ແນະນໍາ 3 ໄລຍະການປະຕິບັດຕົວລະຫວ່າງຖືພາ

22

ເມື່ອຜູ້ຍິງຜູ້ໜຶ່ງຮູ້ວ່າຕົວເອງຖືພາ ຄວາມຮູ້ສຶກຂອງການຈະໄດ້ເປັນແມ່ຄົນຍ່ອມມີຫຼາກຫຼາຍ ຄວາມຮູ້ສຶກ ບໍ່ວ່າຈະຕື່ນເຕັ້ນ, ດີໃຈ ຫຼື ແມ້ແຕ່ກັງວົນ, ຢ່າງໃດກໍຕາມສິ່ງທຳອິດທີ່ທ່ານຄວນເຮັດຄື ຟ້າວໄປປຶກສາແພດທັນທີ ເພື່ອຢັ້ງຢືນການຖືພາ, ໃຫ້ຄຳແນະນຳໃນການເບິ່ງແຍງສຸຂະພາບ ລວມເຖິງການປະຕິບັດຕົວຢ່າງເໝາະສົມໃນລະຫວ່າງການຖືພາຕາມ 3 ໄລຍະ ດັ່ງນີ້:

ໃນໄລຍະໄຕມາດທຳອິດ ຫຼື ໄຕມາດທີ 1: ການປ່ຽນແປງຕ່າງໆຂອງຮ່າງກາຍຈະເລີ່ມປາກົດຂຶ້ນ ຄວາມຮູ້ສຶກຢາກອາຫານເພີ່ມຫຼາຍຂຶ້ນ ເວລາຖູແຂ້ວອາດມີເລືອດອອກຕາມເຟັນແຂ້ວເປັນບາງເທື່ອ, ມີອາການທ້ອງຜູກເພີ່ມຂຶ້ນ ເຊິ່ງຜູ້ຍິງຖືພາຄວນດື່ມນ້ຳ ແລະ ຜັກໝາກໄມ້ໃຫ້ຫຼາຍໆ ເພື່ອຫຼຸດອາການທ້ອງຜູກດັ່ງກ່າວ.

ແຕ່ບັນຫາໜຶ່ງທີ່ສຳຄັນຂອງຜູ້ຍິງຖືພາໃນໄລຍະນີ້ ຄົງໜີບໍ່ພົ້ນ ອາການແພ້ທ້ອງ ເຊິ່ງມັກເປັນຫຼາຍໃນໄລຍະອາຍຸຖືພາປະມານ 2 ເດືອນ ຫາກທ່ານປະເຊີນກັບອາການດັ່ງກ່າວ ອັນດັບທຳອິດຄົງຕ້ອງຫຼີກລ່ຽງອາຫານທີ່ກະຕຸ້ນໃຫ້ມີອາການແພ້ທ້ອງຫຼາຍຍິ່ງຂຶ້ນ ໃນການຮັບປະທານອາຫານຄວນກິນໃນປະລິມານທີ່ໜ້ອຍໆ ແຕ່ກິນເລື້ອຍໆ, ນອກຈາກນີ້ການດື່ມນ້ຳຂີງຍັງຊ່ວຍຫຼຸດອາການດັ່ງກ່າວໄດ້ອີກດ້ວຍ ຖ້າອາການຍັງບໍ່ດີຂຶ້ນແນະນຳໃຫ້ປຶກສາແພດເພື່ອຮັບຢາແກ້ອາການແພ້ທ້ອງເພີ່ມຕື່ມ ແຕ່ຖ້າທ່ານບໍ່ມີອາການແພ້ທ້ອງເລີຍ ກໍສາມາດກິນອາຫານໄດ້ຕາມປົກກະຕິ ໂດຍຄວນເປັນອາຫານທີ່ມີປະໂຫຍດຄົບ 5 ໝູ່ ແລະ ຫຼີກລ່ຽງການດື່ມເຫຼົ້າ – ເບຍ, ສູບຢາ ເນື່ອງຈາກສົ່ງຜົນກະທົບຕໍ່ລູກນ້ອຍໃນທ້ອງໄດ້.

อาจเป็นรูปภาพของ 1 คน

ທັງນີ້, ຫາກທ່ານພົບວ່ານ້ຳໜັກຕົວຫຼຸດລົງໃນໄລຍະທີ່ແພ້ທ້ອງບໍ່ໃຫ້ກັງວົນ ເນື່ອງຈາກບໍ່ສົ່ງຜົນກະທົບຕໍ່ການຈະເລີນເຕີບໂຕຂອງລູກນ້ອຍໃນທ້ອງແຕ່ຢ່າງໃດ.

ໄຕມາດທີ 2: ອາການແພ້ທ້ອງມັກຈະດີຂຶ້ນ ທ່ານຈະສາມາດຮັບປະທານອາຫານໄດ້ຫຼາຍຂຶ້ນ ແລະ ນ້ຳໜັກຕົວຈະເພີ່ມຫຼາຍຂຶ້ນ ໂດຍສະເລ່ຍນ້ຳໜັກຄວນເພີ່ມປະມານ 0,5 ກິໂລກຣາມຕໍ່ອາທິດ ນອກຈາກນີ້ແມ່ຍິງຖືພາບາງຄົນອາດມີອາການປວດໜ່ວງໆບໍລິເວນທ້ອງນ້ອຍໄດ້ ເປັນຜົນຈາກການທີ່ມົດລູກເລີ່ມຂະຫຍາຍຂະໜາດເມື່ອອາຍຸຖືພາເພີ່ມຫຼາຍຂຶ້ນ ເຊິ່ງອາການດັ່ງກ່າວຈະຍັງຄົງເກີດໄດ້ຕະຫຼອດການຖືພາ.

ເມື່ອອາຍຸຖືພາໄດ້ປະມານ 5 ເດືອນ ທ່ານຈະເລີ່ມຮັບຮູ້ໄດ້ເຖິງການເໜັງຕີງຂອງລູກນ້ອຍຂອງທ່ານ ເຊິ່ງຈະເພີ່ມຫຼາຍຂຶ້ນເລື້ອຍໆຕາມອາຍຸຖືພາ.

ອາການທີ່ຕ້ອງສັງເກດໃນໄລຍະໄຕມາດ 2 ນີ້ຄື ເລືອດອອກຜິດປົກກະຕິຈາກຊ່ອງຄອດ, ນ້ຳຄາວປາ ຫຼື ທ້ອງແຂງສະໝ່ຳສະເໝີທຸກ 10 ນາທີ ຫາກທ່ານມີອາການຂໍ້ໃດຂໍ້ໜຶ່ງດັ່ງກ່າວ ຄວນຮີບຟ້າວໄປພົບແພດທັນທີ ເນື່ອງຈາກອາດເປັນສັນຍານບົ່ງຊີ້ວ່າທ່ານອາດເກີດກ່ອນກຳນົດກໍເປັນໄດ້.

ໄຕມາດສຸດທ້າຍຂອງການຖືພາ ຫຼື ໄຕມາດ 3: ທ່ານຈະຮັບຮູ້ເຖິງການດີ້ນຂອງລູກນ້ອຍໃນທ້ອງເພີ່ມຍິ່ງຂຶ້ນ.

ໂດຍທົ່ວໄປແນະນຳໃຫ້ແມ່ຍິງຖືພານັບຈຳນວນເທື່ອຂອງລູກດີ້ນຕັ້ງແຕ່ອາຍຸຖືພາ 7 ເດືອນເປັນຕົ້ນໄປ ເຊິ່ງໃນແຕ່ລະມື້ລູກນ້ອຍຄວນດີ້ນຢ່າງໜ້ອຍ 10 ເທື່ອ.

อาจเป็นรูปภาพของ 1 คน

ອາການທີ່ພົບໄດ້ຫຼາຍໃນໄລຍະໄຕມາດ 3 ນີ້ ຄືອາການປວດເມື່ອຍບໍລິເວນບັ້ນແອວ ຫຼື ທ້ອງນ້ອຍ ອັນເປັນຜົນຈາກຕ້ອງຮອງຮັບມົດລູກທີ່ລູກນ້ອຍອາໄສຢູ່ທີ່ມີຂະໜາດໃຫຍ່ເພີ່ມຂຶ້ນ ອາການດັ່ງກ່າວມັກສຳພັນກັບເວລາທີ່ທ່ານຢູ່ທ່າໃດທ່າໜຶ່ງເປັນເວລາດົນໆ, ດັ່ງນັ້ນທ່ານອາດຕ້ອງມີການປັບປ່ຽນທ່າທາງຢູ່ສະເໝີ ເພື່ອຫຼຸດອາການດັ່ງກ່າວ, ນອກຈາກນີ້ບາງເທື່ອທ່ານອາດຮູ້ສຶກວ່າມີທ້ອງແຂງ ເຊິ່ງອາການດັ່ງກ່າວທ້ອງຈະມີລັກສະນະແຂງຕຶງທົ່ວທັງທ້ອງຕາມຂະໜາດຂອງມົດລູກ ເກີດຈາກການທີ່ມົດລູກມີການຫົດຮັດຕົວ ເມື່ອອາຍຸຖືພາເພີ່ມຫຼາຍຂຶ້ນ ແລະ ມັກເກີດຫ່າງກວ່າທຸກ 10 ນາທີ.

ໃນໄລຍະນີ້ນ້ຳໜັກຂອງແມ່ຍິງຖືພາຍັງຄົງເພີ່ມຂຶ້ນເລື້ອຍໆເຊັ່ນດຽວກັບໃນໄລຍະໄຕມາດທີ 2 ໂດຍນ້ຳໜັກຕົວທີ່ເພີ່ມຂຶ້ນຕະຫຼອດການຖືພາໃນຜູ້ຍິງທີ່ມີຄ່າດັດສະນີມວນກາຍຢູ່ໃນເກນປົກກະຕິກ່ອນການຖືພາ, ຄວນຈະຢູ່ລະ ຫວ່າງ 11 ຫາ 16 ກິໂລກຣາມ.

ອາການທີ່ຕ້ອງສັງເກດໃນໄລຍະອາຍຸຖືພານີ້ ຄືລູກດີ້ນໜ້ອຍ ກວ່າ 10 ເທື່ອຕໍ່ມື້, ທ້ອງແຂງຖີ່ທຸກ 10 ນາທີ, ນ້ຳຄາວປາ ຫຼື ເລືອດອອກຈາກຊ່ອງຄອດ ຫາກທ່ານມີອາການຂໍ້ໃດຂໍ້ໜຶ່ງດັ່ງຕໍ່ໄປນີ້ ຄວນຟ້າວໄປພົບແພດທັນທີ ເນື່ອງຈາກອາດເປັນອາການສະແດງວ່າທ່ານເຂົ້າສູ່ໄລຍະເກີດລູກນັ້ນເອງ.

ຂໍ້ມູນຈາກ: ສຸຂະພາບມາກ່ອນ