UN ເຕືອນການເພີ່ມຂຶ້ນຂອງລາຄາທັນຍາພືດ ຈະເຮັດໃຫ້ທຸກຄົນໃນໂລກຕ້ອງເສຍຄ່າໃຊ້ຈ່າຍເພີ່ມຂຶ້ນ

0

ເວັບໄຊສຳນັກຂ່າວ BNews.vn ລາຍງານວ່າ: ທ່ານ Antonio Guterres ເລຂາທິການສະຫະປະຊາຊາດ ( UN ) ເຕືອນວ່າ ຄວາມຊ່ວຍເຫຼືອບາງສ່ວນ ຈະບໍ່ສາມາດຊົດເຊີຍຜົນກະທົບຂອງການຍົກເລີກຂໍ້ຕົກລົງ ເພື່ອໃຫ້ສົ່ງອອກທັນຍາພືດຂອງອູແກຣນ ຢ່າງປອດໄພຜ່ານທະເລດໍາ ໄດ້. ໃນຂໍ້ລິເລີ່ມການຂົນສົ່ງທັນຍາພືດຜ່ານທະເລດຳ ຫຼື Black Sea Grain Initiative ມີເກືອບ 33 ລ້ານໂຕນຂອງທັນຍາພືດຈາກອູແກຣນ ໄດ້ສົ່ງອອກໄປຕະຫຼາດໂລກ ເຊິ່ງທັງຣັດເຊຍ ແລະ ອູແກຣນ ເປັນຜູ້ສົ່ງອອກທັນຍາພືດລາຍໃຫຍ່ຂອງໂລກ.

ແຕ່ວ່າເມື່ອຣັດເຊຍ ບໍ່ໄດ້ຕໍ່ອາຍຸຂໍ້ຕົກລົງໃນ Black Sea Grain Initiative ເນື່ອງຈາກເຫດຜົນບາງສ່ວນຂອງຂໍ້ຕົກລົງທີ່ກ່ຽວຂ້ອງກັບບາງປະເທດ ບໍ່ໄດ້ຖືກນໍາໃຊ້. ຣັດເຊຍຢືນຢັນວ່າຈະກັບເຂົ້າສູ່ຂໍ້ຕົກລົງທັນທີ ຫາກທຸກຝ່າຍປະຕິບັດຕາມຄໍາໝັ້ນສັນຍາທີ່ມີຕໍ່ຣັດເຊຍຢ່າງເຕັມທີ່.

ທ່ານເລຂາທິການສະຫະປະຊາຊາດ ກ່າວເຕືອນເພີ່ມຕື່ມວ່າ: ການເພີ່ມຂຶ້ນຂອງລາຄາທັນຍາພືດໃນປັດຈຸບັນ ຈະເຮັດໃຫ້ທຸກຄົນໃນໂລກຕ້ອງເສຍຄ່າໃຊ້ຈ່າຍເພີ່ມຂຶ້ນ ລວມທັງປະເທດທີ່ກຳລັງພັດທະນາ, ປະເທດທີ່ມີລາຍໄດ້ປານກາງ ແລະ ປະເທດທີ່ພັດທະນາແລ້ວ.

ໃນວັນດຽວກັນ, ຣັດເຊຍກໍໄດ້ຢ້ຳເຖິງການມີສ່ວນຮ່ວມຕໍ່ຄວາມໝັ້ນຄົງດ້ານອາຫານໂລກ ເຊິ່ງທ່ານ ປູຕິນ ປະທານາທິບໍດີຣັດເຊຍ ເນັ້ນຢໍ້າວ່າ: ຣັດເຊຍ ມີສ່ວນແບ່ງຕະຫຼາດຄິດເປັນ 20% ຂອງຕະຫຼາດເຂົ້າສາລີທົ່ວໂລກ ເຊິ່ງນີ້ແມ່ນສ່ວນຮ່ວມຂອງຣັດເຊຍຕໍ່ກັບ ຄວາມໝັ້ນຄົງດ້ານອາຫານໂລກ.

ຣັດເຊຍ ເປັນຜູ້ຈັດຫາສິນຄ້າກະສິກຳລະຫວ່າງປະເທດຢ່າງມີຄວາມໝັ້ນຄົງ ແລະ ມີ ຄວາມຮັບຜິດຊອບ ເຊິ່ງຕາມສະຖິຕິການຜະລິດທັນຍາພືດຂອງຣັດເຊຍໃນປີຜ່ານມາ ຢູ່ທີ່ 156 ລ້ານໂຕນ ໂດຍໄດ້ສົ່ງອອກ 60 ລ້ານໂຕນ, ໃນນີ້ມີເຂົ້າສາລີ 48 ລ້ານໂຕນ.

ກ່ອນໜ້ານີ້, ຣັດເຊຍໄດ້ປະກາດວ່າ: ອີກບໍ່ເທົ່າໃດເດືອນຕໍ່ໜ້າ ປະເທດພ້ອມທີ່ຈະຈັດຫາທັນຍາພືດ 25.000 – 50.000 ໂຕນ ສົ່ງໃຫ້ກັບປະເທດໃນອາຟຣິກກາ ເປັນຕົ້ນ ບູກິນາຟາໂຊ, ຊິມບັບເວ, ມາລີ, ໂຊມາເລຍ, ສາທາລະນະລັດອາຟຣິກກາກາງ ແລະ ເອຣິເທຼຍ.