WMO ເຕືອນ ໂລກກຽມຮັບມືກັບອາກາດຮ້ອນຮຸນແຮງຂຶ້ນ

86

ສຳນັກຂ່າວ AFP ລາຍງານເມື່ອວັນທີ 19 ກໍລະກົດ 2023 ວ່າ ອົງການອຸຕຸນິຍົມວິທະຍາໂລກ ( WMO ) ອອກມາເຕືອນວ່າ: ໂລກຄວນກຽມຄວາມພ້ອມຮັບມືກັບອາກາດຮ້ອນທີ່ອາດຈະຮຸນແຮງຂຶ້ນ, ໃນຂະນະນີ້ ຫຼາຍປະເທດໄດ້ຮັບຜົນກະທົບຈາກອຸນຫະພູມເພີ່ມຂຶ້ນ.

ທ່ານ ຈອນ ແນນ ທີ່ປຶກສາດ້ານຄວາມຮ້ອນສູງ ຂອງ WMO ກ່າວວ່າ: ຂະນະນີ້ທະວີບເອີຣົບ ກຳລັງກຽມຮັບມືກັບອຸນຫະພູມສູງຂຶ້ນເປັນປະຫວັດການ ພາຍໃຕ້ຄື້ນຄວາມຮ້ອນ ແລະ ເກີດໄຟໄໝ້ປ່າລຸກລາມຢ່າງຕໍ່ເນື່ອງ ຈົນເຮັດໃຫ້ທາງການຕ້ອງອົບພະຍົບປະຊາຊົນອອກຈາກພື້ນທີ່ຄວາມສ່ຽງ.

ຂະແໜງສາທາລະນະສຸກໃນທະວີບອາເມຣິກາເໜືອ, ເອີຣົບ ແລະ ອາຊີ ຕ່າງກໍສົ່ງສັນຍານເຕືອນ ແລະ ຮຽກຮ້ອງໃຫ້ຜູ້ຄົນດື່ມນ້ຳໃຫ້ພຽງພໍ ແລະ ໃຫ້ຫຼົບຢູ່ໃນຮົ່ມ ເພື່ອຫຼີກລ່ຽງແສງແດດທີ່ຮ້ອນອົບເອົ້າ ເຊິ່ງເປັນການຢ້ຳເຕືອນເຖິງຜົນກະທົບພາວະໂລກຮ້ອນ.

ທັງນີ້, ຄື້ນຄວາມຮ້ອນເປັນໜຶ່ງໃນໄພທຳມະຊາດທີ່ອັນຕະລາຍທີ່ສຸດ ໂດຍທີ່ປຶກສາ WMO ລະບຸວ່າ: ໃນແຕ່ລະປີມີປະຊາຊົນເສຍຊີວິດຫຼາຍແສນຄົນ ຈາກສາເຫດທີ່ກ່ຽວພັນກັບ ຄວາມຮ້ອນ, ອີກທັງຄວາມຮ້ອນຍັງມີຄວາມສ່ຽງຕໍ່ສຸຂະພາບຂອງມະນຸດອີກດ້ວຍ.