ອິນເດຍ ໂຈະການສົ່ງອອກເຂົ້າ

61

ສຳນັກຂ່າວ AFP ລາຍງານວ່າ ກະຊວງກະສິກຳຂອງອິນເດຍ ໄດ້ອອກຖະແຫຼງການເມື່ອວັນທີ 19 ກໍລະກົດຜ່ານມາ ລະບຸວ່າ: ລັດຖະບານອິນເດຍ ໄດ້ສັ່ງໂຈະການສົ່ງອອກເຂົ້າຂາວທີ່ບໍ່ແມ່ນເຂົ້າ ບາສມາຕິ ໂດຍມີຜົນບັງຄັບໃຊ້ທັນທີ ເຊິ່ງອິນເດຍອ້າງວ່າ ເພື່ອຮັກສາສະຖຽນລະພາບຂອງຕະຫຼາດພາຍໃນປະເທດ.

ລາຍງານລະບຸວ່າ: ລະດູມໍລະສຸມປີນີ້ ຊັກຊ້າກວ່າປົກກະຕິ ແຕ່ກໍຍັງດີທີ່ເມື່ອອາທິດຜ່ານມາ ໃນອິນເດຍ ໄດ້ເກີດຝົກຕົກລົງມາຢ່າງໜັກ ສາມາດຊົດເຊີຍປະລິມານນ້ຳຝົນໄດ້ໃນລະດັບໜຶ່ງ ແຕ່ກໍໄດ້ສ້າງຄວາມເສຍຫາຍແກ່ຜົນຜະລິດກະສິກຳຫຼາຍພໍສົມຄວນ.

ນອກຈາກນີ້, ລັດຖະບານອິນເດຍ ຍັງອ້າງຂໍ້ມູນກ່ຽວກັບລາຄາເຂົ້າເພີ່ມຂຶ້ນເຖິງ 11,5% ໃນໄລຍະ 12 ເດືອນຜ່ານມາ ແລະ ເພີ່ມຂຶ້ນຫຼາຍກວ່າ 3% ໃນເດືອນຜ່ານມາ ສິ່ງດັ່ງກ່າວນັ້ນມີຜົນຕໍ່ການຕັດສິນໃຈໂຈະການສົ່ງອອກເຂົ້າໃນຄັ້ງນີ້.

ປັດຈຸບັນອິນເດຍເປັນຜູ້ສົ່ງອອກເຂົ້າລາຍໃຫຍ່ທີ່ສຸດຂອງໂລກ ຄອງສ່ວນແບ່ງໃນຕະຫຼາດຫຼາຍກວ່າ 40% ຫຼື ປະມານ 55,4 ລ້ານໂຕນ ເມື່ອປີຜ່ານມາ. ຈາກການໂຈະ ຫຼື ຈຳກັດການສົ່ງອອກຂອງອິນເດຍ ຍິ່ງສ້າງແຮງກົດດັນເຮັດໃຫ້ລາຄາອາຫານໂລກເພີ່ມຂຶ້ນອີກ, ຫຼັງຈາກໃນວັນທີ 17 ກໍລະກົດຜ່ານມາ ຣັດເຊຍ ໄດ້ປະກາດຖອນຕົວອອກຈາກຂໍ້ຕົກລົງສົ່ງອອກທັນຍາພືດຂອງ ອູແກຣນ ຜ່ານທະເລດຳ ສົ່ງຜົນໃຫ້ລາຄາທັນຍາພືດສູງຂຶ້ນ.