ອັງກິດ ລົງນາມຂໍ້ຕົກລົງເຂົ້າຮ່ວມ CPTPP

20

ສຳນັກຂ່າວຕ່າງປະເທດລາຍງານວ່າ: ລັດຖະມົນຕີກະຊວງທຸລະກິດ ແລະ ການຄ້າຂອງອັງກິດ ໄດ້ລົງນາມຂໍ້ຕົກລົງຫຸ້ນສ່ວນທາງເສດຖະກິດພາກພື້ນປາຊີຟິກ ( CPTPP ) ເຊິ່ງເປັນກຸ່ມການຮ່ວມມືທາງການຄ້າທີ່ໃຫຍ່ທີ່ສຸດໃນໂລກ.

ທ່ານ ນາງ ເຄໄມ ແບັດນອສ ( Kemi Badenoch ) ລັດຖະມົນຕີກະຊວງທຸລະກິດ ແລະ ການຄ້າອັງກິດ ໃນຖານະຫົວໜ້າຄະນະຜູ້ແທນເຈລະຈາ CPTPP ໄດ້ລົງນາມຂໍ້ຕົກລົງດັ່ງກ່າວ ເມື່ອວັນທີ 16 ກໍລະກົດຜ່ານມາ ທີ່ປະເທດນິວຊີແລນ, ພ້ອມທັງເປີດເຜີຍວ່າ ຂໍ້ຕົກລົງດັ່ງກ່າວນີ້ ຈະນຳເຂົ້າພິຈາລະນາໃນກອງປະຊຸມລັດຖະສະພາຂອງອັງກິດ, ຖ້າຫາກວ່າອັງກິດໄດ້ເຂົ້າເປັນສະມາຊິກຂອງກຸ່ມແລ້ວ, ຄາດວ່າສິນຄ້າຂອງອັງກິດຫຼາຍກວ່າ 99% ທີ່ສົ່ງໄປຍັງບັນດາປະເທດສະມາຊິກ CPTPP ຈະໄດ້ຮັບສິດທິພິເສດທາງພາສີເປັນສູນໃນໄວໆນີ້.

ການເຂົ້າຮ່ວມຂໍ້ຕົກລົງດັ່ງກ່າວ ຈະເປັນການປົດລັອກການຄ້າຂອງອັງກິດ ທີ່ສົ່ງໄປຍັງພາກພື້ນອິນໂດ – ປາຊີຟິກ. ແນວໃດກໍດີ ລັດຖະມົນຕີທຸລະກິດ ແລະ ການຄ້າອັງກິດ ລະບຸວ່າ: ຕ້ອງຕິດຕາມກັນຕໍ່ໄປວ່າ ຂໍ້ຕົກລົງດັ່ງກ່າວຈະເປັນໂອກາດຕໍ່ການເຕີບໂຕທາງເສດຖະກິດຂອງອັງກິດໄດ້ໜ້ອຍຫຼາຍພຽງໃດ ແຕ່ຄາດວ່າຈະເພີ່ມ GDP ຂອງອັງກິດໃນໄລຍະຍາວໄດ້ໃນລະດັບໜຶ່ງ ເຊິ່ງເປັນການຊົດເຊີຍຄວາມສູນເສຍທາງການຄ້າກັບສະຫະພາບເອີຣົບ ຈາກການແບຣັກຊິດໃນປີ 2020.