ຟີຊ ປັບຫຼຸດຄວາມໜ້າເຊື່ອຖືຂອງສະຫະລັດອາເມຣິກາ ລົງເຫຼືອ AA+

37

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຟີຊ ເຣດຕິ້ງ ( Fitch Ratings ) ໜຶ່ງງໃນບໍລິສັດຈັດອັນດັບຄວາມໜ້າເຊື່ອຖືລາຍໃຫຍ່ຂອງສະຫະລັດອາເມຣິກາ ໄດ້ປະກາດຫຼຸດອັນດັບຄວາມໜ້າເຊື່ອຖືກາສານໜີ້ໄລຍະຍາວສະກຸນເງິນຕາຕ່າງປະເທດຂອງລັດຖະບານສະຫະລັດລົງ 1 ອັນດັບ ຈາກ “ AAA ” ລົງມາເປັນ “ AA+ ” ໂດຍໃຫ້ເຫດຜົນວ່າ ເປັນຜົນພວງມາຈາກພາລະໜີ້ສິນຂອງພາກລັດມີທ່າອ່ຽງສູງຂຶ້ນ ແລະ ລະບົບທຳມາພິບານ “ ອ່ອນແອລົງ ” ເຮັດໃຫ້ໜີ້ສິນຂອງສະຫະລັດອາເມຣິກາເພີ່ມຂຶ້ນຈຸເພດານ ແລະ ຈຳເປັນຕ້ອງຂະຫຍາຍເພດານໜີ້ເພີ່ມຂຶ້ນແລ້ວ ເພີ່ມຂຶ້ນອີກ ຕະຫຼອດ 10 ກວ່າປີທີ່ຜ່ານມາ.

ຟີຊ ຍັງລະບຸວ່າ: ງົບປະມານຂອງສະຫະລັດ ມີທ່າອ່ຽງຂາດດຸນເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ມີທ່າອ່ຽງວ່າຈະເພີ່ມຂຶ້ນຈຸ 6,3% ຂອງ GDP ໃນປີນີ້, ຈາກ 3,7% ຂອງ GDP ເມື່ອປີຜ່ານມາ.

ທັງນີ້, ເປັນຄັ້ງທຳອິດໃນຮອບ 12 ປີ ທີ່ບໍລິສັດຈັດອັນດັບຄວາມໜ້າເຊື່ອຖືລະດັບໂລກ ປັບຫຼຸດຄວາມໜ້າເຊື່ອຖືຂອງສະຫະລັດລົງ ເຊິ່ງໃນປີ 2011 ບໍລິສັດສະແຕນດາດ ແອນ ພົວ ( Standard&Poo’s ) ໄດ້ປັບຫຼຸດຄວາມໜ້າເຊື່ອຖືຂອງສະຫະລັດລົງ ຈາກ AAA ຫຼຸດລົງມາ ເປັນ AA+ ເນື່ອງຈາກມີຄວາມກັງວົນຕໍ່ການຊຳລະໜີ້ຂອງລັດຖະບານສະຫະລັດໃນປີ 2011.