ສປຊ ເຕືອນ! ໂລກກຳລັງເຂົ້າສູ່ຈຸດຟົດເດືອດ

46

ທ່ານ ອັນໂຕນີໂອ ກູເຕີເຣຊ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ( ສປຊ ) ເປີດເຜີຍເມື່ອວັນທີ 27 ກໍລະກົດຜ່ານມາວ່າ: ຂະນະນີ້ ພາວະໂລກຮ້ອນໄດ້ສິ້ນສຸດລົງແລ້ວ ແຕ່ໂລກກຳລັງຈະກ້າວເຂົ້າສູ່ຈຸດ “ ຟົດເດືອດ ”.

ຄຳເຫັນຂອງເລຂາທິການໃຫຍ່ ສປຊ ມີຂຶ້ນພາຍຫຼັງທີ່ອົງການອຸຕຸນິຍົມວິທະຍາໂລກ ( WMO ) ແລະ ອົງການ Copernicus Climate Change Service ( CCCS ) ແຫ່ງສະຫະພາບເອີຣົບ ໄດ້ອອກຖະແຫຼງການຮ່ວມກັນ ໂດຍລະບຸວ່າ: ເດືອນກໍລະກົດ 2023 ກາຍເປັນເດືອນທີ່ທຳລາຍສະຖິຕິອຸນຫະພູມສູງສຸດໃນໂລກໄປຮຽບຮ້ອຍແລ້ວ.

ທ່ານ ກູເຕີເຣຊ ໄດ້ກ່າວເຖິງບົດລາຍງານຂອງ WMO ແລະ CCCS ທີ່ລະບຸວ່າ: “ ສຳລັບໂລກຂອງພວກເຮົານີ້ ຄືໄພພິບັດ, ເດືອນກໍລະກົດ 2023 ກຳລັງຈະທຳລາຍສະຖິຕິທີ່ມີຢູ່ທັງໝົດ ”, ພ້ອມຢ້ຳວ່າ “ ການປ່ຽນແປງດິນຟ້າອາກາດ ເປັນສິ່ງທີ່ຢ້ານກົວ ແລະ ມັນຫາກໍເລີ່ມຂຶ້ນ, ຂະນະນີ້ພາວະໂລກຮ້ອນໄດ້ສິ້ນສຸດລົງແລ້ວ ” ແລະ ຍຸກຂອງໂລກ “ ຟົດເດືອດ ” ກຳລັງຈະມາເຖິງ.

“ ການປ່ຽນແປງດິນຟ້າອາກາດເປັນໄປຢ່າງຮຸນແຮງ ເປັນໄປຕາມຄຳທຳນາຍ ແລະ ການຢ້ຳເຕືອນຂອງນັກວິທະຍາສາດ ແຕ່ສິ່ງທີ່ໜ້າປະຫຼາດໃຈກໍຄືການປ່ຽນແປງເກີດຂຶ້ນຢ່າງໄວວາ ”. ເລຂາທິການໃຫຍ່ ສປຊ ຍັງຮຽກຮ້ອງໃຫ້ທົ່ວໂລກ ຕ້ອງຮີບຮ້ອນດຳເນີນມາດຕະການໃດໜຶ່ງ ເພື່ອແກ້ໄຂບັນຫາດັ່ງກ່າວຢ່າງຮີບດ່ວນ.

ທັງນີ້, ໃນເດືອນກັນຍາຈະເຖິງນີ້ ຈະມີກອງປະຊຸມ Climate Ambition Summit ໂດຍເລຂາທິການໃຫຍ່ ສປຊ ຈະຮຽກຮ້ອງໃຫ້ປະເທດທີ່ພັດທະນາແລ້ວ ໃຫ້ຄຳໝັ້ນສັນຍາອີກຄັ້ງໜຶ່ງວ່າຈະຫຼຸດການປ່ອຍກາກບອນໄດອອກໄຊ ໃຫ້ເປັນສູນ ພາຍໃນປີ 2040 ແລະ ບັນດາປະເທດເສດຖະກິດເກີດໃໝ່ ໃຫ້ເປັນສູນພາຍໃນປີ 2050.