໄຊສຳນັກຂ່າວ Vtv.vn ລາຍງານວ່າ: ທະນາຄານກາງອັງກິດ ( BOE ) ປັບຂຶ້ນອັດຕາດອກເບ້ຍ 0,25% ສູ່ລະດັບ 5,25% ນັບເປັນການປັບຂຶ້ນອັດຕາດອກເບ້ຍເປັນຄັ້ງທີ 14 ຕິດຕໍ່ກັນ ເຊິ່ງນີ້ກໍເນື່ອງຈາກອັດຕາເງິນເຟີ້ໃນປະເທດຍັງສູງ ເຮັດໃຫ້ວິກິດຄ່າຄອງຊີບຍັງສືບຕໍ່ຮ້າຍແຮງ.

ການທີ່ BOE ປັບຂຶ້ນອັດຕາດອກເບ້ຍ 0,25% ສູ່ລະດັບ 5,25% ແມ່ນເປັນລະດັບສູງສຸດໃນຮອບຫຼາຍກວ່າ 15 ປີ, ຂະນະທີ່ອັດຕາເງິນເຟີ້ໃນອັງກິດ ຍັງສືບຕໍ່ຢູ່ໃນລະດັບໃກ້ຄຽງກັບ 8% ເຊິ່ງສູງກວ່າຄ່າສະເລ່ຍຂອງ ເອີໂຣໂຊນ ແລະ ສະຫະລັດອາເມຣິກາ.

ຜູ້ຊ່ຽວຊານລະບຸວ່າ: ການຂຶ້ນອັດຕາດອກເບ້ຍຢ່າງໄວວາ ເຮັດໃຫ້ເກີດຄວາມປັ່ນປ່ວນໃນການປ່ອຍສິນເຊື່ອຈໍານອງພາຍໃນປະເທດ ເນື່ອງຈາກທະນາຄານທຸລະກິດ ປັບຂຶ້ນອັດຕາດອກເບ້ຍສິນເຊື່ອ, ຂະນະທີ່ເງິນປອນຂອງອັງກິດ ກໍແຂງຄ່າຂຶ້ນເລັກໜ້ອຍ ທີ່ 1,2714 ໂດລາ ຕໍ່ 1 ປອນ.

ກ່ອນໜ້ານີ້, ທະນາຄານກາງຂອງສະຫະລັດ ( FED ) ແລະ ທະນາຄານກາງເອີຣົບ ( ECB ) ກໍປັບຂຶ້ນອັດຕາດອກເບ້ຍ ແຕ່ກໍມີທ່າອ່ຽງວ່າທັງສອງທະນາຄານນີ້ ຈະຢຸດໃຊ້ມາດຕະການນີ້ໄວກວ່າອັງກິດ ເນື່ອງຈາກອັດຕາເງິນເຟີ້ໃນຕະຫຼາດດັ່ງກ່າວ ຫຼຸດລົງໄວ ກວ່າໃນອັງກິດ ໂດຍເຫຼືອປະມານ 3% ໃນສະຫະລັດອາເມຣິກາ ແລະ 5,3% ໃນປະເທດກຸ່ມເອີໂຣໂຊນ.

ຢ່າງໃດກໍຕາມ, ການປັບຂຶ້ນອັດຕາດອກເບ້ຍ ຍັງເປັນມາດຕະການທີ່ທະນາຄານກາງຫຼາຍແຫ່ງໃນທົ່ວໂລກ ໄດ້ດຳເນີນການເພື່ອຄວບຄຸມອັດຕາເງິນເຟີ້ ເນື່ອງຈາກລາຄາພະລັງງານທີ່ສູງ ແລະ ການຢຸດຊະງັກຂອງຕ່ອງໂສ້ການສະໜອງທົ່ວໂລກ ໃນໄລຍະຫຼັງໂຄວິດ – 19.

ລາຍງານລະບຸວ່າ: ນັກເສດຖະສາດເຊື່ອວ່າ ອັດຕາເງິນເຟີ້ໃນອັງກິດ ຈະຍັງສືບຕໍ່ສູງເປັນໄລຍະເວລາດົນນານ ເນື່ອງຈາກອິດທິພົນຂອງປັດໄຈຫຼາຍປະການ ເຊັ່ນ: ການອອກຈາກສະຫະພາບເອີຣົບຂອງອັງກິດ ເຊິ່ງເປັນອຸປະສັກຕໍ່ການຄ້າທະວິພາຄີ ແລະ ເພີ່ມການໃຊ້ຈ່າຍຄ່າທໍານຽມສຳລັບທຸລະກິດ.