ພິທາ ລິ້ມຈະເລີນຣັດ ໄດ້ສຽງບໍ່ພຽງພໍຂຶ້ນເປັນນາຍົກໄທ ລຸ້ນຕໍ່ລົງຄະແນນສຽງຄັ້ງທີ 2

25

ສື່ມວນຊົນໄທ ລາຍງານວ່າ ເມື່ອວັນທີ 13 ກໍລະກົດຜ່ານມາ: ລັດຖະສະພາຂອງໄທ ໄດ້ເປີດກອງປະຊຸມ ເພື່ອໂຫວດເລືອກນາຍົກລັດຖະມົນຕີຄົນໃໝ່     ( ຄົນທີ 30 ), ຫຼັງຈາກທີ່ພັກກ້າວໄກ ຊະນະການເລືອກຕັ້ງເມື່ອວັນທີ 14 ພຶດສະພາຜ່ານມາ ແລະ ຮວບຮວມສຽງສ່ວນຫຼາຍເພື່ອຈັດຕັ້ງລັດຖະບານ ແຕ່ການໂຫວດເລືອກເມື່ອວັນທີ 13 ກໍລະກົດຜ່ານມາ ປາກົດວ່າບໍ່ຜ່ານເກນ ໂດຍໄດ້ສຽງສະໜັບສະໜູນ 324 ສຽງ ເຊິ່ງເກນແມ່ນ 375 ສຽງ.

ທັງນີ້, ການໂຫວດເລືອກນາຍົກຂອງໄທ ເປັນການໂຫວດຈາກສະມາຊິກສະພາຜູ້ແທນຣາຊະດອນ ( ສສ ) ຫຼື ສະພາຕ່ຳ ແລະ ສະມາຊິກວຸດທິສະພາ   ( ສວ ) ຫຼື ສະພາສູງ ເຊິ່ງມີຈຳນວນສະມາຊິກລັດຖະສະພາທັງໝົດ 750 ຄົນ ໂດຍ 8 ພັກທີ່ຮ່ວມກັນຈັດຕັ້ງລັດຖະບານໄດ້ ສະເໜີຊື່ ທ່ານ ພິທາ ລິ້ມຈະເລີນຣັດ ຈາກພັກກ້າວໄກ ເປັນນາຍົກລັດຖະມົນຕີຄົນທີ 30  ເຊິ່ງການໂຫວດເລືອກຄັ້ງນີ້ ຕ້ອງໄດ້ຮັບສຽງສະໜັບສະໜູນຢ່າງໜ້ອຍ 375 ສຽງຂຶ້ນໄປ ຈຶ່ງສາມາດກ້າວໄປເຖິງຕຳແໜ່ງນາຍົກລັດຖະມົນຕີຂອງໄທໄດ້.

ຜົນການໂຫວດ ປາກົດວ່າ: ຈຳນວນສຽງສະໜັບສະໜູນ ທ່ານ ພິທາ ລິ້ມຈະເລີນຣັດ ມີຈຳນວນ 324 ສຽງ, ບໍ່ເຫັນດີ 182 ສຽງ ແລະ ງົດອອກສຽງ 199 ສຽງ, ສ່ວນທີ່ເຫຼືອແມ່ນບໍ່ໄດ້ມາຮ່ວມປະຊຸມ.

ລາຍງານລະບຸວ່າ: ພັກຮ່ວມຈັດຕັ້ງລັດຖະບານ ຈະສະເໜີໂຫວດຮອບ 2 ເຊິ່ງອາດຈະມີຂຶ້ນໃນວັນທີ 19 ກໍລະກົດນີ້ ໂດຍມີລາຍງານວ່າ ກຸ່ມ ສວ ມີ ຄວາມພະຍາຍາມໃຊ້ຂໍ້ບັງຄັບການປະຊຸມລັດຖະສະພາຂໍ້ທີ 41 ທີ່ລະບຸວ່າ “ ຍັດຕິໃດທີ່ບໍ່ໄດ້ຮັບຄວາມເຫັນດີແລ້ວ ຖືວ່າຕົກໄປ ຫ້າມນຳຍັດຕິທີ່ມີຫຼັກການເດີມຂຶ້ນມາສະເໜີອີກໃນສະໄໝປະຊຸມດຽວກັນ ” ໂດຍກຸ່ມ ສວ ຈະໃຊ້ຂໍ້ບັງຄັບ 41 ນີ້ ເພື່ອສະກັດ ຫຼື ກີດຂວາງ ເພື່ອບໍ່ໃຫ້ສະເໜີຊື່ ທ່ານ ພິທາ ລິ້ມຈະເລີນຣັດ ມາໂຫວດເລືອກອີກຮອບ 2. ແຕ່ກໍຖືກວິພາກວິຈານ ຈາກຫຼາຍຝ່າຍ ເນື່ອງຈາກ ການໂຫວດເລືອກນາຍົກ ເຊິ່ງເປັນຕົວບຸກຄົນ, ແຕ່ບໍ່ແມ່ນຍັດຕິແຕ່ຢ່າງໃດ, ແຕ່ທັງໝົດທັງມວນກໍຂຶ້ນກັບການຕັດສິນໃຈຂອງປະທານລັດຖະສະພາ.