ບໍລິສັດວິສາວະກໍາທາງລົດໄຟຈີນຫຸ້ນສ່ວນ ມອບທຶນຊ່ວຍເຫຼືອໂຮງຮຽນໜອງປີງ

53

ໃນວັນທີ 16 ກໍລະກົດທີ່ຜ່ານມານີ້, ກຸ່ມບໍລິສັດວິສາວະກໍາທາງລົດໄຟຈີນຫຸ້ນສ່ວນໄດ້ຈັດກິດຈະກໍາມອບເຄື່ອງ ແລະ ທຶນຊ່ວຍເຫຼືອໃຫ້ກັບໂຮງຮຽນປະຖົມສົມບູນໜອງປີງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ເຊິ່ງຝ່າຍລາວຕາງໜ້າຮັບໂດຍທ່ານນາງ ພັນທອງ ຄໍາທອງມີ ຜູ້ອໍານວຍການໂຮງຮຽນປະຖົມສົມບູນໜອງປີງ ແລະ ຝ່າຍຈີນຕາງໜ້າມອບໂດຍທ່ານນາງ ສາວເຢນ (Cao Yan) ຜູ້ອໍານວຍການພະແນກວຽກງານກໍ່ສ້າງພັກບໍລິສັດທາງລົດໄຟຈີນ, ນອກນັ້ນຍັງມີທ່ານນາງ ມະນີກອນ ພົມມະວົງ ຮອງຫົວໜ້າຫ້ອງການສຶກສາເມືອງຈັນທະບູລີ ພ້ອມດ້ວຍສອງພາກສ່ວນລາວ-ຈີນເຂົ້າຮ່ວມ.

อาจเป็นรูปภาพของ 6 คน และ ข้อความ

ເຄື່ອງທີ່ນໍາມາຊ່ວຍເຫຼືອຄັ້ງນີ້ແມ່ນອຸປະກອນການຮຽນ-ການສອນ, ອຸປະກອນກິລາ ເຊິ່ງປະກອບມີປຶ້ມ, ບິກ, ໝາກບານ, ໄມ້ຕີດອກປີກໄກ່, ຖົງປຶ້ມ ແລະ ອື່ນໆ ເພື່ອມອບໃຫ້ກັບນັກຮຽນ ແລະ ຄູອາຈານ. ເພື່ອເປັນການສົມມະນາບຸນບຸນການຊ່ວຍເຫຼືອໃນຄັ້ງນີ້ ທາງໂຮງຮຽນແມ່ນໄດ້ມອບໃບຍ້ອງຍໍ ແລະ ໃບຂອບໃຈໃຫ້ກັບບໍລິສັດດັ່ງກ່າວທີ່ປະກອບສ່ວນໃນໂຄງການຊ່ວຍເຫຼືອທີ່ຜ່ານມາ ແລະ ຄັ້ງນີ້.

อาจเป็นรูปภาพของ 6 คน และ ข้อความ

ທ່ານນາງ ພັນທອງ ຄໍາທອງມີ ຜູ້ອໍານວຍການໂຮງຮຽນໄດ້ຕາງໜ້າກ່າວໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ທາງບໍລິສັດ ພ້ອມທັງໃຫ້ຮູ້ວ່າ: ກຸ່ມບໍລິສັດດັ່ງກ່າວໄດ້ໃຫ້ການຊ່ວຍເຫຼືອ ແລະ ເປັນຫ່ວງເປັນໃຍນໍານັກຮຽນລາວຢູ່ຕະຫຼອດ, ຫວັງວ່າການຊ່ວຍເຫຼືອຄັ້ງນີ້ຍິ່ງຈະສ້າງກໍາລັງໃຈ ແລະ ສ້າງສິ່ງອໍານວຍຄວາມສະດວກໃຫ້ກັບນັກຮຽນ ແລະ ຄູອາຈານນັບມື້ນັບດີຂຶ້ນເລື້ອຍໆ.

อาจเป็นรูปภาพของ 2 คน, ผู้คนกำลังฝึกศิลปะการป้องกันตัว และ ข้อความ

ນອກນັ້ນ, ກິດຈະກໍາທີ່ໄລຍະຜ່ານມາ ກໍ່ຄືປັດຈຸບັນ ທີ່ໄດ້ສົ່ງນັກຮຽນ ແລະ ຄູປະຖົມໜອງປິງໄປທັດສະນະສຶກສາຢູ່ ສປ ຈີນຍັງເປັນການເປີດໂອກາດໃຫ້ພວກເຮົາໄດ້ຮຽນຮູ້ ແລະ ມີປະສົບການຫຼາຍຢ່າງກ່ຽວກັບປະເທດຈີນທີ່ເປັນປະເທດຈະເລີນ ເຊິ່ງນີ້ໄດ້ເປັນບົດຮຽນອັນລໍ້າຄ່າ ແລະ ເປັນແຮງບັນດານໃຈໃຫ້ກັບພວກເຮົາໃນການພັດທະນານັກຮຽນ ແລະ ຄູອາຈານ.ພາຍຫຼັງມອບຮັບເຄື່ອງສໍາເລັດ, ກຸ່ມບໍລິສັດວິສາວະກໍາທາງລົດໄຟຈີນຫຸ້ນສ່ວນ ແລະ ໂຮງຮຽນປະຖົມສົມບູນໜອງປີງ ຍັງໄດ້ຮ່ວມກັນເຊັນສັນຍາໃນການເຊື້ອເຊີນນັກຮຽນ ແລະຄູອາຈານໂຮງຮຽນດັ່ງກ່າວໄປຂີ່ລົດໄຟລາວຈີນໄປທັດສະນະສຶກສາຢູ່ປະເທດຈີນຕື່ມອີກ.

อาจเป็นรูปภาพของ 20 คน และ ข้อความ

ພ້ອມກັນນັ້ນທ່ານນາງ ມະນີກອນ ພົມມະວົງ ຮອງຫົວໜ້າຫ້ອງການສຶກສາເມືອງຈັນທະບູລີ ກໍ່ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການລົງນາມສືບຕໍ່ຮັບນັກຮຽນ ແລະ ຄູອາຈານລາວໄປທັດສະນະສຶກສາຢູ່ ສປ ຈີນ ໂດຍຜ່ານທາງລົດໄຟລາວ-ຈີນ ເຊິ່ງມັນເປັນການປະກອບສ່ວນໃນການພັດທະນາຊັບພະຍາກອນມະນຸດໃຫ້ກັບຝ່າຍລາວ. ທັງຍັງເປັນການຊຸກຍູ້ສົ່ງເສີມການເປັນຄູ່ຮ່ວມຊາຕາກໍາລະຫວ່າງລາວ-ຈີນໃຫ້ນັບມື້ເຂັ້ມແຂງຂຶ້ນ.

อาจเป็นรูปภาพของ 7 คน และ ข้อความ

ໂດຍ: ວິທະຍຸກະຈາຍສຽງແຫ່ງຊາດລາວ