ຈີດີພີ ຈີນ ໃນໄຕມາດ 2 ເຕີບໂຕໄວສຸດໃນຮອບ 2 ປີ

14

ເວັບໄຊຂ່າວຂອງ Global Time ລາຍງານວ່າ: ລວມຍອດຜະລິດຕະພັນພາຍໃນ ( GDP ) ຂອງຈີນ ຂະຫຍາຍຕົວ 6,3% ເມື່ອທຽບເປັນລາຍປີໃນໄຕມາດ 2 ຂອງປີນີ້ ເຊິ່ງເປັນການເຕີບໂຕທີ່ໄວທີ່ສຸດໃນຮອບ 2 ປີ.

ຂະນະດຽວກັນນີ້, ການຟື້ນຕົວຂອງເສດຖະກິດຂອງປະເທດ ຍັງສືບຕໍ່ດຳເນີນໄປຢ່າງໝັ້ນທ່ຽງທ່າມກາງສິ່ງທ້າທາຍຕ່າງໆ ລວມເຖິງສະພາບແວດລ້ອມລະຫວ່າງປະເທດທີ່ຜັນແປ, ການຂະຫຍາຍຕົວຊ້າລົງໃນດ້ານການຄ້າ ແລະ ການລົງທຶນໃນທົ່ວໂລກ ຕະຫຼອດຮອດການປັ່ນປ່ວນທາງການເງິນ. ແຕ່ດ້ວຍການອອກນະໂຍບາຍທີ່ເປັນການສະໜັບສະໜູນເພີ່ມຕື່ມ ເຮັດໃຫ້ຈີນ ສາມາດບັນລຸເປົ້າໝາຍການເຕີບໂຕປະຈໍາປີ ທີ່ຄາດການໄວ້ປະມານ 5% ໃນປີນີ້ ຕະຫຼອດຮອດການພັດທະນາຄຸນນະພາບສູງ ຢ່າງໝັ້ນຄົງ ແລະ ຍືນຍົງໄປອີກດົນນານ ເຊິ່ງເສດຖະກິດຈີນ ຍັງຈະສືບຕໍ່ເປັນກຸນແຈສຳຄັນຕໍ່ເສດຖະກິດໂລກ.

ທ່ານ Cao Heping ນັກເສດຖະສາດ ຈາກມະຫາວິທະຍາໄລ ປັກກິ່ງ ກ່າວກັບ Global Time ວ່າ: ຄວາມສຳເລັດນີ້ ໄດ້ຮັບໄຊຊະນະຢ່າງຍາກລໍາບາກ ທ່າມກາງຄວາມທ້າທາຍທັງພາຍໃນ ແລະ ນອກປະເທດ ສະທ້ອນໃຫ້ເຫັນວ່າ ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກຊາວຈີນ ບໍ່ໄດ້ເສຍຫາຍຮ້າຍແຮງ ປະເທດຂັບເຄື່ອນດ້ວຍພາກສ່ວນເຕັກໂນໂລຊີຂັ້ນສູງ ຊ່ວຍຊົດເຊີຍຄວາມຕ້ອງການຈາກພາຍນອກທີ່ຫຼຸດລົງ.

ທ່ານຍັງກ່າວວ່າ: ຍັງມີປະເດັນທີ່ສຳຄັນຫຼາຍຢ່າງ ທີ່ສະໜັບສະໜູນການຟື້ນຕົວຂອງເສດຖະກິດຈີນ ໃນໄຕມາດ 2 ປີນີ້ ລວມໄປເຖິງຍອດຂາຍລົດພະລັງງານໃໝ່ ແລະ ສ່ວນປະກອບທີ່ກ່ຽວຂ້ອງ, ການເຕີບໂຕຂອງການຄ້າຕ່າງປະເທດທີ່ຍັງໝັ້ນຄົງ ແລະ ການເຕີບໂຕການລົງທຶນດ້ານພື້ນຖານໂຄງລ່າງທີ່ໝັ້ນຄົງ.