2 ປີກວ່າຊຽງຂວາງມ້າງຄະດີຢາເສບຕິດໄດ້ 100 ກວ່າເລື່ອງ

54

ໃນໄລຍະຜ່ານມາ ປກສ ແຂວງຊຽງຂວາງ ແມ່ນໄດ້ເຄື່ອນໄຫວປະຕິບັດວາລະແຫ່ງຊາດຢ່າງຂະຫຍັນຂັນແຂງ ໄດ້ນໍາໃຊ້ຫຼັກການຍົກສູງວຽກງານວິຊາສະເພາະຢ່າງເຂັ້ມງວດ ເພື່ອສົມທົບກັບທຸກພາກສ່ວນໃນກໍາລັງປ້ອງກັນຄວາມສະຫງົບຂັ້ນແຂວງ, ເມືອງ, ປກສ ກຸ່ມ ເຄື່ອນໄຫວຕິດຕາມເປົ້າໝາຍຄ້າ-ຂາຍຢາເສບຕິດ ສົ່ງຜົນໃຫ້ສາມາດມ້າງຄະດີຢາເສບຕິດໄດ້ 110 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 158 ຄົນ ຍິງ 25 ຄົນ.

อาจเป็นรูปภาพของ 1 คน และ ข้อความ

ຕາມການໃຫ້ສຳພາດຂອງ ພັອ ຈູຊົ່ງ ຈື່ໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ ຫົວໜ້າຫ້ອງຕໍາຫຼວດ ໃຫ້ສໍາພາດຕໍ່ທີມງານຂ່າວກົມສື່ມວນຊົນ ກົມໃຫຍ່ການເມືອງ ປກສ ໃນທ້າຍເດືອນ ມິຖຸນາ 2023 ຜ່ານມາ ທ່ານໄດ້ກ່າວວ່າ: ນັບແຕ່ໄດ້ຮັບການຊີ້ນໍາຈາກຄະນະພັກແຂວງ ກໍຄືຄະນະພັກກອງບັນຊາການ ປກສ ແຂວງ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021 ເປັນຕົ້ນມາ,

ຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງ ໄດ້ປະສານສົມທົບກັບພາກສ່ວນຕ່າງໆ ເປັນຕົ້ນແມ່ນ ປກສ ແຂວງ, ເມືອງ, ປກສ ກຸ່ມບ້ານ ເພື່ອເຄື່ອນໄຫວຕາມຫຼັກການວິຊາສະເພາະໃນການຕິດຕາມບັນດາເປົ້າໝາຍຄ້າ-ຂາຍຢາເສບຕິດ ສາມາດເກັບກໍາ ແລະ ມ້າງຄະດີຄ້າຂາຍຢາເສບຕິດໄດ້ 110 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 158 ຄົນ ຍິງ 25 ຄົນ,

เปิดรูปภาพ

ຢຶດຂອງກາງຢາເສບຕິດ ປະເພດເຮໂຣອິນ 31 ແທ່ງ ແລະ 5 ກ້ອນນ້ອຍ ນໍ້າໜັກ 16 ກິໂລກຼາມ, ຢຶດຢາບ້າໄດ້ 156.609 ເມັດ ໜັກ 15.660,9 ກຼາມ, ຢາໄອສ໌ 2 ແກັດ ແລະ 25 ຫໍ່ນ້ອຍ ນໍ້າໜັກ 100,25 ກິໂລກຼາມ, ລົດໃຫຍ່ 4 ຄັນ, ລົດຈັກ 18 ຄັນ, ໂທລະສັບມືຖື 45 ໜ່ວຍ, ເງິນ 22.943.000 ກີບ, ປືນປະກອບສ້າງ 17 ກະບອກ, ອາວຸດເສິກ 2 ກະບອກ  ແລະ ລູກກະສູນ 134 ລູກ.

ไม่มีคำอธิบายรูปภาพ

ທໍາລາຍໄຮ່ຝິ່ນ 153 ຕອນ ເນື້ອທີ່ 35,8 ເຮັກຕາ; ນໍາຕົວຜູ້ເສບຢາເສບຕິດເຂົ້າສູນບໍາບັດ 305 ຄົນ, ຍິງ 13 ຄົນ, ມ້າງຈຸດມົ້ວສຸມສິ່ງເສບຕິດໄດ້ 91 ຄົນ, ຍິງ 25 ຄົນ, ຂຶ້ນບັນຊີເປົ້າໝາຍຄ້າ-ຂາຍຢາເສບຕິດທົ່ວແຂວງໄດ້ 465 ເປົ້າໝາຍ, ໂຄສະນາຜົນຮ້າຍຂອງຢາເສບຕິດ ບ້ານລຽບຕາມຊາຍແດນໄດ້ 14 ບ້ານ ມີຜູ້ເຂົ້າຮ່ວມ 4.670 ຄົນ, ຍິງ 1.823 ຄົນ.

ສໍາລັບທິດທາງແຜນການໃນຕໍ່ໜ້າ ຈະສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ກວ້າງຂວາງ ແລະ ມີຜົນສໍາເລັດຕາມແຜນການ, ນໍາໃຊ້ວຽກງານວິຊາສະເພາະກໍາໃຫ້ໄດ້ເລ່ລ່ຽມການເຄື່ອນໄຫວ, ກໍາເປົ້າໝາຍກຸ່ມແກ້ງຄ້າຂາຍຢາເສບຕິດ ໃຫ້ຮັບປະກັບຄວາມປອດໄພຮອບດ້ານ, ສືບຕໍ່ພົວພັນຮ່ວມມືກັບພາກສ່ວນກ່ຽວຂ້ອງເຊັ່ນ: ກໍາລັງປ້ອງກັນຊາດ, ອົງການໄອຍະການ ແລະ ພາກສ່ວນກ່ຽວຂ້ອງອື່ນໃຫ້ແໜ້ນແຟ້ນ ແລະ ກົມກຽວ ສາມາດປ້ອນຂໍ້ມູນໃຫ້ກັນຮັບຮູ້ຢ່າງເປັນຄວາມລັບ ແລະ ເຊື່ອຖືໄດ້.

ໂດຍ: ວາລະສານປ້ອງກັນຄວາມສະຫງົບ