ສົມເດັດ ຮຸນເຊັນ ປະກາດລາອອກຈາກຕຳແໜ່ງນາຍົກລັດຖະມົນຕີກຳປູເຈຍ

18

ສຳນັກຂ່າວ AFP ລາຍງານວ່າ ສົມເດັດ ຮຸນເຊັນ ໄດ້ປະກາດຜ່ານສະຖານີໂທລະພາບແຫ່ງຊາດກຳປູເຈຍ ເມື່ອວັນທີ 26 ກໍລະກົດຜ່ານມາວ່າ: ຂ້າພະເຈົ້າຂໍປະກາດວ່າ ຈະລາອອກຈາກຕຳແໜ່ງນາຍົກລັດຖະມົນຕີກຳປູເຈຍ ແລະ ສົ່ງມອບຕຳແໜ່ງໃຫ້ແກ່ ທ່ານ ຮຸນ ມາເນັດ ຫຼັງຈາກທີ່ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີກຳປູເຈຍມາເປັນເວລາຫຼາຍກວ່າ 38 ປີ.

ສົມເດັດ ຮຸນເຊັນ ກ່າວວ່າ: “ ຂ້າພະເຈົ້າປະກາດໃຫ້ປະຊາຊົນຮັບຊາບກັນວ່າ ຂ້າພະເຈົ້າຈະບໍ່ດຳລົງຕຳແໜ່ງນາຍົກລັດຖະມົນຕີອີກຕໍ່ໄປ ແລະ ທ່ານ ຮຸນ ມາເນັດ ຈະກ້າວຂຶ້ນເປັນຜູ້ນຳລັດຖະບານຊຸດໃໝ່ຂອງກຳປູເຈຍ, ແຕ່ຂ້າພະເຈົ້າ ຍັງດຳລົງຕຳແໜ່ງເປັນຫົວໜ້າພັກປະຊາຊົນກຳປູເຈຍ ( CPP ) ແລະ ຍັງເປັນສະມາຊິກສະພາຕໍ່ໄປ.