ຮອງເຈົ້າແຂວງຄຳມ່ວນ ໄດ້ລົງກວດກາຕິດຕາມຊຸກຍູ້ໂຄງການສ້ອມແປງຂົວບ້ານນາຈານ ເມືອງມະຫາໄຊ

48

ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນພ້ອມດ້ວຍ ທ່ານ ສົມບູນ ແກ້ວວົງສາ ເຈົ້າເມືອງມະຫາໄຊພ້ອມຄະນະ, ມີພະນັກງານບໍລິສັດ, ພະນັກງານຈາກພະແນກໂຍທາທິການ – ຂົນສົ່ງແຂວງ ແລະ ເມືອງ, ອົງການຈັດຕັ້ງພາກສ່ວນຕ່າງໆ ໄດ້ລົງເຄື່ອນໄຫວກວດກາ, ຕິດຕາມ, ຊຸກຍູ້ຂະບວນການກໍ່ສ້າງສ້ອມແປງຂົວຫ້ວຍໄກສອນ ບ້ານນາຈານ ເມືອງມະຫາໄຊໃນວັນທີ 2 ສິງຫາ 2023.

ການລົງເຄື່ອນໄຫວກວດກາ, ຕິດຕາມ, ຊຸກຍູ້ຂະບວນການກໍ່ສ້າງສ້ອມແປງຂົວຫ້ວຍໄກສອນ ບ້ານນາຈານ ຂອງຄະນະລົງຕິດຕາມ, ກວດກາຄັ້ງນີ້ເນື່ອງຈາກວ່າ ຂົວຫ້ວຍໄກສອນ ບ້ານນາຈານແມ່ນເສັ້ນທາງຫຼວງແຫ່ງຊາດ ເລກທີ 001F ໄດ້ຖືກເປ່ເພເສຍຫາຍ ແລະ ໄດ້ປິດການສັນຈອນຊົ່ວຄາວມາໃນໄລຍະໜຶ່ງອາທິດແລ້ວນີ້ ສາເຫດເນື່ອງຈາກຝົນຕົກໜັກໃນລະດູຝົນ ຈຶ່ງເຮັດໃຫ້ສະພາບຂອງຂົວມີການເປ່ເພ ຜາກັ້ນດິນຫົວຂົວຖືກນ້ຳເຊາະເປ່ເພ ແລະ ເຮັດໃຫ້ຂົວນຳໃຊ້ບໍ່ໄດ້ .

ສະນັ້ນ, ຈຶ່ງສ້າງຄວາມຫຍຸ້ງຍາກໃນການສັນຈອນໄປ – ມາຫາສູ່ກັນລະຫວ່າງເມືອງຕໍ່ເມືອງ, ບ້ານຕໍ່ບ້ານ ກໍຄືພໍ່ແມ່ປະຊາຊົນໄດ້ພົບຄວາມຫຍຸ້ງຍາກຫຼາຍ, ສະນັ້ນດ້ວຍຄວາມເປັນຫ່ວງຂອງການນຳຂັ້ນແຂວງ, ການນຳຂັ້ນເມືອງມະຫາໄຊ ໄດ້ມອບໂຄງການກໍ່ສ້າງສ້ອມແປງຂົວແຫ່ງນີ້ໃຫ້ບໍລິສັດຂົວທາງແຂວງເປັນຜູ້ຮັບເໝົາກໍ່ສ້າງໃຫ້ຂົວແຫ່ງນີ້ຄືນສູ່ສະພາບປົກກະຕິນຳໃຊ້ໄດ້ໃນມໍ່ໆນີ້ ເພື່ອສ້າງຄວາມສະດວກໃຫ້ແກ່ການທ່ອງທ່ຽວໄປ – ມາສະດວກດີຂຶ້ນໄປເລື້ອງໆ.

ມາຮອດປັດຈຸບັນນີ້ການສ້ອມແປງຍັງດຳເນີນໄປຄາດວ່າຈະໃຫ້ສຳເລັດໃນມໍ່ໆນີ້.

ຂະໜາດຂອງຂົວ ລວງ ກວ້າງ 5 ແມັດ, ລວງຍາວ 36 ແມັດ, ໂຄງເຫຼັກພື້ນປູດ້ວຍໄມ້ແປ້ນ ໂດຍນໍາໃຊ້ງົບປະມານຂອງລັດເຂົ້າໃນການກໍ່ສ້າງຄິດເປັນມູນຄ່າທັງໝົດ 170 ລ້ານກວ່າກີບ.

[ ຂ່າວ – ຮູບ : ແດງສະຫວັດ ແສນພານິດ ]